ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ພະຍາຍາມສ້າງສາຍສໍາພັນໃກ້ຊິດກັບ ຫວຽດນາມ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ (ຊ້າຍ), ແລະນາຍົກລັດຖະມົນຕີຫວຽດນາມ ທ່ານຟາມ ມິນ ຊິນ (ຂວາ), ຈັບມືກັນ ກ່ອນການປະຊຸມທະວີພາຄີຂອງພວກທ່ານ ໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ ວັນທີ 4 ມິຖຸນາ 2023.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ (ຊ້າຍ), ແລະນາຍົກລັດຖະມົນຕີຫວຽດນາມ ທ່ານຟາມ ມິນ ຊິນ (ຂວາ), ຈັບມືກັນ ກ່ອນການປະຊຸມທະວີພາຄີຂອງພວກທ່ານ ໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ ວັນທີ 4 ມິຖຸນາ 2023.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ໄດ້ສິ້ນສຸດການຢາມຢາມຫວຽດນາມ, ໃນລະຫວ່າງນັ້ນ ທ່ານໄດ້ເຊັນລົງນາມຂໍ້ຕົກລົງຫຼາຍລ້ານໂດລາ ເພື່ອຊ່ວຍໃຫ້ລະບົບເສດຖະກິດຂອງຫວຽດນາມຫຼຸດຜ່ອນຈາກການ​ປ່ອຍອາຍພິດຄາບອນ. ຄວາມເຄັ່ງຕຶງກັບ ຈີນ ກໍແມ່ນເຫດຜົນ ຂອງການຢ້ຽມຢາມໃນຄັ້ງນີ້ເຊັ່ນກັນ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກ່າວວ່າ ທ່ານຕ້ອງການໃຫ້ຫວຽດນາມ ມາເປັນພັນທະມິດ “ລະດັບສູງ” ຂອງປະເທດທ່ານ ໃນຂະນະທີ່ລັດຖະບານແຄນເບີຣາ ພະຍາຍາມຊອກຫາທາງ ​ເພື່ອ​ສ້າງຄວາມແຕກຕ່າງ ຈາກການເພິ່ງພາອາໄສຈີນ,​ ເຊິ່ງເປັນຄູ່ການຄ້າທີ່ໃຫຍ່ທີ່ສຸດ ຂອງພວກເຂົາເຈົ້າ.

ອອສເຕຣເລຍ ແລະຫວຽດນາມ ໄດ້ມີການເຊັນລົງນາມຫຼາຍຢ່າງ ໃນລະຫວ່າງການຢ້ຽມຢາມປະເທດ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ເປັນເວລາສອງມື້ຂອງທ່ານອາລບານີສ, ພ້ອມທັງເງິນຈໍານວນ 69.3 ລ້ານໂດລາ ເພື່ອຊ່ວຍເຈົ້າ​ໜ້າ​ທີ່ລັດຖະບານຮາໂນ່ຍ ຫຼຸດຜ່ອນບັນຫາ​ການ​ປ່ອຍ​ອາຍ​ພິດ​ຄາ​ບອນໃນລະບົບເສດຖະກິດຂອງຫວຽດນາມລົງ. ນອກຈາກນີ້ ຍັງມີການຕົກລົງກັນທີ່ຈະແບ່ງປັນ​ຂໍ້​ມູນການສືບລັບ ກ່ຽວກັບການຟອກເງິນແລະຈັດໃຫ້ມີການປະຊຸມ​ຢ່າງ​ເປັນປົກ ກະຕິລະຫວ່າງລັດຖະມົນຕີການຄ້າ ຂອງທັງສອງປະເທດ.

ນອກນັ້ນ ຍັງ​ມີ​ການ​ສະ​ເຫຼີມ​ສະ​ຫຼອງ ​ກ່ຽວ​ກັບ​ການ​ເປີດ ​ສອງ​ເສັ້ນ​ທາງໃໝ່ ທາງ​ອາ​ກາດ ເຊື່ອ​ມ​ຕໍ່​ນະ​ຄອນ​ແມ​ລ​ເບິ​ລ​ ແລະ​ບ​ຣິ​ສ​ເບນ ຂອງອອ​ສ​ເຕ​ຣ​ເລຍ ກັບ​ນະ​ຄອນ​ຫຼວງ​ຮາ​ໂນ່ຍ ແລະ​ໂຮ່​ຈິ​ມິນ ຕາມ​ລຳ​ດັບ.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ຫວຽດ​ນາມ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ແບບ​ດຽວ​ກັນ​ກັບ​ອອ​ສ​ເຕ​ຣ​ເລຍ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຈີນ ເພື່ອ​ຫາ​ທາງ​ເຂົ້າ​ຄວບ​ຄຸມ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້. ໜ່ວຍ​ຍາມ​ຝັ່ງ​ຂອງ​ຫວຽດ​ນາມ​ໄດ້​ປະ​ເຊີນ​ໜ້າ​ກັບ​ກຳ​ປັ່ນ​ຂອງ​ຈີນ​ຢູ່​ໃນ​ເຂດ​ນ່ານ​ນ້ຳ ທີ່​ຕ່າງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ປະ​ເທດ​ທັງ​ສອງ.

ໃນລະຫວ່າງການກ່າວຄຳປາໄສ ຢູ່ຫວຽດນາມ ໃນວັນອາທິດແລ້ວນີ້, ນາຍົກ ລັດຖະມົນຕີອາລບານີສກ່າວວ່າ ທ່ານມີຄວາມກະຕືລືລົ້ນທີ່​ຈະສ້າງສາຍສໍາພັນ ທີ່ໃກ້ຊິດແບບທະວີພາຄີ, ເຊິ່ງທ່ານໄດ້ກ່າວວ່າ:

“ພວກເຮົາຕ່າງ​ກໍ​ມີຜົນປະໂຫຍດຮ່ວມ​ກັນ ຢູ່ໃນພູມິພາກ ທີ່ມີສະຖຽນລະພາບ, ນັ້ນແມ່ນຄວາມຈະເລີນຮຸ່ງເຮືອງ ແລະນັ້ນ​ແມ່ນ​ຄວາມ​ສາ​ມາດ​ໃນ​ການ​ປັບ​ໂຕ, ພ້ອມກັນນັ້ນ ພວກເຮົາກໍມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບຫວຽດນາມ, ແລະພວກເຮົາກໍ​ມີ​ຄວາມ​ໝາຍ​ໝັ້ນ​ຮ່ວມ​ກັນ ເພື່ອຮັກສາລະບຽບການ ແລະ​ຫຼັກ​ການ​ຂອງໂລກ, ທີ່ສາມາດຮັບປະກັນ​ສະ​ຖຽນ​ລະ​ພັບຢູ່ໃນພູມິພາກນີ້ຕໍ່ໄປ.”

ທ່ານອາລບານີສ ກ່າວກ່ອນ​ມານ​ເຈ​ລະ​ຈາ​ຫາ​ລື​ກັນວ່າ ທ່ານຈະຍົກບັນຫາທາງດ້ານສິດທິມະນຸດ​ຂຶ້ນ​ມາ​ໂອ້​ລົມກັບເຈົ້າພາບຫວຽດນາມ, ລວມທັງກໍລະນີຂອງ ທ່ານຈາວ ວັນ ຄໍາ (Chao Van Kham) ​ຄົນສັນຊາດອອສເຕຣເລຍ ອາຍຸ 73 ປີ, ເຊິ່ງຖືກຈໍາຄຸກຢູ່ໃນຫວຽດນາມເນື່ອງຈາກເປັນສະມາຊິກຂອງກຸ່ມຕໍ່ຕ້ານລັດຖະບານ ທີ່ຮຽກຮ້ອງໃຫ້ມີປະຊາທິປະໄຕ.

ການຄ້າສອງທາງ ຂອງອອສເຕຣເລຍກັບຫວຽດນາມ ໃນປີ 2021 ມີມູນຄ່າສູງເຖິງ 11.8 ຕື້ໂດລາ, ອີງຕາມຂໍ້ມູນຂອງລັດຖະບານ.

ຮາໂນ່ຍ ແລະແຄນເບີຣາ ຕ້ອງການເປັນພາ​ຄີຍຸດທະສາດແບບກວມລວມພາຍໃນທ້າຍປີນີ້.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG