ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປັບໃໝຢ່າງໜັກ ຕໍ່ຄົນຜູ້ທີ່ຖົ່ມນໍ້າລາຍ ໃສ່ເຈົ້າໜ້າທີ່ ໃນລະຫວ່າງ ວິກິດການ COVID-19


ຕຳຫຼວດລັດ ຄວີິນສແລນ ຄົນນຶ່ງ ຍ້າຍປ້າຍຢູ່ດ່ານກວດກາເທິງທາງດ່ວນໃນລະຫວ່າງ ລັດ ຄວີນສແລນ ກັບລັດ ນິວ ຊ້າວ ແວລສ໌,
15 ເມສາ, 2020.
ຕຳຫຼວດລັດ ຄວີິນສແລນ ຄົນນຶ່ງ ຍ້າຍປ້າຍຢູ່ດ່ານກວດກາເທິງທາງດ່ວນໃນລະຫວ່າງ ລັດ ຄວີນສແລນ ກັບລັດ ນິວ ຊ້າວ ແວລສ໌, 15 ເມສາ, 2020.

ການປັບໃໝຄາທີ່, 3,000 ໂດລາ ສຳລັບການຖົ່ມນໍ້າລາຍ ແລະ ໄອໃສ່ເຈົ້າໜ້າທີ່ສາທາລະນະສຸກໃນລະຫວ່າງວິກິດການ COVID-19 ໃນລັດ ນິວ ຊ້າວ ເວລສ໌ ປະເທດ ອອສເຕຣເລຍ ແມ່ນໄດ້ຂະຫຍາຍອອກໄປ ລວມທັງເຈົ້າໜ້າທີ່ຄົນສຳຄັນອື່ນໆ. ມີການຢືນຢັນ COVID-19 ຫຼາຍກວ່າ 6,600 ກໍລະນີໃນ ປະເທດ ອອສເຕຣເລຍ ແລະ 70 ຄົນໄດ້ເສຍຊີວິດຍ້ອນໄວຣັສດັ່ງ ກ່າວ. ນັກຂ່າວວີໂອເອ ຟິລ ເມີເຊີ ມີລາຍງານ ຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ວີດີໂອຕ່າງໆທີ່ຖືກລົງອອນໄລນ໌ ໄດ້ສະແດງໃຫ້ເຫັນຄວາມຊົ່ວຊ້າສາມານ ທີ່ບັນດາພະນັກງານສຸກເສີນໄດ້ປະເຊີນໃນລະຫວ່າງ ວິກິດການ COVID-19 ໃນປະເທດ ອອສເຕຣເລຍ. ແມ່ຍິງຄົນນຶ່ງໄດ້ຖືກຈັບ ໃນຄວາມຜິດທາງຈະລາຈອນ ຫຼັງຈາກຖືກພົບເຫັນຖົ່ມນໍ້າລາຍໃສ່ໜ້າຂອງເຈົ້າໜ້າ ທີ່ຕຳຫຼວດຄົນນຶ່ງ ກ່ອນຖືກປໍ້າລົງພື້ນດິນ.

ໃນອີກເຫດການນຶ່ງ, ພະນັກງງານຮ້ານຂາຍເຄື່ອງຄົນນຶ່ງ ໄດ້ຖືກທຳຮ້າຍຮ່າງ ກາຍ ແລະ ຖືກຖົ່ມນໍ້າລາຍໃສ່ໂດຍແມ່ຍິງຄົນນຶ່ງ, ຜູ້ທີ່ຖືກລາຍງານວ່າ ບໍ່ພໍໃຈ ກັບຂໍ້ຫ້າມຕ່າງໆຢູ່ຮ້ານຊຸບເປີມາເກັດ.

ສະຫະພັນຂາຍເຄື່ອງຍ່ອຍຂອງ ອອສເຕຣເລຍ ໄດ້ກ່າວວ່າບັນດາສະມາຊິກຂອງເຂົາເຈົ້າໄດ້ “ປະ ສົບກັບການຖືກໂຈມຕີເພີ່ມຂຶ້ນ ຈາກການລະເມີດຂອງ ລູກຄ້າ” ໃນລະຫວ່າງໂຣກລະບາດໄວຣັສ ໂຄໂຣນາ. ໂຄສົກທ່ານນຶ່ງໄດ້ກ່າວວ່າ ພຶດຕິກຳຕໍ່ຕ້ານສັງຄົມ “ແມ່ນມີຢູ່ທົ່ວໄປຢ່າງໜ້າເປັນຫ່ວງ.”

ແຕ່ວ່າດຽວນີ້ ມັນຈະຖືກນຳມາເປັນການລົງໂທດກັບທີ່. ເລີ່ມຕົ້ນໃນວັນຈັນວານ ນີ້, ຕຳຫຼວດໃນລັດ ນິວ ຊ້າວ ເວລສ໌ ຈະສາມາດປັບໃໝຄົນຜູ້ທີ່ລະເມີດຕໍ່ພະ ນັກງານທຸກປະເພດ, ບໍ່ແມ່ນພຽງແຕ່ແມ່ນຜູ້ທີ່ໃຫ້ບໍລິການສຸກເສີນ ຫຼື ປິ່ນປົວສຸ ຂະພາບເທົ່ານັ້ນ.

ທ່ານ ແບຣດ ຮາສຊາດ ແມ່ນລັດຖະມົນຕີສາທາລະນະສຸກຂອງລັດ ນິວ ຊ້າວ ເວລສ໌.

ທ່ານ ແບຣດ ຮາສຊາດ ກ່າວວ່າ “ຖ້າເຈົ້າໄອ, ຫຼື ຖົ່ມນໍ້າລາຍໃນພະນັກງານ ຄົນໃດໃນລັດ ນິວ ຊ້າວ ເວລສ໌, ຕຳຫຼວດແມ່ນມີສິດທີ່ຈະປັບໃໝເຈົ້າ 5,000 ໂດລາ ອອສເຕຣເລຍ, ແລະ ຂ້າພະເຈົ້າຢາກໃຫ້ປັບໃໝທຸກຄົນຜູ້ທີ່ຄິດວ່າ ນັ້ນ ແມ່ນສິ່ງທີ່ສາມາດຍອມຮັບໄດ້.”

ບັນດາເຈົ້າໜ້າທີ່ຕຳຫຼວດ ໄດ້ລາຍງານວ່າ ປະຊາຊົນຖືກປັບໃໝສຳລັບການເຍາະເຢີ້ຍຄຳຊີ້ນຳການຢູ່ຫ່າງກັນໃນ ອອສເຕຣເລຍ ໄດ້ໄອໃສ່ເຂົາເຈົ້າ ແລະ ຕໍ່ມາອ້າງວ່າພວກເຂົາມີ COVID-19.

ບັນດາພະຍາບານ ແລະ ຜະດຸງຄັນ ກໍຍັງໄດ້ກ່າວວ່າ ເຂົາເຈົ້າຖືກໂຈມຕີຢູ່ເທິງລົດໄຟ ແລະ ຖືກລະເມີດ, ຖືກປະຕິເສດການບໍລິການຢູ່ຮ້ານຂາຍຂອງກິນ ແລະ ຖືກຖົ່ມນໍ້າລາຍໃສ່ໂດຍປະຊາຊົນໃນທີ່ສາທາລະນະຜູ້ທີ່ກ່າວຫາເຂົາເຈົ້າ ກ່ຽວກັບ ການແຜ່ກະຈາຍໄວຣັສ.

ລັດຖະບານລັດ ນິວ ຊ້າວ ເວລສ໌ ໄດ້ກ່າວວ່າ ການກຳນົດຄ່າປັບໃໝສູງໃສ່ຜູ້ກະທຳຜິດແມ່ນຈຳ ເປັນຍ້ອນວ່າມີຄົນ ອອສເຕລເລຍ ກຸ່ມນຶ່ງກໍ່ອັນຕະລາຍ.

ສະຫະພັນດັ່ງກ່າວໄດ້ອະທິບາຍການໂຈມຕີຕ່າງໆນັ້ນວ່າ ເປັນ “ການປະພຶດທີ່ຕໍ່າຊ້າ ແລະ ຊົ່ວຊ້າສາມານ.”

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG