ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອອສເຕຣເລຍ ຈະສືບຕໍ່ ຄົ້ນຫາ ເຮືອບິນ ມາເລເຊຍ ທີ່ ຫາຍສາບສູນ (ວີດີໂອ)


독일 마인츠의 카니발 행렬에 참가할 블라디미르 푸틴 러시아 대통령 모양의 종이 인형.
독일 마인츠의 카니발 행렬에 참가할 블라디미르 푸틴 러시아 대통령 모양의 종이 인형.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ກ່າວ
​ວ່າ ທ່ານ​ຈະ​ບໍ່​ຍອມຢຸດເຊົາໃນ​ການ​ຊອກ​ຫາ​ຖ້ຽວບິນ MH370
ຂອງສາຍ​ການບິນມາ​ເລຍ​ເຊຍ ທີ່ໄດ້ຫາຍ​ສາບ​ສູນໄປ ໃນລະ
ຫວ່າງການເດີນທາງ ແຕ່ກົວ​ລາ​ລຳເປີ ​ໄປ​ຫາ​ປັກ​ກິ່ງ ​ເມື່ອ​ຫົກ
ເດືອນ​ກ່ອນ.

ທ່ານ Abott ກ່າວໃນ​ວັນ​ເສົາ ​ມື້​ນີ້​ ​ໃນ​ລະຫວ່າງ ​ການ​ຢ້ຽມຢາມ
ມາ​ເລ​ເຊຍ​ເປັນ​ເວລານຶ່ງ​ມື້ ວ່າ ການ​ຊອກ​ຫາ​ເຮືອບິນທີ່​ໄດ້​ຫາຍ​
ສາບ​ສູນ​ໄປ​ໃນ​ວັນ​ທີ 8 ​ເດືອ​ນມີນາພ້ອມ​ດ້ວຍ​ຜູ້​ໂດຍສານແລະ
ພະນັກງານ 239 ຄົນ​ຢູ່ໃນ​ເຮືອບິນ ຈະ​ເລີ້ມ​ອີກ​ປະມານ​ສອງ​ອາ
ທິດນີ້ ​ແລະ​ຈະ​ສີ້​ນສຸດ​ລົງ​ນານ​ເທົ່າ​ທີ່​ຍັງມີ​ຄວາມ​ຕ້ອງການ ​ເພື່ອ​
ຊອກຄົ້ນ​ຫາ​ຢູ່​ພື້ນ​ມະຫາ​ສະມຸດ​ອິນ​ເດຍ ທາງ​ພາກ​ຕາ​ເວັນ​ຕົກ​ ຂອງອອສ​ເຕຣ​ເລຍ.

ຜູ້ນໍາ ອອສ​ເຕຣຍເລຍ ​ໄດ້​ໄປ​ຢ້ຽມຢາມມາ​ເລ​ເຊຍ ​ໃນ​ວັນ​ເສົາ​ມື້​ນີ້​ເພື່ອ​ສົນທະນາຫາລືກ່ຽວ
ກັບຄວາມ​ພະຍາຍາມໃນການຊອກ​ຄົ້ນ​ຫາ ກັບນາຍົກລັດຖະມົນຕີມາ​ເລ​ຍເຊຍ ທ່ານ
Najib Razak. ຜູ້ນຳທັງ​ສອງ​ຍັງ​ໄດ້​ຫາລືກັນ ກ່ຽວກັບຊາ​ຕາ​ກຳ​ກ່ຽວກັບຖ້ຽວບິນ​ MH17
ຂອງມາ​ເລ​ເຊຍ ທີ່​ໄດ້​ລະ​ເບີດ​ຢູ່ເໜືອເຂດນ່ານຟ້າ ໃນພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ
​ເມື່ອ​ເດືອນ​ກໍ​ລະ​ກົດຜ່ານມາ ພ້ອມ​ດ້ວຍ​ຜູ້​ໂດຍສານພະນັກງານ 289 ຄົນ​ຢູ່​ເທິງ​ເຮືອບິນ.

ທ່ານ Nijab ກ່າວ​ວ່າ ທ່ານ​ຕ້ອງການ​ຢາກສົ່ງ​ຄະນະ​ສືບ​ສວນ​ ໄປ​ຍັງຢູ​ເຄຣນ ກ່ອນ​ຈະ
​ເລີ້ມລະ​ດູໜາວ ​ເພື່ອ​ລວບ​ລວມຫລັກ​ຖານ ​ເຖິງ​ແມ່ນ​ທ່ານ​ໄດ້ກ່າວ​ວ່າ ລັດຖະບານມາ
ເລເຊຍ ມີລາຍງານສືບລັບທີ່ຂ້ອນຂ້າງແນ່ນອນແລ້ວ ເພື່ອພິສູດ ວ່າ ເຮືອ​ບິນ​ໄດ້​ຖືກ​ຍິງ​
ຕົກ. ແຕ່ທ່ານບໍ່​ໄດ້​ໃຫ້ການຊີ້ແຈ້ງເພີ້ມຕື່ມແຕ່ປະການໃດ.

AUSTRALIA MALAYSIA SOTVO
please wait

No media source currently available

0:00 0:00:41 0:00

XS
SM
MD
LG