ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບເຮືອ ອອສເຕຣເລຍ ຊ່ວຍຊີວິດ 106 ຄົນ ທີ່ເຮືອຫຼົ້ມ


ແຜນທີ່ ເກາະຄຣິສມາສ ຂອງອອສເຕຣເລຍ ອິນໂດເນເຊຍ ແລະປາປົວນິວກີເນຍ
ແຜນທີ່ ເກາະຄຣິສມາສ ຂອງອອສເຕຣເລຍ ອິນໂດເນເຊຍ ແລະປາປົວນິວກີເນຍ
ກອງທັບ​ເຮືອອອສ​ເຕ​ເລຍ ​ໄດ້​ຊ່ວຍຊີວິດບັນດາ​ຜູ້​ຊອກຫາ​ບ່ອນ
ລີ້​ໄພ 106 ຄົນ ທີ່ເຮືອ​ຫລົ້ມ ​ຢູ່​ໃນມະຫາ​ສະມຸດ​ອິນ​ເດຍ​ ໃນ​ວັນ​
ອັງຄານ​ມື້​ນີ້.

ບັນດາເຈົ້າ​ໜ້າ​ທີ່ອອສ​ເຕ​ຣເລຍ ກ່າວ​ວ່າ ການ​ປະຕິບັດ​ງານ​ກູ້​
ໄພ​ກໍາລັງ​ດໍາ​ເນີນ ຢູ່​ຕໍ່​ໄປ ທີ່​ບ່ອນ​ເກີດ​ເຫ​ດ ປະມານ 220 ກິ​
ໂລ​ແມັດ​ ຫ່າງ​ຈາກ​ເກາະຄຣິສມາສ ​ໄປ​ທາງ​ທິດ​ເໜືອ.

​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ​ຂອງອອສ​ເຕຣ​ເລຍ ກ່າວ​ວ່າ ສອງ​ຄົນ​ໄດ້​ຮັບບາດ​ເຈັບ ​ແຕ່ບໍ່​ໄດ້ເວົ້າວ່າ ມີຜູ້​ຫາຍ​ສາບ​ສູນຫຼືບໍ່.

​ລາຍ​ງານແຈ້ງວ່າ ຕົ້ນຕໍ​ແລ້ວ ​ມີຮ້ອຍຫ້າ​ຄົນ ​ເດີນທາງ​ມາ​ນຳ​ເຮືອ​ລຳ​ດັ່ງກ່າວ. ​ ​ເຫດຜົນ​ທີ່​ມີ​ໂຕ​ເລກ​ຂາດ​ຫາຍ​ໄປນັ້ນ​ ຍັງ​ບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ.

​ໃນ​ລະຫວ່າງ​ບໍ່​ເທົ່າ​ໃດປີ​ທີ່ຜ່ານ​ມາ​ນີ້ ຫລາຍ​ຮ້ອຍ​ຄົນ​ໄດ້​ຈົມ​ນໍ້າ​ຕາຍ ​ໃນ​ຄວາ​ມ ພະ​ຍາ​ຍາມເພື່ອເດີນທາງ​ຈາກອິນ​ໂດ​ເນ​ເຊຍ ​ໄປສູ່​ດິນ​ແດນ​ຂອງອອສ​ເຕ​ເລຍ.

​ໃນ​ເດືອນ​ແລ້ວ​ນີ້ ລັດຖະບານອອສ​ເຕ​ເລຍ ​ໄດ້​ປະກາດ​ວ່າ ຕົນຈະ​ບໍ່​ຮັບ​ເອົາ​ຜູ້​ຊອກສະ​ແຫວ​ງ​ຫາ​ບ່ອນລີ້​ໄພ​ໂດຍ​ທາງ​ເຮືອ​ຕໍ່​ໄປ​ອີກ ໃນ​ຄວາມ​ພະຍາຍາມ​ເພື່ອ ​ບໍ່ຢາກ​ຊຸກຍູ້ໃຫ້
ມີ​ການ​ເດີນທາງ​ແບບ​ນີ້ຕື່ມ.

​ເວລານີ້​ອອສ​ເຕຣ​ເລ​ຍ ໄດ້​ສົ່ງ​ພວກ​ຊອກ​ຫາ​ບ່ອນ​ລີ້​ໄພ​ໄປ​ຍັງ​ປະ​ເທດ​ເພື່ອນ​ບ້ານ ທີ່​ທຸກ​ຍາກຄື Papua New Guinea ຫລືປະ​ເທດ​ເກາະດອນ​ນ້ອຍໆ​ Nauru.
XS
SM
MD
LG