ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຍື່ນຄຳຮ້ອງ ຕໍ່ອົງການການຄ້າໂລກ ຢ່າງເປັນທາງການ ຍ້ອນຈີນເກັບພາສີອາກອນສູງ ຕໍ່ເຂົ້າບາເລຂອງຕົນ


ພືດຜົນເຂົ້າບາເລ ແມ່ນເຫັນໄດ້ໃນທົ່ງຢູ່ຟາມໃກ້ກັບເມືອງມໍຣີ Moree, ທີ່ເປັນດິນແດນເມືອງນຶ່ງ ຂອງລັດ ນິວເຊົ້າເວລສ໌ , ອອສເຕຣເລຍ, ວັນທີ 27 ຕຸລາ 2020.
ພືດຜົນເຂົ້າບາເລ ແມ່ນເຫັນໄດ້ໃນທົ່ງຢູ່ຟາມໃກ້ກັບເມືອງມໍຣີ Moree, ທີ່ເປັນດິນແດນເມືອງນຶ່ງ ຂອງລັດ ນິວເຊົ້າເວລສ໌ , ອອສເຕຣເລຍ, ວັນທີ 27 ຕຸລາ 2020.

ອອສເຕຣເລຍ ເລີ້ມຍື່ນຄຳຮ້ອງຄັດຄ້ານຢ່າງເປັນທາງການໄປຍັງອົງການ ການຄ້າໂລກ ຫຼື WTO ກ່ຽວກັບການວາງພາສີອາກອນຢ່າງໜັກຂອງຈີນ ຕໍ່ເຂົ້າບາເລ ທີ່ສົ່ງອອກຂອງຕົນນັ້ນ.

ລັດຖະມົນຕີກະຊວງການຄ້າ ທ່ານຊາຍມອນ ເບີມິງແຮ້ມ ໄດ້ຍອມຮັບວ່າ ການຮຽກຮ້ອງຕໍ່ອົງການ WTO “ແມ່ນບໍ່ສົມບູນແລະພວກມັນໃຊ້ເວລາດົນເກີນກວ່າທີ່ຄວນຈະເປັນ” ໃນການປະກາດການເຄື່ອນໄຫວດັ່ງກ່າວ ເມື່ອວັນພຸດມື້ນີ້ ຢູ່ໃນນະຄອນຫຼວງ ແຄນເບີຣາ. ແຕ່ທ່ານໄດ້ກ່າວວ່າ ໃນທີສຸດແລ້ວ “ມັນແມ່ນວິທີທາງທີ່ຖືກຕ້ອງສຳລັບອອສເຕຣເລຍ ທີ່ຕ້ອງເຮັດໃນເວລານີ້.”

ປັກກິ່ງໄດ້ວາງພາສີອາກອນຕໍ່ຕ້ານການທຸ້ມສິນຄ້າແລະຕໍ່ຕ້ານການອຸດໜຸນໂດຍລັດ 80.5 ເປີເຊັນຕໍ່ເຂົ້າບາເລ ເມື່ອຢ້ອນຄືນໄປເດືອນພຶດສະພາ ຫຼັງຈາກທີ່ຕົນກ່າວອ້າງວ່າ ການປູກຝັງເຂົ້າບາເລ ໄດ້ຮັບການອຸດໜຸນຢ່າງຫຼວງຫຼາຍໂດຍລັດຖະບານ.

ການວາງພາສີອາກອນດັ່ງກ່າວ ແມ່ນຄາດວ່າ ຈະເປັນຜົນເສຍໃຫ້ແກ່ພວກຊາວກະສິກອນອອສເຕຣເລຍ ຫຼາຍເກີນກວ່າ 300 ລ້ານໂດລາ ໃນແຕ່ລະປີ.

ທ່ານເບີມິງແຮ້ມ ໄດ້ກ່າວວ່າ ເຫດຜົນສຳລັບການວາງພາສີອາກອນຢ່າງໜັກຂອງຈີນນັ້ນ “ຂາດພື້ນຖານ” ແລະ “ບໍ່ໄດ້ສະໜັບສະໜຸນ ໂດຍຄວາມຈິງແລະຫຼັກຖານ.”

ການຕັດສິນໃຈເພື່ອຫາທາງແກ້ໄຂບັນຫາກັບອົງການ WTO ຂອງອອສເຕຣເລຍນັ້ນ ໄດ້ອອກມານຶ່ງວັນຫຼັງຈາກທີ່ ນາຍົກລັດຖະມົນຕີ ສກັອດ ມໍຣີສັນ ໄດ້ເຕືອນວ່າ ຕົນຈະລາຍງານຈີນ ກ່ຽວກັບຂໍ້ມູນຈາກສື່ມວນຊົນຂອງທາງການຈີນ ທີ່ວ່າ ໂຮງງານໄຟຟ້າຂອງຈີນ ໄດ້ຮັບການອະນຸຍາດຢ່າງເປັນທາງການເພື່ອໃຫ້ນຳເຂົ້າຖ່ານຫີນ ຈາກປະເທດອື່ນໆໄດ້ ໂດຍປາສະຈາກຂໍ້ຈຳກັດໃດໆ ຍົກເວັ້ນແຕ່ອອສເຕຣເລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG