ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຍຶດຢາບ້າ ກັບເຮໂຣອິນ ມູນຄ່າ 525 ລ້ານໂດລາ


ເຈົ້າ​ໜ້າ​ທີ່​ຕໍາຫລວດ ອອສ​ເຕ​ຣເລຍ ​ກ່າວ​ວ່າ ​ເຂົາ​ເຈົ້າ ຍຶດ​ໄດ້ຢາ​ບ້າ methamphetamine
ປະ​ເພດ crystal ຄື​ແກ້ວ​ໃສໆ ​ແລະຢາ herion ທີ່ສຸກ​ເຊື່ອງ​ໄວ້ນໍາວິນຄ້ານໍາເຂົ້າ ຊຶ່ງ​ມີລາ​ຄາ
​ທ້ອງ​ຕະຫລາດ​ ເຖິງ 525 ລ້ານ​ໂດ​ລາ.

​ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ອັງຄານນີ້​ວ່າ ຢາ​ເສບ​ຕິດດັ່ງກ່າວໄດ້​ຖືກ​ລັກລອບ​ນໍາເຂົ້າມາ​ໃນປະ​ເທດ
ຢູ່​ໃນສິນຄ້າ​ປະ​ເພດໜໍ້ແລະໂຖດີ​ນ ​ແຕ່​ບໍ່​ໄດ້ບອກ​ວ່າ ຖືກ​ສົ່ງມາ​ຈ​າກ​ໃສກັນ​ແທ້.

ຕໍາຫລວດ​ໄດ້​ທໍາ​ການ​ຈັບ​ກຸມ 7 ຄົນ ຮວມທັງ 4 ຄົນ​ຈາກ​ຮົງ​ກົງ ​ແລະຊາວອອສ​ເຕຣ​ເລຍ 3
ຄົນ​ ​ໃນ​ຖານ​ມີ​ສ່ວນ​ພົວພັນ​ກັບ​ຄະດີ​ນີ້. ພວກ​ກ່ຽວ​ປະ​ເຊີນ​ກັບ ​ໂທດ​ຈໍາ​ຄຸກ​ຕະຫລອດ​ຊີວິດ
ຖ້າ​ຫາກ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ.

ຢາ​ບ້າ methamphetamine ນໍ້າໜັກ 306 ກິ​ໂລ ທີ່​ຈັບ​ໄດ້​ນັ້ນ ແມ່ນເປັນຈໍານວນ​ຫລາຍ​ທີ່​
ສຸດ​ ທີ່​ໄດ້​ຖືກ​ຍຶດ​ໄດ້ໃນອອສ​ເຕຣ​ເລຍ. ສ່ວນ​ຢາ heroin ຈໍາ​ນວນ 252 ກິ​ໂລນັ້ນ ແມ່ນ​ຈໍາ
ນວນ​ຫລາຍອັນ​ດັບ​ສາມ ​ທີ່​ຖືກ​ຈັບໄດ້​.

ການເຂົ້າຍຶດເອົາຢາ​ເສບ​ຕິດ​ດັ່ງກ່າວ ​ແມ່ນ​ມີ​ຂື້ນ​ຫລັງ​ຈາກ​ການສືບສວນເປັນ ເວລາ​ເກືອ​ບນຶ່ງ​ປີ
ທີ່​ໄດ້​ເລີ້​ມຕົ້ນ​ຂຶ້ນ​ຈາກໄດ້​ຮັບ​ຮ່ອງ​ຮອຍ​ ຈາ​ກ​ເຈົ້າ​ໜ້າ​ທີ່​ ສະຫະລັດ.

XS
SM
MD
LG