ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັອສເຕຣເລຍ ຍົກເລີກຂໍ້ຫ້າມ ການຂາຍ Tablet ຂອງບໍລິສັດຊໍາຊຸງ


ແຜນທີ່ອັອສເຕຣເລຍ
ແຜນທີ່ອັອສເຕຣເລຍ

ສານແຫ່ງນຶ່ງຂອງອອສເຕຣເລຍໄດ້ຍົກເລີກການຫ້າມບໍ່ໃຫ້ຂາຍຄອມພິວເຕີ້ມືຖືທີ່ເອີ້ນກັນວ່າ
Tablet ຮຸ້ນລ່າສຸດຂອງບໍລິສັດຊຳຊຸງໂດຍປະຕິເສດຕໍ່ການພະຍາຍາມຂອງບໍລິສັດ Apple
ທີ່ເປັນຄູ່ແຂ່ງທີ່ຢາກໃຫ້ມີການຕໍ່ອາຍຸການຫ້າມອອກໄປຕື່ມອີກຍ້ອນໄດ້ລະເມີດປະຕັງຫຼືສິດທິ
ບັດຂອງບໍລິສັດຕາມທີ່ມີການກ່າວຫານັ້ນ.

ທ່ານ Tyler McGee ຫົວໜ້າບໍລິຫານຂອງບໍລິສັດຊຳຊຸງກ່າວວ່າ ການຕັດສິນທີ່ວ່ານີ້ແມ່ນ ອະນຸຍາດໃຫ້ມີການຂາຍຄອມພິວເຕີ້ມືຖື Galaxy 10.1 ຂອງບໍລິສັດເທັກໂນໂລຈີຍັກໃຫຍ່
ເກົາຫຼີໃຕ້ໃຫ້ແກ່ພວກຜູ້ໃຊ້ຊາວອັອສເຕຣເລຍທັນກັບລະດູການຊື້ເຄື່ອງສຳລັບເທສະການບຸນ
ຄຣິສຕ໌ມາສ.

ໃນວັນສຸກມື້ນີ້ ສານສູງຂອງອັອສເຕຣເລຍໄດ້ເຫັນພ້ອມນຳ ການຕັດສິນຂອງສານຊັ້ນຕົ້ນທີ່
ເວົ້າວ່າການຫ້າມຂາຍເປັນການຊົ່ວຄາວນັ້ນໄດ້ຍັງຜົນເຮັດໃຫ້ບໍລິສັດ Apple ເປັນຜູ້ຊະນະ
ທາງດ້ານກົດໝາຍໃນເມື່ອວ່າອຸບປະກອນຂອງບໍລິສັດຊຳຊຸງມີອາຍຸໃນການຈຳໜ່າຍປະມານ
12 ເດືອນທໍ່ນັ້ນ.

ບໍລິສັດຊຳຊຸງແລະ Apple ແມ່ນພົວພັນກັບການຕໍ່ສູ້ທາງກົດໝາຍທີ່ຍັງດຳເນີນຢູ່ຕໍ່ມາຊຶ່ງ
ບໍລິສັດທັງສອງ ຕ່າງກໍກ່າວຫາອີກຝ່າຍນຶ່ງວ່າລະເມີດສິດທິບັດໃນລິຂະສິດຂອງຕົນຢູ່ໃນສິບ
ກວ່າປະເທດ.

ການຕໍ່ສູ້ທາງກົດໝາຍຂອງບໍລິສັດທັງສອງໃນອັອສເຕຣເລຍແມ່ນໄດ້ເພັ່ງເລັງໃສ່ການຮ້ອງ
ທຸກຂອງບໍລິສັດ Apple ທີ່ວ່າບໍລິສັດຊຳຊຸງໄດ້ລອກແບບເທັກໂນໂລຈີທີ່ຈັບຈໍຂອງຕົນທີ່ໃຊ້
ນຳຄອມພິວເຕີ້ມືຖື iPad ນັ້ນ.

ຄອມພິວເຕີ້ມືຖືຂອງບໍລິສັດຊຳຊຸງ ຊຶ່ງຖືວ່າເປັນທາງເລືອກທີ່ສຳຄັນຂອງ iPad ໄດ້ຖືກ ຫ້າມບໍ່ໃຫ້ມີການຂາຍຢູ່ໃນອັອສເຕຣເລຍນັບແຕ່ເດືອນກໍລະກົດເປັນຕົ້ນມາ.

XS
SM
MD
LG