ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ຊ່ວຍເຫຼືອ ພວກຊອກຫາ ບ່ອນລີ້ໄພ 144 ຄົນ ທີ່ເຮືອຫຼົ້ມ (ວີດີໂອ)


ກອງທັບເຮືອ ອອສເຕຣເລຍ ກູ້ໄພເຮືອ​ລໍາ​ນຶ່ງທີ່​ບັນທຸກ​ພວກ​ຊອກ​ຫາ​ບ່ອນຂໍ​ລີ້​ໄພ ປະມານ 150 ຄົນ ທີ່​ໄດ້​ຫລົ້ມ​ ຢູ່​ມະຫາ​ສະມຸດ​ອິນ​ເດຍ
ກອງທັບເຮືອ ອອສເຕຣເລຍ ກູ້ໄພເຮືອ​ລໍາ​ນຶ່ງທີ່​ບັນທຸກ​ພວກ​ຊອກ​ຫາ​ບ່ອນຂໍ​ລີ້​ໄພ ປະມານ 150 ຄົນ ທີ່​ໄດ້​ຫລົ້ມ​ ຢູ່​ມະຫາ​ສະມຸດ​ອິນ​ເດຍ
ອອສ​ເຕຣ​ເລຍກ່າວ​ວ່າ ​ເຮືອ​ລໍາ​ນຶ່ງທີ່​ບັນທຸກ​ພວກ​ຊອກ​ຫາ​ບ່ອນ
ຂໍ​ລີ້​ໄພປະມານ 150 ຄົນ​ໄດ້​ຫລົ້ມ​ຢູ່​ມະຫາ​ສະມຸດ​ອິນ​ເດຍເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີວິດ 4 ຄົນ​ໃນ​ຂະນະ​ທີ່​ກອງທັບ​ເຮື​ອອອສ​ເຕ​ເລຍ ​
ຊ່ວຍຊີວິດ​ສ່ວນ​ທີ່​ເຫລືອ​ທັງ​ໝົດນັ້ນ​ໄວ້​.

ອົງການພາສີ​ ແລະ​ຄຸ້ມ​ຄອງ​ຊາຍ​ແດນ​ຂອງອອສ​ເຕ​ຣເລຍ ​ກ່າວ
ວ່າ ອຸບັດ​ເຫດ ດັ່ງກ່າວ ​ເກີດ​ຂື້ນ​ໃນ​ວັນ​ອັງຄານ​ວານ​ນີ້ ປະມານ
130 ກິ​ໂລ​ແມັດ ຢູ່​ທາງເໜືອ​ຂອງ​ເກາະ Christmas ບ່ອນ​ທີ່ກຸງ
Canberra ​ມີ​ສູນ​ກາງ​ຄຸມຂັງ​ ພວກຊອກ​ຫາບ່ອນ​ຂໍ​ລີ້​ໄພ.

ອົງການ​ດັ່ງກ່າວ​ເວົ້າວ່າ ​ກຳ​ປັ່ນສອງ​ລຳ​ຂອງ​ກອງທັບ​ເຮືອອອສ​
ເຕ​ເລຍ ໄດ້ສະ ໜອງຕອບ ​ຕໍ່​ການຮ້ອງ​ຂໍຄວາມ​ຊ່ວຍເຫລືອ​ ຈາກເຮືອ​ທີ່​ກໍາລັງ​ຈະຫລົ້ມ​ຢູ່​ນັ້ນ ​ແລະ​ໄດ້ຊ່ວຍນໍາ​ເຂົ້າໄປ​ຈອດ​ທີ່​ເກາະ Christmas ​ເວລາ​ເຮືອ​ລຳ​ດັ່ງກ່າວ ​ໄດ້ ​ຫລົ້ມລົງ​ຍ້ອນ​ຟອ​ງທະ​ເລ. ລາຍ​ງານ​ກ່າວ​ວ່າ ທະຫານ​ເຮືອໃນ​ຂັ້ນຕົ້ນບໍ່​ສາມາດ ເຂົ້າ​ໄປ​ໃນ​ເຮືອລຳນັ້ນ​ໄດ້​ ​ເນື່ອງຈາກດິນ​ຟ້າ​ອາກາດ​ບໍ່​ດີ.

ຫລັງ​ຈາກ​ຜູ້​ໂດ​ຍສານຈຳນວນ​ນຶ່ງ​ໄດ້ຕົກອອກ​ຈາກ​ເຮືອ ​ເຮືອບິນຂອງອອສ​ເຕ​ຣ ເລຍ
ລໍາ​ນຶ່ງ ກໍ​ໄດ້​ຖີ້ມ​ເຮືອ​ຢາງຊູຊີບ​ລົງ​ສູ່​ທະ​ເລ ​ເພື່ອ​ຊ່ວຍກຳ​ປັ່ນ​ທະຫານ​ເຮືອ​ສອງ​ລໍາ ຊ່ວຍ​ເຫລືອ 144 ຄົນ​ໄວ້​ໄດ້. ທະຫານ​ເຮືອອອສ​ເຕຣ​ເລຍ ຍັງ​ໄດ້​ພົບ​ເຫັນ​ສີ່ສົບ ຢູ່​ໃນ​ນໍ້າ ກ່ອນ​ທີ່​ຈະ​ຍົກ​ເລີກ​ການ​ປະຕິບັດ​ງານ ​ແລະ​ນໍາ​ເອົາ​ຜູ້​ລອດ​ຊີວິດໄປສູ່​ເກາະ Christmas.

ຍັງ​ບໍ່​ທັນ​ມີ​ລາຍ​ງານແຈ້ງ​ໃຫ້​ຊາບ​ກ່ຽວ​ກັບສັນຊາດ​ຂອງ​ພວກ​ຊອກ​ຫາ​ບ່ອນ​ລີ້​ໄພ ​ເທື່ອ. ມີ​ຫລາຍ​ຮ້ອຍ​ຄົນ​ໄດ້ຈົມ​ນໍ້າ​ຕາຍ​ໃນ​ບໍ່​ເທົ່າໃດປີທີ່ຜ່ານ​ມາ ​ໃນ​ຂະນະ​ທີ່​ພະ ຍາຍາມ​ເດີ​ນທາງ​ໄປອອສ​ເຕ​ຣເລຍ​ ​ໂດຍ​ເຮືອ​ເກົ່າທີ່​ຊຸດ​ໂຊມຂອງ​ພວກ​ລັກລອບ ສົ່ງ​ຄົນ ຈາກ​ອິນ​ໂດ​ເນ​ເຊຍ.

ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ​ຈໍານວນ​ນຶ່ງ ​ໄດ້​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ເຂດເອ​ເຊຍ​ໃຕ້ ​ເຊັ່ນ​ວ່າ ອັຟກາ​ນິສຖານ.

Aussi
please wait
Embed

No media source currently available

0:00 0:00:41 0:00
XS
SM
MD
LG