ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ກຽມສົ່ງ ອົບພະຍົບ ກຸ່ມທຳອິດ ມາຕັ້ງຖິ່ນຖານ ໃນ ສະຫະລັດ


ປະທານາທິບໍດີ ປະເທດ ນາອູຣູ ທ່ານ Baron Divavesi Waqa, ຊ້າຍ, ພົບປະກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ຢູ່ຫ້ອງການສະພາ ເຄືອຈັກກະພົບ ໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ, 6 ເມສາ, 2017.
ປະທານາທິບໍດີ ປະເທດ ນາອູຣູ ທ່ານ Baron Divavesi Waqa, ຊ້າຍ, ພົບປະກັບນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ຢູ່ຫ້ອງການສະພາ ເຄືອຈັກກະພົບ ໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ, 6 ເມສາ, 2017.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວວ່າອົບພະຍົບປະ
ມານ 50 ຄົນ ເຊິ່ງໃນປັດຈຸບັນນີ້ ອາໄສຢູ່ໃນສູນກັກຂັງ 2 ແຫ່ງ ໃນເຂດສອກຫລີກມະ
ຫາສະສະໝຸດປາຊີຟິກ ຈະໄດ້ໄປຕັ້ງຖິ່ນຖານຢູ່ປະເທດ ສະຫະລັດ ໃນໄວໆນີ້.

ທ່ານ Turnbull ໄດ້ປະກາດໃນວັນພຸດມື້ນີ້ ໃນລະຫວ່າງການ​ໃຫ້ສຳ ພາດທາງໂທລະ
ພາບວ່າ ຈຳນວນອົບພະຍົບ ທີ່ຖືກຄວບຄຸມຕົວ ໃນປະເທດ Papua New Guinea
ແລະ Nauru ຈະເລີ່ມມຸ່ງໜ້າໄປປະເທດ ສະຫະລັດ ພາຍໃນບໍ່ເທົ່າໃດສັບປະດາຂ້າງ
ໜ້ານີ້.

ພວກອົບພະຍົບ 1,250 ຄົນ ແມ່ນຜູ້ຂໍລີ້ໄພກຸ່ມທຳອິດທີ່​ໄດ້​ຮັບ​ອະນຸ ຍາດ​ໃຫ້ໄປຕັ້ງຖິ່ນ
ຖານໃນ ສະຫະລັດ ພາຍໃຕ້ຂໍ້ຕົກລົງ ລະຫວ່າງລັດຖະບານ ແຄນເບີຣາ ແລະ ວໍຊິງຕັນ
ໃນການປະຕິບັດໜ້າທີ່ສັບປະດາສຸດທ້າຍ ຂອງລັດຖະບານ ທ່ານ ບາຣັກ ໂອບາມາ.
ຜູ້ສືບທອດຕຳແໜ່ງຂອງທ່ານ ໂອບາມາ, ທ່ານ ດໍໂນລ ທຣຳ, ໄດ້ໂຈມຕີຂໍ້ຕົກລົງດັ່ງກ່າວ
ໃນລະຫວ່າງ ການໂຕ້ຖຽງກັນທາງໂທລະສັບກັບທ່ານ Turnbull ບໍ່ດົນຫຼັງຈາກເຂົ້າດຳ
ລົງຕຳແໜ່ງ, ແລະ ໄດ້ເອີ້ນມັນວ່າ “ເປັນຂໍ້ຕົກລົງທີ່ໂງ່” ໃນຂໍ້ຄວາມທີ່ຂຽນລົງໃນ Twitter
ເມື່ອເດືອນກຸມພາທີ່ຜ່ານມາ, ກ່ອນຕົກລົງປະຕິບັດຕາມຂໍ້ຕົກລົງນັ້ນ.

ທ່ານ Turnbull ໄດ້ກ່າວໃນລະຫວ່າງການ​ໃຫ້ສຳພາດຂອງທ່ານວ່າ “ຂ້າພະເຈົ້າຢາກ
ຂໍຂອບໃຈ ປະທານາທິບໍດີ ທຣຳ ອີກຄັ້ງນຶ່ງ ສຳລັບການສືບຕໍ່ ປະຕິບັດ ຂໍ້ຕົກລົງດັ່ງ ກ່າວນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Australia Refugees
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG