ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດຝົນຕົກໜັກແລະນໍ້າຖ້ວມສຸ ໃນພາກໃຕ້ ອອສເຕຣເລຍ


ຫໍສະມຸດແຫ່ງນຶ່ງທີ່ເມືອງ Cardwell ໄດ້ຮັບຄວາມເສຍຫາຍ ຈາກລົມພາຍຸໄຊໂຄລນ Yasi (4 ກຸມພາ 2011)
ຫໍສະມຸດແຫ່ງນຶ່ງທີ່ເມືອງ Cardwell ໄດ້ຮັບຄວາມເສຍຫາຍ ຈາກລົມພາຍຸໄຊໂຄລນ Yasi (4 ກຸມພາ 2011)

ລົມພາຍຸໄຊໂຄລນ Yasi ຊຶ່ງໄດ້ພັດເຂົ້າຖະຫຼົ່ມເຂດພາກ
ຕາເວັນອອກສຽງເໜືອຂອງອອສເຕຣເລຍ ໃນວັນສຸກວານ
ນີ້ໄດ້ກາຍເປັນລົມພາຍຸຄວາມກົດດັນອາກາດຕໍ່າເຂດຮ້ອນ
ເຄື່ອນລົງໄປທາງໃຕ້ ທີ່ໄດ້ພາໃຫ້ເກີດຝົນຕົກໜັກແລະນໍ້າ
ຖ້ວມສຸຢູ່ໃນເຂດນະຄອນ Melbourne.

ພະແນກອຸຕຸນິຍົມຂອງອອສເຕຣເລຍກ່າວວ່າ ມີຝົນຕົກ
ໜັກແທກໄດ້ ຫຼາຍກວ່າ 175 ມິລລີແມັດຢູ່ໃນບາງບໍລິ
ເວນຂອງນະຄອນ Melbourne ຫົວເມືອງໃຫຍ່ອັນດັບ
2 ຂອງອອສເຕຣເລຍ ຂະນະທີ່ລົມແຮງ ໄດ້ເຮັດໃຫ້ຕົ້ນ
ໄມ້ແລະເສົາໄຟຟ້າຈຳນວນນຶ່ງຫັກ.

ເຈົ້າໜ້າທີ່ໃນເມືອງຫລວງຂອງລັດ Queensland ທີ່ຢູ່ຫ່າງ
ຈາກເຂດທີ່ປະສົບໄພ 2 ພັນຫຼັກກິໂລແມັດຂຶ້ນໄປທາງເໜືອ
ກ່າວວ່າ ປະຊາຄົມໃນເຂດແຄມທະເລທີ່ເມືອງ Cardwell,
Tully ແລະ Mission Beach ໄດ້ຮັບຜົນກະທົບຮ້າຍ
ແຮງສຸດຈາກລົມພາຍຸໄຊໂຄລນ Yasi ຊຶ່ງໄດ້ພັດຂຶ້ນຝັ່ງໃນຕອນເຊົ້າຂອງວັນພະຫັດ ດ້ວຍ
ລົມທີ່ມີຄວາມແຮງເຖິງ 300 ກິໂລແມັດຕໍ່ຊົ່ວໂມງ.

XS
SM
MD
LG