ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ເສີມຂະຫຍາຍ ການຮັກສາ ຄວາມປອດໄພ ທາງອິນເຕີເນັດ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຄຳປາໄສ ຢູ່ທີ່ຫໍພິພິດທະພັນແຫ່ງຊາດ ຂອງຄວາມກ້າວ ໜ້າດ້ານວິທະຍາສາດ ແລະ ວິວັດທະນາການໃໝ່ ໃນນະຄອນ ຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 18 ທັນວາ 2015.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcolm Turnbull ກ່າວຄຳປາໄສ ຢູ່ທີ່ຫໍພິພິດທະພັນແຫ່ງຊາດ ຂອງຄວາມກ້າວ ໜ້າດ້ານວິທະຍາສາດ ແລະ ວິວັດທະນາການໃໝ່ ໃນນະຄອນ ຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 18 ທັນວາ 2015.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Malcom Turnbull ໄດ້ປະກາດ ໃນວັນພະຫັດ ມື້ນີ້ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຄັ້ງ​ໃຫຍ່​ໃນຍຸດທະສາດໃໝ່ ດ້ານການຮັກສາຄວາມປອດໄພ ທາງອິນເຕີເນັດ ຫຼືໄຊເບີ້ ເພື່ອຕໍ່ຕ້ານພວກລັກເຈາະຂໍ້ມູນ ທີ່ເອີິ້ນວ່າ ພວກແຮກເກີ້ນັ້ນ ຫຼັງຈາກທີ່ກົມອຸຕຸນິຍົມຂອງປະເທດ ໄດ້ຕົກເປັນເປົ້າໝາຍ​ໃນ​ການ​ໂຈມ​ຕີເມື່ອປີກາຍນີ້.

ທ່ານ Turnbull ໄດ້ກ່າວຢູ່ໃນນະຄອນ Sydney ວ່າ “ຂ້າພະເຈົ້າ ສາມາດຢືນຢັນລາຍ ງານ ທີ່ກົມອຸຕຸນິຍົມວິທະຍາ ໄດ້ປະສົບກັບການບຸກລຸກທາງອິນເຕີເນັດ ທີ່ສຳຄັນ ຊຶ່ງ ໄດ້ຖືກກວດພົບຄັ້ງທຳອິດ ເມື່ອຕົ້ນປີກາຍນີ້ ແລະ ພະແນກບໍລິການຂອງລັດຖະສະພາ ກໍໄດ້ປະສົບກັບ ການບຸກລຸກທີ່ຄ້າຍຄືກັນນັ້ນ ​ເມື່ອສອງສາມປີຜ່ານມານີ້.”

ທ່ານ Turnbull ອະດີດຜູ້ປະກອບການທຸລະກິດ ທາງດ້ານອິນເຕີເນັດ ໄດ້ກ່າວວ່າ ການ ລັກເຈາະຂໍ້ມູນ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ປະເທດ ປະມານ 780 ລ້ານໂດລາ ຕໍ່ປີ. ທ່ານໄດ້ເປີດໂຕແຜນການ ທີ່ປະກອບດ້ວຍ 33 ມາດຕະການ ຮັກສາຄວາມປອດໄພ ທາງອິນເຕີເນັດ ຊຶ່ງທ່ານຫວັງວ່າ ຈະເສີມຂະຫຍາຍການປ້ອງກັນທາງອິນເຕີເນັດຕ່າງໆ.

ສ່ວນໜຶ່ງຂອງແຜນການດັ່ງກ່າວ ກໍຄື ລັດຖະບານ ຈະຮ່ວມມື ກັບພາກເອກະຊົນ ເພື່ອຕໍ່ສູ້ ອາຊະຍາກຳທາງອອນລາຍ ຊຶ່ງທ່ານ Turnbull ຈະແຕ່ງຕັ້ງ ລັດຖະມົນຕີຊ່ວຍວ່າການ ​ເພື່ອ​ຮັບຜິດຊອບ​ດ້ານຄວາມປອດໄພທາງໄຊເບີ້ ແລະ ປະເທດຈະທຳການບຸກໂຈມຕີ ຕໍ່ພວກອາຊະຍາກອນທາງໄຊເບີ້. ທ່ານ Turnbull ໄດ້ກ່າວວ່າ ຄະນະກຳມະການດ້ານ ສັນຍານຂອງປະ​ເທດ ອັນເປັນອົງການສືບລັບຂອງອອສເຕຣເລຍ ມີ “ຄວາມອາດສາ ມາດຫຼາຍພໍສົມຄວນ” ແຕ່ ທ່ານບໍ່ໄດ້ອະທິບາຍຫຍັງຕື່ມ ຫຼາຍ​ໄປກວ່ານີ້.

ໂຄງການຮັກສາຄວາມປອດໄພທາງໄຊເບີ້ ຈະ​ໄດ້​ຮັບທຶນໃຊ້ຈ່າຍໃໝ່ ຕື່ມອີກ 180 ລ້ານ ໂດລາ ສົບທົບ​ໃສ່ກັບຫຼາຍກວ່າ 300 ລ້ານໂດລາ ທີ່ໄດ້ອະ​ນຸມັດ​ໄປ​ແລ້ວ ເພື່ອເພີ້ມການ ຮັກສາຄວາມປອດໄພ ທາງອອນລາຍ ສຳລັບທົດສະວັດຕໍ່ໜ້າ.

ອ່ານຂ່າວ ເລື່ອງນີ້ ເປັນພາສາອັງກິດ

XS
SM
MD
LG