ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍຈະສົ່ງ ເຮືອດຳນ້ຳນ້ອຍ ລົງໄປ ຊອກຫາ ເຮືອບິນມາເລເຊຍ (ສະໄລດ໌/ວີດີໂອ)


malaysiaplane14april14
please wait

No media source currently available

0:00 0:01:46 0:00
ຫົວໜ້າ​ທີ​ມຊອກ​ຄົ້ນ​ຫາ​ຖ້ຽວ​ບິນ 370 ຂອງ​ສາຍ​ການບິນ​
ມາ​ເລ​ເຊຍທີ່​ ​ຫາຍ​ສາບ​ສູນ ກ່າວ​ວ່າ ກຳ​ປັ່ນ​ຂອງ​ອອສ​
ເຕຣ​ເລຍ​ລຳ​ນຶ່ງ​ຈະ​ສົ່ງ​ເຮືອ​ດຳ​ນ້ຳ​ນ້ອຍ​ໆ ​ທີ່​ບໍ່​ມີ​ຄົນ​ຂັບ
ລົງ​ໄປ​ໃຕ້​ທະ​ເລ ​ໃນ​ເວລາອັນ “ ​ໄວ​ເທົ່າ​ທີ່​ຈະ​ເປັນ​ໄປ
​ໄດ້
” ເພື່ອໃຫ້​ຮູ້​ວ່າ ພວກ​ສັນຍານ​ຕ່າງໆ​ທີ່ ເຄື່ອງ​ຊອກຫາ
​ທີ່ມາ​ຂອງ​ສຽງ ໄດ້​ຮັບ​ຈາກ​ນັ້ນ ​ແມ່ນ​ມາ​ຈາກ​ເຮືອບິນລຳ
​ທີ່​ຫາຍ​ໄປ ຫຼືບໍ?

ທ່ານ Angus Houston ຫົວໜ້າ​ສູນ​ປະສານ​ງານ​ຮ່ວມ
ລະຫວ່າງ ອົງການ​ຕ່າງໆ​ຂອງ​ອອສ​ເຕຣ​ເລຍ ກ່າວ​ໃນ​
ວັນ​ຈັນ​ມື້​ນີ້​ວ່າ ກຳ​ປັ່ນ Ocean Shield ຂອງອອສ​ເຕຣ​
ເລຍ ​ຈະຢຸດເຊົາແກ່​ລາກ​ເຄື່ອງຈັບສັນຍານສຽງ​ ຂອງກອງທັບ​ເຮືອ​ສະຫະລັດ
​ແລະຈະ​ເລີ້ມປ່ອຍ​ເຮືອ​ດຳ​ນ້ຳ​ນ້ອຍ Bluefin 21 ລົງໄປ ໃນ​ຕອນ​ບ່າຍ​ມື້​ນີ້.

ທ່ານ Houston ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ທີ່​ເມືອງ Perth ​ໃນ​ມື້​ນີ້​ວ່າ “ພວກ​
ເຮົາ​ບໍ່​ໄດ້​ຍິນ​ສຽງ​ສັນຍານ​ໃດໆ​ມາ​ໄດ້ 6 ມື້​ແລ້ວ. ສະ​ນັ້ນ​ຂ້າພະ​ເຈົ້າ​ຄຶດ​ວ່າ
ມັນເຖິງ​ເວລາ ທີ່​ພວກ​ເຮົາ​ຕ້ອງ​ລົງ​ສູ່ພື້ນນ້ຳ.”


ເຮືອ​ດຳ​ນ້ຳ​ນ້ອຍ​ລຳ​ນີ້ ​ຈະ​ໃຊ້​ເຄື່ອງ​ Sonar ເພື່ອ​ເບິ່ງຮູບ​ພາບ​ກ່ຽວ​ກັບ​ຊິ້ນ​ສ່ວນ​
ໃດໆ​ທີ່​ພົບ​ເຫັນ ໃນ​ການ​ຊອກ​ຫາ​ເຄື່ອງ​ບັນທຶກ​ສຽງ​ຂໍ້​ມູນ ຫລື ກັບ​ດຳ ຢູ່​ໃນ​ພື້ນ
​ມະຫາ​ສະມຸດ​ອິນ​ເດຍນັ້ນ​.

ທ່ານ Houston ຍັງ​ກ່າວ​ຕື່ມ​ວ່າ ​ໄດ້​ພົບ​ເຫັນນ້ຳມັນ​ທີ່​ໄຫຼ​ຢູ່​ເທິງ​ໜ້າ​ນ້ຳ​ໃນ​ເຂດ​ດັ່ງ
ກ່າວ​ ໃນ​ແລງ​ວັນ​ອາທິດ​ວານ​ນີ້ ​ແຕ່​ມັນ​ຈະ​ໃຊ້​ເວລາ​ອີກ​ຫຼາຍມື້ ກ່ອນ​ຈະ​ສາມາດ
ກວດ​ໄດ້​ວ່າ ​ນ້ຳມັນ​ນີ້​ມາ​ຈາກ​ໃສ?

ບັນດາ​ເຈົ້າ​ໜ້າ​ທີ່ໄດ້​ກ່າວ​ເຕືອນ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ ຈະ​ເສຍ​ພາຫະນະ
​ທີ່​ສຳຄັນ​ ສຳລັບ​ການ​ຊອກ​ຫາ​ສັນຍານ​ຂອງ​ເຂົາ​ເຈົ້າ​ໄປ ເວລາ​ໝໍ້​ໄຟ​ຫຼື battery
​ໃນ​ເຄື່ອງ​ບັນທຶກຂໍ້​ມູນ​ຖ້ຽວ​ບິນ​ ໝົດ​ແຮງ​ລົງ. ພວກ​ໝໍ້​ໄຟ​ເຫຼົ່ານີ້ແມ່ນອອກ​ແບບ
ໃຫ້ໃຊ້​ໄດ້ ກຸ້ມ 30 ມື້ ຫລື​ອາດ​ຈະ​ດົນ​ກວ່າ​ນັ້ນ​ນ້ອຍ​ນຶ່ງ​ກໍໄດ້. ​ເຮືອບິນ​ລຳ​ນີ້​ ​ຫາຍ
​ສາບ​ສູນ​ໄປໄດ້ 38 ມື້​ແລ້ວ.
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG