ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຄນ​ເບີ​ຣາ ວິ​ຈານ​ໂທ​ດ​ປະ​ຫານ​ຊີ​ວິດ​ທີ່​ຖືກ​ຕັດ​ສິນ​​ ຕໍ່​ນັກ​ຂຽນ ອອ​ສ​ເຕ​ຣ​ເລຍ ເຊື້ອ​ສາຍ ຈີນ ໃນ​ປັກ​ກິ່ງ


ຕຳຫຼວດ​ເຄິ່ງ​ທະ​ຫານ ຈີນ ຢືນ​ຍາມ​ຢູ່ນອກ​ສະ​ຖານ​ທູດ ອອ​ສ​ເຕ​ຣ​ເລຍ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 5 ກຸມ​ພາ 2024.
ຕຳຫຼວດ​ເຄິ່ງ​ທະ​ຫານ ຈີນ ຢືນ​ຍາມ​ຢູ່ນອກ​ສະ​ຖານ​ທູດ ອອ​ສ​ເຕ​ຣ​ເລຍ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 5 ກຸມ​ພາ 2024.

ລັດ​ຖະ​ບານ​ຂອງ ອ​ອ​ສ​ເຕ​ຣ​ເລຍ ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ​ນັກ​ຂຽນ ທ່ານ ຢາງ ຈຸນ ໄດ້ຖືກ​ລໍ​ລົງ​ອາ​ຍາ​ປະ​ຫານ​ຊີ​ວິດ​ໃນ ຈີນ, ໂດຍ​ອະ​ທິ​ບາຍ​ມັນ​ວ່າເປັນ​ “ຂ່າວ​ທີ່​ໜ້າ​ກັງ​ວົນ​ໃຈ​ຢ່າງ​ຍິ່ງ.”

ຜູ້​ຊາ​ຍ​ສັນ​ຊາດ ອອ​ສ​ເຕ​ຣ​ເລຍ ທີ່​ເກີດ​ໃນ ຈີນ ແມ່ນ​ຖືກ​ຂັງ​ຄຸກ​ໃນ ຈີນ ນັບ​ຕັ້ງ​ປີ 2019 ເປັນ​ຕົ້ນ​ມາ ກ່ຽວ​ກັບ ການ​ກ່າວ​ຫາ​ສອດ​ແນມ ແລະ ຖືກ​ກ່າວ​ວ່າ​ມີ​ສຸ​ຂະ​ພາບບໍ່​ແຂງ​ແຮງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ນາງ ເພັນ​ນີ ວັອງ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ລັດ​ຖະ​ບານ ອອ​ສ​ເຕ​ຣ​ເລຍ ແມ່ນ​ຕົກ​ໃຈ ກ່ຽວ​ກັບ ຜົນ​ຂອງ​ການ​ຕັດ​ສິນນີ້.”

ລັດ​ຖະ​ບານ ແຄນ​ເບີ​ຣາ ເຂົ້​າ​ໃຈ​ວ່າ​ໂທດ​ປະ​ຫານ​ຊີ​ວິດ​ຄວນ​ຖືກຫຼຸດ​ລົງ​ມາ​ເປັນ​ຂັງ​ຄຸກ​ຕະຫຼອດ​ຊີ​ວິດ ຫຼັງ​ຈາກ​ໄລ​ຍະ​ສອງ​ປີ, ທ່ານ​ນາງ ວັອງ ກ່າວ.

ລັດ​ຖະ​ມົນ​ຕີຂອງ ອອ​ສ​ເຕ​ຣ​ເລຍ ໄດ້​ກ່າວ​ວ່າ “ພວ​ກ​ເຮົາ​ຈະ​ສື່​ສານ ກ່ຽວ​ກັບ ການ​ຕອບ​ໂຕ້​ຂອງ​ພວກ​ເຮົາ​ ໃນ​ໄລ​ຍ​ະ​ທີ່​ຍາວ​ທີ່​ສຸດ.”

ການ​ຕັດ​ສິນ​ໂທດ​ດັ່ງ​ກ່າ​ວ​ແມ່ນ “ຂ່າວ​ທີ່​ເຈັບ​ປວ​ດ​ທີ່​ສຸດ,” ທ່ານ​ນາງ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ.

ທ່ານ​ນາງ ວັອງ ໄດ້​ກ່າວ​ວ່າ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ອອ​ສ​ເຕ​ຣ​ເລຍ, ທ່ານ ສຽວ ຈຽນ, ຈະ​ຖືກ​ເອີ້ນ​ເຂົ້າ​ພົບ​ເພື່ອ​ຟັງ​ການ​ຄັດ​ຄ້ານ​ຂອງ​ລັດ​ຖະ​ບານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG