ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອ​ສ​ເຕ​ຣ​ເລຍ ຕ້ອງ​ຕິໂທດປະຫານຊີວິດ ຕໍ່ນັກຂຽນຂ່າວອອນລາຍຊາວອອສເຕຣເລຍເຊື້ອສາຍຈີນ ໃນນະຄອນຫຼວງປັກກິ່ງ

ແຟ້ມຮູບ-ທຸງຊາດຈີນ ພັດໄປມາຢູ່ທີ່ຈັດຕຸລັດທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ, ວັນທີ 14 ມິຖຸນາ 2018.
ແຟ້ມຮູບ-ທຸງຊາດຈີນ ພັດໄປມາຢູ່ທີ່ຈັດຕຸລັດທຽນອັນເໝິນ ໃນນະຄອນຫຼວງປັກກິ່ງ, ວັນທີ 14 ມິຖຸນາ 2018.

ນັກຂຽນຊາວອອສເຕຣເລຍເຊື້ອສາຍຈີນ ທ່ານຢາງ ເຮັງຈຸນ ທີ່ຖືກຈັບ ແລະຖືກກ່າວຫາວ່າ ດໍາເນີນການສອດແນມ ເມື່ອ 5 ປີກ່ອນ, ໄດ້ຖືກຕັດສິນ​ລໍ​ຖ້າໂທດປະຫານຊີວິດ ໂດຍສານຂອງຈີນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອອສເຕຣເລຍ ທ່ານນາງເພັນນີ ວອງ ກ່າວ​ວ່າ ການ​ຕັດ​ສິນຂອງ​ສານ​ຈີນ​ແມ່ນ "ເປັນທີ່ໜ້າກັງວົນໃຈ" ແລະ "ເປັນຕາຢ້ານ." ທ່ານ​ນາງ​ກ່າວ​ວ່າ ທ່ານນາງ​ໄດ້​ຮຽກໂ​ຕ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ ​ປະ​ຈຳນະ ຄອນຫຼວງແຄນເບີຣາເຂົ້າພົບ ເພື່ອ​ໃຫ້​ຄຳ​ອະ​ທິ​ບາຍ.

ແຟ້ມຮູບ-ຮູບທີ່ບໍ່ໄດ້ລະບຸວັນທີນີ້ ໄດ້ຮັບການເຜີຍແຜ່ໂດຍ Chongyi Feng ສະແດງໃຫ້ເຫັນ ທ່ານຢາງ ເຮັງຈຸນ ແລະ ພັນລະຍາຂອງທ່ານ ນາງຢວນ ຊຽວລຽງ (Yuan Xiaoliang). ອອສເຕຣເລຍກ່າວວ່າ ຕົນກັງວົນໃຈທີ່ລະງັບໂທດປະຫານຊີວິດຂອງຈີນ ຕໍ່ນັກຂຽນຂ່າວອອນລາຍ ແລະປະຊາທິປະໄຕ ທ່ານຢາງ ເຮັງຈຸນ.

ບັນດາເຈົ້າ​ໜ້າ​ທີ່​ອອສເຕຣເລຍກ່າວ​ວ່າ ການ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ ​ຕໍ່​ນັກ​ຂຽນ ແລະນັກ​ເຄື່ອນ​ໄຫວ, ອາດ​ຈະ​ຖືກ​ຜ່ອນໂທດລົງມາເປັນ​ຈຳ​ຄຸກ​ຕະຫຼອດ​ຊີ​ວິດ ຫຼັງ​ຈາກ​ໄດ້ຮັບໂທດສອງ​ປີ ​ເນື່ອງຈາກມີການປະ​ພຶດ​ທີ່​ດີ.

ທ່ານຢາງ, ຜູ້ທີ່ຂຽນຂ່າວທາງອອນລາຍກ່ຽວກັບກິດຈະການປະຊາທິປະໄຕແລະ ວຽກງານຂອງຈີນ, ໄດ້ປະຕິເສດສະເຫມີມາ ຕໍ່ຂໍ້ກ່າວຫາກ່ຽວກັບການຈາລະກໍາ, ການກ່າວຫາທີ່ສະເພາະເຈາະຈົງຕໍ່ທ່ານນັ້ນ ບໍ່ໄດ້ຖືກເປີດເຜີຍຕໍ່ສັງຄົມຮັບຮູ້.

ຊາວ​ອອສເຕຣເລຍເຊື້ອສາຍ​ຈີນຄົນນີ້ ປະຕິ​ເສດ​ວ່າ ​ບໍ່ໄດ້​ເຮັດ​ວຽກ​ເປັນ​ສາຍ​ລັບ​ຂອງ​ອອສເຕຣເລຍ ຫຼື ​ສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG