ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ກຳນົດ ຈະລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ອົບພະຍົບ ກັບກຳປູເຈຍ


ຮູບພາບນາຍົກລັດຖະມົນຕີຮຸນແຊນ ແຫ່ງກຳປູເຈຍ ແລະພັນລະຍາ
ຮູບພາບນາຍົກລັດຖະມົນຕີຮຸນແຊນ ແຫ່ງກຳປູເຈຍ ແລະພັນລະຍາ

ອອສ​ເຕຣ​ເລຍ​ກຳນົດ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກັນສະບັບ​ນຶ່ງ​ໃນ
​ວັນ​ສຸກ​ມື້​ອື່ນ ທີ່​ຢາກ​ເຫັນ​ພວກ​ອົບ​ພະຍົບ ທີ່​ພະຍາຍາມ​ເດີນ
ທາງໄປເຖິງແຄມ​ຝ່ັງ​ຂອງ​ຕົນ ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ກຳປູ​ເຈຍ
ບ່ອນ​ທີ່​ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ເຕືອນ​ວ່າ ​ເບິ່ງ​ຄື​ວ່າ​
ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ຈະໄດ້ຮັບການປະຕິບັດຕໍ່ແບບບໍ່ເປັນ
ທຳນັ້ນ.

ທ່ານ Scott Morrison ລັດຖະມົນຕີ​ກວດ​ຄົນ​ເຂົ້າ​ເມືອງ​ອອສ
​ເຕຣ​ເລຍ ກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ນະໂຍບາຍ​ດັ່ງກ່າວຈະ​
ເປັນ “ຄວາມ​ສະໝັກ​ໃຈ​ເທົ່າ​ນັ້ນ” ​ໂດຍ​ໃຫ້​ຄຳ​ໝັ້ນ​ສັນຍາ​
ວ່າ ມີ​ແຕ່​ພວກ​ອົບ​ພະຍົບທີ່​ເຕັມ​ໃຈ​ຢາກກະທຳ​ເຊັ່ນ​ນັ້ນ​ ຈະ​
ຖືກ​ສົ່ງໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ ໃນ​ກຳປູ​ເຈຍ.

ທ່ານ Morrison ກ່າວ​ວ່າ ຂໍ້​ຕົກລົງ ທີ່​ຈະ​ລົງ​ນາມ​ກັນ​ໃນ​ວັນສຸກ​ມື້​ອື່ນ​ທີ່​ນະຄອນຫຼວງພະ
ນົມ​ເປັນ ຈະ​ອຳນວຍ​ໃຫ້​ພວກ​ອົບ​ພະຍົບ​ໄດ້​ຮັບ​ການ ຊ່ອຍ​ເຫຼືອ​ທີ່​ບໍ່​ບົ່ງ​ບອກ​ໃຫ້​ຮູ້ຈຳນວນ
ນຶ່ງເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າ "​ກຸ້ມ​ຕົນເອງ​ໂດຍໄວ​ເທົ່າ​ທີ່​ເປັນ​ໄປ​ໄດ້​.”

ທ່ານ Morrison ​ໄດ້​ໃຫ້​ລາຍ​ລະອຽດ​ອື່ນໆແຕ່​ໜ້ອຍ​ດຽວ​ ກ່ຽວ​ກັບ​ຂໍ້​ຕົກລົງດັ່ງກ່າວ ຊຶ່ງ​ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ຝ່າຍ​ຄ້ານ​ບາງ​ທ່ານ​ແລະບັນດາ​ກຸ່ມ​ປັກ​ປ້ອງ​ສິດທິ​ມະນຸດ​ນາໆ​ຊາດ ​ໄດ້​ຕຳ​ໜິຕິຕຽນ​ວ່າ​ເປັນ​ນະ​ໂຍບາຍ​ໄຮ້​ມະ​ນຸດ​ສະ​ທຳ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ກຳປູ​ເຈຍ ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນ​ໂລກ ຍັງ​ບໍ່​ທັນ​ໄດ້​ສະ​ແດງ ຄວາມ​ເຕັມ​ໃຈ ຫຼື​ຄວາມ​ສາມາດ​ທີ່​ຈະ​ອຳນວຍ​ການ​ປົກ​ປ້ອງ​ພວກ​ອົບ​ພະຍົບຢ່າງພຽງພໍ​ເທື່ອ.

XS
SM
MD
LG