ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານອອສເຕຣເລຍ ຖືກກ່າວຫາວ່າ ກໍ່ອາດຊະຍາກຳສົງຄາມ ໃນອັຟກາສິນຖານ


ຜູ້ບັນຊາການກຳລັງປ້ອງກັນປະເທດຂອງອອສເຕຣເລຍ ນາຍພົນອັງກັສ ແຄມເບີລ ກ່າວວ່າ ລາຍງານກວດພົບວ່າ ມີການສັງຫານນັກໂທດ ອັຟການິສຖານ ແລະພວກພົນລະເຮືອນລະຫວ່າງປີ 2005 ຫາ 2016.
ຜູ້ບັນຊາການກຳລັງປ້ອງກັນປະເທດຂອງອອສເຕຣເລຍ ນາຍພົນອັງກັສ ແຄມເບີລ ກ່າວວ່າ ລາຍງານກວດພົບວ່າ ມີການສັງຫານນັກໂທດ ອັຟການິສຖານ ແລະພວກພົນລະເຮືອນລະຫວ່າງປີ 2005 ຫາ 2016.

ການສືບສວນມາເປັນເວລາສີ່ປີ ໄດ້ພົບເຫັນ “ຫລັກຖານທີ່ໜ້າເຊື່ອຖື” ກ່ຽວກັບກຳລັງ
ພິເສດຂອງອອສເຕຣເລຍຢູ່ໃນອັຟການິສຖານ ໄດ້ທຳການ “ຄາດຕະກຳ” ພວກນັກ
ໂທດ 39 ຄົນ ທີ່ເປັນຊາວນາ ແລະພົນລະເຮືອນອື່ນໆ. ຫົວໜ້າຜູ້ບັນຊາການກຳລັງ
ປ້ອງກັນປະເທດຂອງອອສເຕຣເລຍ ນາຍພົນອັງກັສ ແຄມແບລ ໄດ້ນຳອອກເຜີຍແຜ່
ລາຍງານຂັ້ນສຸດທ້າຍ ໃນວັນພະຫັດ ອາທິດແລ້ວນີ້. ຟຽລ ເມີເຊີ ມີລາຍງານຈາກ
ນະຄອນຊິດນີ ຊຶ່ງ ກິ່ງສະຫວັນ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທະຫານອອສເຕຣເລຍສິບເກົ້າຄົນ ຖືກສົງໄສວ່າ ສັງຫານນັກໂທດອັຟກາ ນິສຖານ 39
ຄົນແລະພົນລະເຮືອນລະຫວ່າງປີ 2005 ຫາ 2016. ລາຍງານວ່າດ້ວຍອາດຊະຍາກຳ
ສົງຄາມ ໄດ້ພົບເຫັນພວກທະຫານຊັ້ນຜູ້ນ້ອຍໄດ້ຖືກຊັກ ຊວນໃຫ້ຍິງພວກນັກໂທດ ເພື່ອ
ເປັນການສັງຫານເທື່ອທຳອິດຂອງພວກເຂົາເຈົ້າ. ບັນດາຜູ້ບັນຊາການທະຫານ ໄດ້ຖືກ
ປະນາມ ທີ່ອະນຸຍາດໃຫ້ມີ “ການປະພຶດທີ່ ອາດຊະຍາກຳ” ເກີດຂຶ້ນ “ຢູ່ໃນຄວາມຄິດລົງ
ມືເຮັດ ແລະໄດ້ປິິດບັງ.”

ການສືບສວນແມ່ນໄດ້ດໍາເນີນໂດຍຜູ້ກວດກາທົ່ວໄປຂອງ ກຳລັງປ້ອງກັນປະເທດອອສ
ເຕຣເລຍ. ໃນໄລຍະສີ່ປີທີ່ຜ່ານມາໄດ້ມີການກວດສອບເບິ່ງ 57 ເຫດການທີ່ມີການກ່າວ
ຫາວ່າ ປະພຶດທີ່ບໍ່ຖືກຕ້ອງ ແລະໄດ້ຮັບຟັງຈາກຜູ້ພວກທີ່ເຫັນເຫດ ການຫລາຍຮ້ອຍຄົນ.
ການສືບສວນ ພົບເຫັນວ່າ ບໍ່ມີການກ່າວຫາໃດ ກ່ຽວກັບອາດຊະຍາກຳຕ່າງໆ ທີ່ອາດມີ
ບໍ່ມີການເອົາຫົວຊາ ໃນຂະນະທີ່ “ມີການຕັດສິນ ໃຈທີ່ຂໍ້ໂຕ້ແຍ້ງ ທີ່ໄດ້ເຮັດຂຶ້ນ ພາຍໃຕ້
ຄວາມກົດດັນຂອງການສູ້ລົບທີ່ກຳລັງຝົດເດືອດຢູ່ນັ້ນ.”

ຜູູ້ບັນຊາການກຳລັງປ້ອງກັນປະເທດຂອງອອສເຕຣເລຍທ່ານອັງກັສ ແຄມແບລ (Angus Campbell) ກ່າວວ່າ ລາຍງານໄດ້ພົບເຫັນ “ປະຫວັດທີ່ໜ້າອັບອາຍ” ຂອງ “ປະເພນີນັກ
ລົບ”
ໂດຍທະຫານຈຳນວນນຶ່ງ.

ທ່ານແຄມແບລ ກ່າວວ່າ “ມື້ນີ້ກຳລັງປ້ອງກັນປະເທດອອສເຕຣຍເລຍເປັນຜູ້ຮັບຜິດຊອບ
ຕໍ່ການກ່າວຫາໃນການປະພຶດຜິດຢ່າງຮ້າຍແຮງໂດຍບັນດາສະມາຊິກ ບາງຄົນຂອງປະ
ຊາຄົມກຳລັງພິເສດຂອງພວກເຮົາຢູ່ໃນອັຟການິສຖານ. ເຖິງປະ ຊາຊົນອັຟການິສຖານ
ຕາງໜ້າໃຫ້ກຳລັງປ້ອງກັນປະເທດ ຂອງອອສເຕຣເລຍ ຂ້າພະເຈົ້າຂໍຂະມາໂທດຢ່າງຈິງ
ໃຈແລະບໍ່ໄດ້ປິດບັງກ່ຽວກັບການກະທຳຜິດໃດໆ ໂດຍພວກທະຫານອອສເຕຣເລຍ ແລະ
ເຖິງປະຊາຊົນອອສເຕຣເລຍຂ້າພະເຈົ້າ ເສຍໃຈທີ່ສຸດຕໍ່ການກະທຳຜິດໃດໆກໍຕາມໂດຍ
ບັນດາສະມາຊິກຂອງກຳລັງປ້ອງ ກັນປະເທດຂອງອອສເຕຣເລຍ.”

ລາຍງານວ່າດ້ວຍອາດຊະຍາກຳສົງຄາມ ທີ່ເຜີຍແຜ່ໃນວັນພະຫັດອາທິດແລ້ວນີ້ ແມ່ນໄດ້
ມີການກວດກາຢ່າງໜັກ. ເອກກະສານລາຍງານລັບທັງໝົດຈະຖືກເກັບ ຮັກສາໄວ້ເປັນ
ຄວາມລັບຕໍ່ໄປ. ການກ່າວຫາຕ່າງໆຈະຖືກສືບສວນໂດຍຕຳຫຼວດ ອອສເຕຣເລຍ ແລະ
ບັນດາໄອຍະການຂອງລັດຖະບານກາງ.

ນາຍົກລັດຖະມົນຕີສະກັອດ ມໍຣິສັນ (Scott Morrison) ໄດ້ກ່າວກ່ອນໜ້ານີ້ວ່າ ອອສເຕຣ
ເລຍຕ້ອງໄດ້ປະເຊີນໜ້າ ກັບຄວາມຈິງ “ອັນຫຍຸ້ງຍາກ” ໃນການກະ ທຳຂອງທະຫານ
ບາງຄົນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG