ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ຢຶດການຂົນສົ່ງຢາເຟັນຕານີລໄດ້ເປັນປະຫວັດການ


ແຟ້ມຮູບ-ຫໍ່ຖົງຢາງທີ່ເປີດເຜີຍໃຫ້ເຫັນກ່ຽວກັບຢາ ເຟັນຕານີລ, ຢູ່ເທິງໂຕະບໍລິເວນດ່ານພາສີ ແລະປ້ອງກັນຊາຍແດນຂອງສະຫະລັດ ຢູ່ໃນສະເດີ່ນບິນນານາຊາດໂອແຮ ໃນນະຄອນຊິຄາໂກ, ລັດອີລີນອຍ, ເມື່ອວັນທີ 29 ພະຈິກ 2017.
ແຟ້ມຮູບ-ຫໍ່ຖົງຢາງທີ່ເປີດເຜີຍໃຫ້ເຫັນກ່ຽວກັບຢາ ເຟັນຕານີລ, ຢູ່ເທິງໂຕະບໍລິເວນດ່ານພາສີ ແລະປ້ອງກັນຊາຍແດນຂອງສະຫະລັດ ຢູ່ໃນສະເດີ່ນບິນນານາຊາດໂອແຮ ໃນນະຄອນຊິຄາໂກ, ລັດອີລີນອຍ, ເມື່ອວັນທີ 29 ພະຈິກ 2017.

ຕຳ​ຫຼວດອອສເຕຣເລຍ ຢຶດຢາເສບຕິດ ທີ່ຜິດກົດໝາຍ ເຟັນຕານີລ (Fentanyl) ທີ່ເປັນອັນຕະລາຍຮ້າຍແຮງ ເຊິ່ງລັກລອບຂົນສົ່ງ ເຂົ້າປະເທດ
ຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍຢຶດໄດ້, ໂດຍ​ມີມູນຄ່າເຖິງ 18 ລ້ານ 6 ແສນໂດລາສະຫະລັດ ພ້ອມທັງຢາບ້າອີກຈໍານວນ 30 ກິໂລກຣາມ, ໂດຍຄົ້ນພົບຢູ່ໃນອຸ ປະກອນທາງດ້ານອຸດສາຫະກໍາທີ່ສົ່ງມາຈາກປະເທດການາດາໃນເດືອນທັນວາຂອງປີທີ່ຜ່ານມາ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຕໍາຫຼວດຂອງອອສເຕຣເລຍ ໄດ້ອະທິບາຍກ່ຽວກັບບັນດາສະມາຊິກຂອງແກັ່ງທີ່ພະຍາຍາມລັກລອບນໍາເຂົ້າຢາ​ເສບ​ຕິດເຟັນຕານີລຈາກການາດາ ວ່າເປັນ “ກາຝາກ.”

ຢາເຟັນຕານີ​ລ ແມ່ນນໍາໃຊ້ເພື່ອບັນເທົາຄວາມເຈັບປວດແບບຊໍາເຮື້ອໂດຍທ່ານໝໍ. ເຈົ້າໜ້າທີ່ຂອງອອສເຕຣເລຍ ກ່າວວ່າ ມັນໃຊ້ໄປໃນທາງທີ່ຜິດ ແລະບໍ່ຖືກ ຕ້ອງໄປທົ່ວໂລກຈົນກາຍມາເປັນລະດັບຂອງ “ການແຜ່ລະບາດ,” ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຍ້ອນຢາດັ່ງກ່າວນີ້ເຖິງປີລະຫຼາຍພັນຄົນ. ເຈົ້າໜ້າທີ່ ໄດ້ມີການປະກາດກ່ຽວກັບການຢຶດຢາດັ່ງກ່າວໃນວັນຈັນວານນີ້, ເຊິ່ງອະທິບາຍການຄົ້ນພົບຢາດັ່ງກ່າວ ທີ່ເຊື່ອງໄວ້ຢູ່ໃນເຄື່ອງຈັກຢູ່ທີ່ທ່າເຮືອໃນນະຄອນເມລເບິນວ່າເປັນກໍລະນີ “ທີ່ບໍ່ທໍາມະດາ.”

ຜູ້ສືບສວນກ່າວວ່າ ຢາເສບ​ຕິດດັ່ງກ່າວນີ້ສ່ວນຫຼາຍມັກ​ປະສົມກັບເຮໂຣອິນ, ໂດຍມັນຈະສົ່ງຜົນທີ່ຮ້າຍແຮງເຖິງຂັ້ນເສຍຊີວິດ.

ທ່ານແອນໂທນີ ຮອລ (Anthony Hall) ຮັກສາການຜູ້ບັນຊາການຕໍາຫຼວດຂອງລັດຖະບານກາງອອສເຕຣເລຍ ກ່າວວ່າ:

“ການດໍາເນີນການດັ່ງກ່າວນີ້ ໄດ້ຍຸຕິຫຼາຍກວ່າ 5 ລ້ານ, 5 ລ້ານໂດສທີ່ເປັນອັນຕະລາຍເຖິງຂັ້ນເສຍຊີວິດຂອງຢາດັ່ງກ່າວທີ່ສົ່ງຜົນກະທົບຕໍ່ຜູ້ຄົນພາຍໃນປະເທດຂອງພວກເຮົາ. ຢາຝິ່ນເຟັນຕານີລ ເປັນຢາທີ່ສະແດງອາການໄວ, ເຮັດໃຫ້ມີການເສບຕິດສູງ ແລະເຮັດໜ້າທີ່ເປັນໂຕຮັບຢູ່ໃນຮ່າງກາຍໃນເວລາດຽວກັນ ເຊິ່ງໂຊກບໍ່ດີທີ່ມັນມີລັກສະນະຄືກັນ ກັບອີກຢາໂຕອື່ນ ທີ່ເຮົາຮູ້ໃນຊື່ ເຮໂຣອິນ.”

ການຂົນສົ່ງທີ່ຜິດກົດໝາຍນີ້ ຖືກຄົ້ນພົບໃນເດືອນທັນວາ ຂອງປີທີ່ຜ່ານມາຢູ່ໃນເຄື່ອງກຶງ ສໍາລັບໃຊ້ໃນວຽກກຶງໄມ້ ຫຼື ກຶງໂລຫະ. ໃນຂັ້ນຕົ້ນ ໜ່ວຍງານກອງກໍາລັງຮັກສາຊາຍແດນໄດ້ສັງເກດເຫັນລັກສະນະຂອງເຄື່ອງຈັກທີ່ໃຊ້ສໍາລັບຈອດ ແລະ ເຄື່ອງທາສີທີ່ເຊື່ອມຄຸນນະພາບ, ຫຼັງຈາກນັ້ນ ຢາເສບຕິດຕ່າງໆຈຶ່ງໄດ້ຄົ້ນພົບຢູ່ພາຍໃນເຄື່ອງດັ່ງກ່າວ.
ປັດຈຸບັນ, ມີພຽງແຕ່ລາຍລະອຽດຕ່າງໆຂອງການຢຶດຢາດັ່ງກ່າວນັ້ນທີ່ໄດ້ຮັບການເປີດເຜີຍເນື່ອງຈາກ “ຄວາມຊັບຊ້ອນ ແລະຄວາມລະອຽດອ່ອນຍັງຄົງຢູ່ໃນຂັ້ນຕອນຂອງການສືບສວນ.”

ການສືບສວນສອບສວນຍັງຄົງດໍາເນີນຕໍ່ໄປ, ຍັງບໍ່ທັນມີການຈັບກຸມໃດໆເກີດຂຶ້ນ.

ຕໍາຫຼວດຍັງຢຶດໄດ້ຢາບ້າອີກຈໍານວນ 30 ກິໂລກຣາມ, ເຊິ່ງຮູ້ໃນຊື່ທີ່ເວົ້າກັນທົ່ວໄປວ່າ “”ຢາ​ໄອ​ຊ໌” ໃນອອສເຕຣເລຍ.

ໃນເດືອນມິຖຸນາ, ມີການລາຍງານໂດຍຄະນະກໍາມາທິການ​ສືບ​ລັບ​ດ້ານອາຊະຍາ​ກຳຂອງອອສເຕຣເລຍ, ໂດຍແມ່ນໜ່ວຍງານຂອງລັດຖະບານກ່າວວ່າ ອອສເຕຣເລຍເປັນປະເທດທີ່ມີລາຍງານວ່າ ໃຊ້ຢາບ້າສູງທີ່ສຸດ ເຊິ່ງເປັນສານກະຕຸ້ນ ສັງເຄາະທີ່ຜິດກົດໝາຍ ສໍາລັບປະຊາຊົນຢູ່ໃນທົ່ວໂລກ.

ການສຶກສາໄດ້ລະບຸວ່າ ການໃຊ້ຢາເຟັນຕານີລຢູ່ໃນອອສເຕຣເລຍແມ່ນ “ຢູ່ໃນລະດັບທີ່ບໍ່ແນ່ນອນ” ແລະ “ຍັງຄົງມີຂະໜາດຕໍ່າ ເມື່ອສົມທຽບກັບຢາເສບຕິດຊະນິດອື່ນໆ.” ຢ່າງໃດກໍຕາມ, ມີຂໍ້ສັງເກດວ່າ ການລະເມີດໃນການສັ່ງຈ່າຍຢາ ເຄຕາມີນ (Ketamine) ທີ່ເປັນອັນຕະລາຍ, ເຊິ່ງບໍລິຫານງານໂດຍຜູ້ຊ່ຽວຊານທາງດ້ານການແພດ ແລະສັດຕະວະແພດ ໃນລັກສະນະຂອງຢາແກ້ປວດ ແມ່ນ “ເປັນຄວາມກັງວົນທີ່ເພີ້ມສູງຂຶ້ນ.”

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG