ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອອສເຕຣຍ ຈະຈ່າຍເງິນ 35 ລ້ານໂດລາ ໃຫ້ກຳປູເຈຍ ໃນການຕົກລົງ ເລື່ອງອົບພະຍົບ (ວີດີໂອ)


ລັດຖະມົນຕີ ກວດຄົນເຂົ້າເມືອງ ອອສເຕຣເລຍ ທ່ານ Scott Morrison ທີ່ນະຄອນພະນົມເປັນ.
ລັດຖະມົນຕີ ກວດຄົນເຂົ້າເມືອງ ອອສເຕຣເລຍ ທ່ານ Scott Morrison ທີ່ນະຄອນພະນົມເປັນ.

ອອສ​ເຕລຍກ່າວ​ວ່າ ຕົນ​ຈະ​ຈ່າຍ​ເງິນ​ໃຫ້ ກຳປູ​ເຈຍ 35 ລ້ານ​
ໂດ​ລາ ອັນ​ເປັນ​ພາກສ່ວນນຶ່ງ ​ຂອງຂໍ້ຕົກລົງທີ່ກຳລັງຈະມີຂຶ້ນ
ຊຶ່ງຈະມີການສົ່ງພວກ​ອົບ​ພະ​ຍົບ ໃຫ້ເຂົ້າໄປຕັ້ງຖິ່ນຖານ ຢູ່
​ໃນ​ປະ​ເທດ​ທີ່​ທຸກ​ຈົນ​ ໃນເອ​ເຊ​ຍອາຄະ​ເນແຫ່ງນີ້.

ລັດຖະມົນຕີ​ກວດຄົນ​ເຂົ້າ​ເມືອງ ຂອງອອສເຕຣເລຍ ທ່ານ
Scott Morrison ຜູ້​ທີ່ມີກຳນົດ​ຈະ​ເຊັນ​ຂໍ້​ຕົກລົງດັ່ງກ່າວ​ໃນ​
ວັນ​ສຸກ​ມື້​ນີ້​ຢູ່ນະຄອນ​ພະນົມ​ເປັນ ​ກ່າວ​ວ່າ ຈະ​ບໍ່​ມີ​ຈຳນວນ
​ຈຳກັດ ກ່ຽວພັບພວກອົບ​ພະຍົບ ທີ່​ຈະສົ່ງໄປ​ກຳປູ​ເຈຍ.

ທ່ານ Morrison ກ່າວ​ຕໍ່ສື່​ມ່ວນຊົນທ້ອງ​ຖິ່ນ​ວ່າ ມີ​ແຕ່​ພວກທີ່
​ຢູ່ໃນ​ບ່ອນ​ຖືກ​ກັກ​ຂັງທີ່ເກາະ Nauru ຊຶ່ງເປັນ​ເກາະ​ນ້ອຍໆໃນ​ມະຫາສະມຸດ​ປາຊິ​ຟິກເທົ່າ
ນັ້ນ ຈະ ໄປຕັ້ງ​ຕັ້ງ​ຖິ່ນ​ຖານ​ຢູ່​ ກຳປູ​ເຈຍໃນຂັ້ນຕົ້ນ. ທ່ານ​ກ່າວ​ວ່າ ພວກ​ອົບ​ພະຍົບຊຸດ​ທຳ​ອິດອາດ​ຈະ​ຖືກ​ສົ່ງ​ໄປ ​ໃນ​ທ້າຍ​ປີ​ນີ້.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Morrison ຢືນຢັດ​ວ່າ ​ໂຄງການນີ້​ຈະ “​ເປັນ​ການ​ອາສາ​ສະ
​ມັກເທົ່າ​ນັ້ນ” ໂດຍປະຕິຍານ​ວ່າ ມີ​ແຕ່​ບັນດາ​ຜູ້​ເຕັມ​ໃຈ​ເທົ່າ​ນັ້ນ ຈະ​ຖືກ​ສົ່ງ​ໄປ​ກຳປູ​ເຈຍ.

ທ່ານກ່າວ​ວ່າ ຈະມີການສະໜອງພວກ​ອົບ​ພະຍົບດ້ວຍການສະໜັບສະໜຸນເພື່ອ ​ໃຫ້​ເຂົາ
​ເຈົ້າ “ກຸ້​ມຕົນ​ເອງໄດ້​ໄວ​ເທົ່າ​ທີ່​ຈະ​ໄວໄດ້."

ລັດຖະມົນຕີ ກະຊວງ​ພາຍ​ໃນ​ ກຳປູ​ເຈຍ ທ່ານ Sar Kheng ກ່າວໃນ​ວັນ​ພະ ຫັດ​ວານ​ນີ້​
ວ່າກຳປູ​ເຈຍຈະ​ຮັບເອົາ “ອົບ​ພະຍົບ ສີ່ ຫລື​ ຫ້າ​ຄົນ ​ເທົ່າ​ນັ້ນ ​ເພື່ອ​ເປັນ​ການ​ທົດ​ລອງ” ​
ໃນ​ອະນາ​ຄົດ​ອັນໃກ້ໆ​ນີ້ ​ແຕ່​ບໍ່​ໄດ້ໃຫ້​ລາຍ​ລະອຽດ​ເພີ້​ມ​ເຕີມ.

ບັນດາກຸ່ມປົກປ້ອງສິດທິ​ມະນຸດ ​ໄດ້​ຕຳໜິຕິຕຽນຕໍ່ຂໍ້ຕົກລົງນີ້​ວ່າໄຮ້ມະນຸດສະທຳ ​ໂດຍ
​ກ່າວ​ວ່າ ກຳປູ​ເຈຍ ​ເປັນ​ປະ​ເທດ​ນຶ່ງ​ທີ່​ທຸກຍາກ​ທີ່​ສຸດ​ໃນ​ໂລກ ຊຶ່ງບໍ່ເຕັມ​ໃຈ ​ຫລືບໍ່​ມີ​ຄວາມ
​ສາມາດ ທີ່ຈະ​ເບິ່ງ​ແຍງ​ອົບ​ພະຍົບເຫຼົ່ານີ້ ໄດ້​ຢ່າງ​ເໝາະ​ສົມ.

AUSTRALIA CAMBODIA CNPK
please wait

No media source currently available

0:00 0:01:24 0:00

XS
SM
MD
LG