ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຕົກລົງ ຈະຈ່າຍຄ່າເສຍຫາຍ ແກ່ພວກຂໍລີ້ໄພ ເກືອບ 2 ພັນຄົນ


ພວກຜູ້ຂໍລີ້ໄພ ເບິ່ງຜ່ານປ່ອງຮົ້ວ ຢູ່ສູນຄວບຄຸມ ໃນເກາະ Manus ຂອງປະເທດ Papua New Guinea, ວັນທີ 21 ມີນາ 2014.
ພວກຜູ້ຂໍລີ້ໄພ ເບິ່ງຜ່ານປ່ອງຮົ້ວ ຢູ່ສູນຄວບຄຸມ ໃນເກາະ Manus ຂອງປະເທດ Papua New Guinea, ວັນທີ 21 ມີນາ 2014.

ລັດຖະບານຂອງອອສເຕຣເລຍ ໄດ້ຕົກລົງທີ່ຈະຈ່າຍເງິນ ຫຼາຍກວ່າ 50 ລ້ານໂດລາ
ເພື່ອແກ້ໄຂ ການຟ້ອງຮ້ອງໂດຍພວກຜູ້ທີ່ຂໍລີ້ໄພເກືອບ 2,000 ຄົນ ຜູ້ທີ່ອ້າງວ່າ ໄດ້ຮັບ
ຜົນກະທົບທາງດ້ານຈິດໃຈ ແລະ ດ້ານຮ່າງກາຍ ໃນຂະນະທີ່ຖືກຄຸມຂັງ ຢູ່ທີ່ສູນຄວບຄຸມ
ໃນປາຊີຟິກ ທີ່ຢູ່ຫ່າງໄກສອກຫລີກ.

ການຟ້ອງຮ້ອງ ໄດ້ຍື່ນໂດຍ ພວກຜູ້ຊາຍ 1,905 ຄົນ ຜູ້ທີ່ໄດ້ຖືກຄຸມຂັງ ຢູ່ທີ່ສູນ ໃນ
ເກາະ Manus ປະເທດເກາະ Papua New Guinea ໃນລະຫວ່າງ ປີ 2012 ແລະ
2014. ກຸ່ມດັ່ງກ່າວນີ້ ຟ້ອງຮ້ອງຂໍ​ເງິນຊົດເຊີຍ ຈາກອອສເຕຣເລຍ ແລະ ບໍລິສັດ
ສັນຍາຈ້າງເອກກະຊົນ 2 ລາຍ ຜູ້ທີ່ດຳເນີນການຢູ່ສູນດັ່ງກ່າວ ສຳລັບສະພາບການ
ທີ່ໂຫດຮ້າຍຢູ່ແຫ່ງນັ້ນ ພ້ອມກັນກັບການຄຸມຂັງ ທີ່ບໍ່ຖືກຕ້ອງ ຫຼັງຈາກທີ່ສານສູງສຸດ
ຂອງ Papua New Guinea ໄດ້ຕັດສິນ ວ່າ ພວກເຂົາເຈົ້າໄດ້ຖືກຄຸມຂັງ ໂດຍຜິດ
ຕໍ່ລັດຖະທຳມະນູນ.

ລັດຖະບານອອສເຕຣເລຍ ແລະ ພວກບໍລິສັດສັນຍາຈ້າງ ຍັງໄດ້ຕົກລົງ ທີ່ຈະຈ່າຍ
ຕື່ມອີກ 26 ລ້ານໂດລາ ເປັນຄ່າດຳເນີນການທາງດ້ານກົດໝາຍ ແຕ່ຈະບໍ່ຍອມຮັບ
​ເອົາຄວາມຮັບຜິດຊອບໃດໆ.

ລັດຖະມົນຕີ ກະຊວງກວດຄົນເຂົ້າເມືອງຂອງອອສເຕຣເລຍ ທ່ານ Peter Dutton
ໄດ້ອອກຖະແຫລງການ ສະບັບນຶ່ງ ໂດຍເອີ້ນການຊຳລະສະສາງ ເປັນ “ຜົນທີ່ອອກ
ມາຈາກການສະແດງອອກ ເຖິງຄວາມເປັນໃຍ ຂອງປະຊາຊົນອອສເຕຣເລຍ
ຜູ້ເສຍພາສີ.”
ບັນດາທະນາຍຄວາມ ຂອງພວກຈຳເລີຍ ກ່າວວ່າ ເງິນຊົດເຊຍ ຈະ
ຖືກແບ່ງປັນ ອີງຕາມໄລຍະເວລາ ຂອງການຖືກຄຸມຂັງ ແລະ ສະພາບຜົນ​ກະທົບ
ຂອງພວກເຂົາເຈົ້າ.

Australia Detainees
please wait
Embed

No media source currently available

0:00 0:01:10 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG