ອອສເຕຣເລຍ, ໃນວັນອັງຄານວານນີ້ ໄດ້ປະກາດການປັບປຸງກອງທັບເຮືອຂອງຕົນ ເປັນເງິນຈໍານວນຫລາຍຕື້ໂດລາ. ເຈົ້າໜ້າທີ່ຂັ້ນສູງກ່າວວ່າ ການປັບປຸງດັ່ງກ່າວນີ້ ແມ່ນເປັນການຕອບສະໜອງຕໍ່ "ຄວາມບໍ່ແນ່ນອນໃນດ້ານຍຸດທະສາດການເມືອງ ທີ່ເພີ້ມຂຶ້ນ." ຟີລ ເມີເຊີ ມີລາຍງານ ຈາກນະຄອນຊິດນີ, ເຊິ່ງ ທິບສຸດາ ມີລາຍລະອຽດ.
ລັດຖະມົນຕີກະຊວງປ້ອງກັນປະເທດ ອອສເຕຣເລຍ ທ່ານຣີຊາດ ມາເລສ (Richard Marles) ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ການປັບປຸງດັ່ງກ່າວ ຈະເຮັດໃຫ້ກອງທັບເຮືອ ມີກຳປັ່ນລົບຂະໜາດໃຫຍ່ທີ່ສຸດນັບ ແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ, ເຊິ່ງຍອດມູນຄ່າໂດຍລວມຂອງແຜນ ການໃນໄລຍະ 10 ປີຕໍ່ໜ້ານີ້ ຄາດວ່າ ຈະສູງເຖິງ 35.25 ຕື້ໂດລາ.
ການປັບປຸງກອງທັບເຮືອໃໝ່ຂອງອອສເຕຣເລຍ ມີຈຸດປະສົງທີ່ຈະເພີ້ມກຳປັ່ນລົບຂຶ້ນຫຼາຍກວ່າສອງເທົ່າ, ເຊິ່ງນັກວິເຄາະກ່າວວ່າ ການປະຕິຮູບດັ່ງກ່າວຈະຊ່ວຍໃຫ້ກອງທັບ ກະກຽມການປະທະກັນດ້ວຍອາວຸດ ທີ່ອາດເກີດຂຶ້ນໄດ້ຢູ່ໃນພາກພື້ນອິນໂດປາຊີຟິກ ແລະຄວາມບໍ່ສະບາຍໃຈທີ່ເພີ້ມຂຶ້ນ ໃນນະຄອນຫຼວງແຄນເບີຣາ ກ່ຽວກັບຄວາມທະເຍີທະຍານທາງທະຫານ ແລະເຂດນໍ້າແດນດິນຂອງ ຈີນ.
ພາຍໃຕ້ແຜນການຂອງອອສເຕຣເລຍ, ຈະມີກຳປັ່ນລົບຂະໜາດໃຫຍ່ໂດຍລວມຊະນິດໃໝ່ຮອດ 11 ລຳ ແລະຂະບວນເຮືອລົບທີ່ມີລັກສະນະຄ້າຍຄືກັບເຮືອບິນບໍ່ມີຄົນຂັບທີ່ສາມາດປະຕິບັດງານໄດ້ຈາກໄລຍະໄກໂດຍບໍ່ມີທະຫານຢູ່ເທິງເຮືອ.
ການທົບທວນໃນປີແລ້ວນີ້ພົບວ່າ ກໍາລັງປ້ອງກັນປະເທດຂອງອອສເຕຣເລຍ ບໍ່ "ແທດເຫມາະກັບຈຸດປະສົງ" ອີກຕໍ່ໄປ ແລະກອງທັບເຮືອ ຈໍາເປັນຕ້ອງປະສົມປະສານກັບຍຸດທະສາດຂອງເຮືອລົບຂະຫນາດນ້ອຍ ແລະກໍາປັ່ນລົບຂະຫນາດໃຫຍ່ກວ່າ.
ພົນເຮືອໂທ ມາກ ຮາມມອນ (Mark Hammond), ຜູ້ບັນຊາການກອງທັບເຮືອອອສເຕຣເລຍ ກ່າວຕໍ່ບັນດານັກຂ່າວ ຢູ່ນະຄອນຊິດນີ ໃນວັນອັງຄານ ວານນີ້ວ່າ ແຜນການໃໝ່ຈະສ້າງ “ກຳລັງສູ້ລົບໃນແນວໜ້າໃຫ້ເຂັ້ມແຂງທີ່ສຸດ” ທີ່ປະເທດຂອງພວກເຮົາເຄີຍເຫັນມາ ໃນຫຼາຍລຸ້ນຄົນ.
ພົນເຮືອໂທ ຮາມມອນ ກ່າວວ່າ:
"ເພື່ອຮັບມືກັບຄວາມບໍ່ແນ່ນອນໃນການດໍາເນີນງານທາງຍຸດທະສາດການເມືອງທີ່ເພີ້ມຂຶ້ນນັບມື້, ນີ້ແມ່ນຜົນຂອງການລົງທຶນ ໃນດ້ານຄວາມໝັ້ນຄົງແຫ່ງຊາດ."
ລັດຖະບານແຄນເບີຣາ ມີເປົ້າໝາຍທີ່ຈະຂະຫຍາຍກຳປັ່ນລົບຂອງອອສເຕຣເລຍ ຈາກ 11 ລຳມາເປັນ 26 ລຳ ໃນທ້າຍຊຸມປີ 2040.
ທ່ານມາກັສ ແຮລເຢີ (Marcus Hellyer), ຫົວຫນ້າການຄົ້ນຄວ້າຢູ່ທີ່ສະຖາບັນວິເຄາະຍຸດທະສາດຂອງອອສເຕຣເລຍ ຫຼື Strategic Analysis Australia, ເຊິ່ງເປັນສະຖາບັນທີ່ປຶກສາດ້ານການປ້ອງກັນ ແລະຄວາມໝັ້ນຄົງຂອງປະເທດ ກ່າວຕໍ່ສະຖານີໂທລະພາບຂອງອອສເຕຣເລຍວ່າ ແຜນການໃຫມ່ ຈະຕ່າວປີ້ນການປະລະດ້ານກອງທັບເຮືອມາເປັນເວລາຫຼາຍປີ, ເຊິ່ງ ທ່ານກ່າວວ່າ:
"ມັນມີຄວາມສຳຄັນແທ້ໆ ເນື່ອງຈາກຂ້າພະເຈົ້າບໍ່ຢາກສົ່ງສຽງດັງເກີນໄປ, ແຕ່ພວກເຮົາມີຄວາມສ່ຽງ ຖ້າພວກເຮົາບໍ່ມີກອງທັບເຮືອ. ຝູງໄກ່ ໄດ້ກັບມາບ້ານເຮືອນ ເພື່ອຢັ່ງຮາກໃຫ້ເຂັ້ມແຂງຈາກເວລາຫຼາຍກວ່າທົດສະວັດຂອງການຕັດ ສິນໃຈທີ່ຂີ້ຮ້າຍລະຫວ່າງບັນດາລັດຖະບານຊຸດກ່ອນໆ ແລະບັນດາຜູ້ນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ. ດັ່ງນັ້ນ, ລະຫວ່າງສອງຢ່າງນີ້ ຈຶ່ງໄດ້ເຮັດໃຫ້ພວກເຮົາຕົກເຂົ້າສູ່ສະຖານະການທີ່ຮ້າຍແຮງ.”
ອອສເຕຣເລຍ ຍັງໄດ້ເລັ່ງຜັກດັນແຜນການທີ່ຈະໄດ້ຮັບກຳປັ່ນດຳນ້ຳພະລັງງານນິວເຄລຍ ພາຍໃຕ້ຂໍ້ຕົກລົງ AUKUS ກັບສະຫະລັດ ແລະ ອັງກິດ.
ບັນດານັກວິເຄາະກ່າວວ່າ ການເອົາທ່າທີແບບຮຸກຮານຂອງຈີນເພີ້ມຂຶ້ນ ເປັນແຮງຈູງໃຈທີ່ສຳຄັນຕໍ່ເບື້ອງຫຼັງຂອງຂໍ້ຕົກລົງສາມຝ່າຍ AUKUS, ແຕ່ຈີນໄດ້ກ່າວຫາສາມປະເທດວ່າ "ມີແນວຄິດຂອງສົງຄາມເຢັນ", ໂດຍກ່າວວ່າ ພັນທະມິດເຫຼົ່ານີ້ກໍາລັງກ້າວເດີນໄປໃນ "ເສັ້ນທາງທີ່ຜິດພາດ ແລະເປັນອັນຕະລາຍ."
ຟໍຣັມສະແດງຄວາມຄິດເຫັນ