ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຂໍ້​ຕົ​ກ​ລົງ ຂອງ​ ອອ​ສ​ເຕ​ຣ​ເລຍ ເພື່ອ​ສົ່ງ ອົບ​ພະ​ຍົບ ໄປກຳ​ປູ​ເຈຍ ໝົດອາ​ຍຸ​ແລ້ວ


ລັດ​ຖະ​ມົນ​ຕີ​ຄົນ​ເຂົ້າ​ເມືອງ ທ່ານ​ສະ​ກັອ​ຕ ມໍ​​ຣີ​ສັນ ແຖວ​ໜ້າ ເຊັນເອກ​ກະ​ສານ ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ ກະ​ຊວງພາຍ​ໃນ ​ກຳ​ປູ​ເຈຍ ທ່ານ​ຊາ​ ເຄັງ ທີ່​ກຳ​ປູ​ເຈຍ ວັນ​ສຸກ​ທີ 26, 2014.
ລັດ​ຖະ​ມົນ​ຕີ​ຄົນ​ເຂົ້າ​ເມືອງ ທ່ານ​ສະ​ກັອ​ຕ ມໍ​​ຣີ​ສັນ ແຖວ​ໜ້າ ເຊັນເອກ​ກະ​ສານ ຮ່ວມ​ກັບ​ລັດ​ຖະ​ມົນ​ຕີ ກະ​ຊວງພາຍ​ໃນ ​ກຳ​ປູ​ເຈຍ ທ່ານ​ຊາ​ ເຄັງ ທີ່​ກຳ​ປູ​ເຈຍ ວັນ​ສຸກ​ທີ 26, 2014.

ຂໍ້​ຕົກ​ລົງ​ກ່ຽວ​ກັບການ​ຕັ້ງ​ຖິ່ນ​ຖານ ຂອງ​ອົບ​ພະ​ຍົບ​ໃນອອ​ສ​ເຕ​ຣຍ​ເລຍ ທີ່​ເປັນ​ຂ່າວນອງ
​ນັນ ກັບ​ກໍາ​ປູ​ເຈຍໄດ້​ໝົດ​ອາ​ຍຸ​ລົງ​ແລະ “ບໍ່​ແມ່ນທາງ​ເລືອກ​ອີກ​ແລ້ວ” ສຳ​ລັບ​ອະນາ​ຄົດ​
ໃນ​ເວ​ລານີ້​ ​ທີ່​ໄດ້​ມີ​ການ​ແຈ້ງ​ໃຫ້ສະ​ພາສູງ​ຂອງ​ປະ​ເທດຊາບ.

ສະ​ມາ​ຊິກ​ສະ​ພາ​ສູງ ​ຣິເຈີຣ​ດ ດີ ນາ​ຕາ​ເລ ຜູ້​ນຳ​ພັກ​ສີ​ຂຽວ​ ຂອງ​ອອ​ສ​ເຕ​ຣ​ເລຍ ໄດ້​ກົດ​
ດັນໃຫ້​ກະ​ຊວງ​ຕ່າງ​ປະ​ເທດ ແລະ​ການ​ຄ້າ ຫຼື DFAT ກ່ຽວ​ກັບ​ອະນາ​ຄົດ​ຂອງ​ຂໍ້​ຕົກ​ລົງ
​ຊຶ່ງ​ໄດ້​ມີ​ການ​ຮັບ​ຟັງ​ຄຳ​ໃຫ້​ການຢູ່​ສະ​ພາ​ສູງໃນ​ອາ​ທິດ​ແລ້ວ​ ແລະ​ເນື້ອ​ໄນ​ຂອງ​ຄຳ​ໃຫ້​
ການ ໄດ້​ນຳ​ອອກເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານ​ນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ ​ເຈັບຟ​ຣີ ຊໍ ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ DFAT ກ່າວ​ເຖິງ ການ​ລັກ
​ລອບຜູ້​ຄົນ ແລະ ການ​ຄ້າ​ມະ​ນຸດ​ວ່າ “ສະ​ມາ​ຊິກ​ສະ​ພາ​ສູງ ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ໄດ້
​ໝົດ​ອາ​ຍຸ​ລົງ​ໃນ​ວັນ​ທີ 26 ກັນ​ຍາ ເພາະ​ສະ​ນັ້ນມັນ​ຈຶ່ງ​ບໍ່​ແມ່ນ​ທາງ​ເລືອກ​ສຳ​ລັບ​ພວກ​ອົບ​
ພະ​ຍົບ​ທີ່ຢູ່​ເກາະໂນ​ຣູ ທີ່ຈະ​ເຂົ້າ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ກຳ​ປູ​ເຈຍ​ອີກ​ຕໍ່​ໄປ​ແລ້ວ.”

ໃນ​ປີ 2014 ​ຊຶ່ງ​ໃນເວ​ລາ​ນັ້ນ ລັດ​ຖະ​ມົນ​ຕີຄົນ​ເຂົ້​າ​ເມືອງແມ່ນທ່ານ​ສະ​ກັອ​ຕ ມໍ​ຣິ​ສັນ ​ໄດ້
ຕຳ​ຈອກ​ເຫຼົ້​າ​ແຊ​ມ​ເພນ ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍ ເພື່ອ​ສະ​ຫຼອງ​ຂໍ້​ຕົງ​ລົງນີ້

ຊາວ​ອົບ​ພະ​ຍົບ​ມຸ​ສ​ລິມ ພາ​ກັນ​ສູດ​ມົນ ຢູ່​ທີ່​ເດີ່ນເຕະ​ບານ ໃນ​ເກາະ​ມາ​ນັ​ສ ທີ່ປາ​ປົວ ນິວ​ກີ​ເນຍ.
ຊາວ​ອົບ​ພະ​ຍົບ​ມຸ​ສ​ລິມ ພາ​ກັນ​ສູດ​ມົນ ຢູ່​ທີ່​ເດີ່ນເຕະ​ບານ ໃນ​ເກາະ​ມາ​ນັ​ສ ທີ່ປາ​ປົວ ນິວ​ກີ​ເນຍ.

ມັນ​ໄດ້​ເຮັດ​ໃຫ້​ອອສ​ເຕ​ຣ​ເລຍ​ເສຍເງິນໄປ​ຫຼາຍ​ລ້ານ​ໂດ​ລາໃນ​ການ​ຊ່ວຍ​ເຫຼືອ ແຕ່​ພຽງ​ໄດ້
​ເຫັນ​ອົບ​ພະ​ຍົ​ບ ບໍ່​ເທົ່າ​ໃດ​ຄົນ​ໄປ​ເຖິງ​ກຳ​ປູ​ເຈຍ ແລະ​ມີ​ແຕ່​ໜ້ອຍ​ດຽວຢູ່​ທີ່​ນັ້ນ.

ລັດ​ຖະ​ບານ​ອອ​ສ​ເຕ​ຣຍ​ເລ​ຍ​ໄດ້​ຖືກ​ຕ້ອງຕິ ​ໂດຍ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ທີ່​ໄດ້​ຈ່າຍເງິນ
​ໄປ ​ໃນອັນ​ທີ່​ພວກ​ຕິ​ຕຽນ​ຮ້ອງວ່າ ​ລັດ​ຖະ​ບານສໍ້​ລາດ​ບັງ​ຫຼວງ ແລະຜະ​ເດັດ​ການເພື່ອຮັບ
ເອົາ​ອົບ​ພະ​ຍົບທີ່​ຕົນ​ໄດ້​ບັງ​ຄັບ​ໃຫ້ໄປຢູ່​ສູນທີ່​ເກາະ​ນອກຝັ່ງ​ທະ​ເລ ​ທີ່​ປະ​ເທດ​ເກາະ​ດອນ
​ນ້ອຍໆ ​ທີ່​ຊື່​ວ່າ​ໂນ​ຣູ​.

ລັດ​ຖະ​ມົນ​ຕີ​ຕ່າງ​ປ​ຫະ​ເທດອອ​ສ​ເຕ​ຣຍ​ເລຍ ທ່ານ​ນາງ ມາ​ຣິ​ສ ເພນ ມາ​ເຖິນ​ນະ​ຄອນບ​ຣັ​ສ​ເຊີ​ລ ວັນ​ທີ 18 ຕຸ​ລາ 2018.
ລັດ​ຖະ​ມົນ​ຕີ​ຕ່າງ​ປ​ຫະ​ເທດອອ​ສ​ເຕ​ຣຍ​ເລຍ ທ່ານ​ນາງ ມາ​ຣິ​ສ ເພນ ມາ​ເຖິນ​ນະ​ຄອນບ​ຣັ​ສ​ເຊີ​ລ ວັນ​ທີ 18 ຕຸ​ລາ 2018.

ການກົດ​ດັນເພື່ອ​ໃຫ້​ໂອ​ກາດ​ສຳ​ລັບ​ຕໍ່​ອາ​ຍຸໃນ​ອະນາ​ຄົດກ່ຽວ​ກັບ​ຂໍ້​ຕົກ​ລົງນີ້ ທ່າ​ນ​ຊໍ​ກ່າວ​
ວ່າ ທ່ານ​ໄດ້​ໃ​ຫ້​ຄຳ​ແນະ​ນຳ​ໃນ​ດ້ານ​ນະ​ໂຍ​ບາຍ​ແກ່​ລັດ​ຖະ​ບານ ​ຕໍ່​ບັນ​ຫານີ້​ໄປ​ແລ້ວ ແຕ່
​ໄດ້​ປະ​ຕິ​ເສດ​ທີ່​ຈະ​ເປີດ​ເຜີຍ​ວ່າມີ​ຫຍັງແດ່.

ທ່ານ​ເກດ ໂສ​ພານ ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ ກ່າວ​ຕໍ່ ວີ​ໂອ​ເອ ໃນ​ວັນ​ພະ​ຫັດ
​ວານ​ນີ້​ວ່າ​ ຂໍ້​ຕົກ​ລົງ​ກ່ຽວ​ກັບ​ພວກ​ອົບ​ພະ​ຍົບ​ຍັງ​ມີ​ຄວາມ​ສົມ​ບູນຢູ່ ແຕ່ບໍ່​ໄດ້​ຮັບ​ຄວາມ​ສົນ
​ໃຈ​ຈາກ​ພວກ​ອົບ​ພະ​ຍົບ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG