ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ອອສເຕຣເລຍ ລາຍງານ ກ່ຽວກັບກໍລະນີໂຄວິດ-19 ສູງເປັນປະຫວັດການ


ພະນັກງານການແພດຄົນນຶ່ງກຳລັງກວດເບິ່ງເຊື້ອໂຄວິດ-19 ຢູ່ບ່ອນລົດແລ່ນຜ່ານ ໃນນະຄອນແມລເບີນ ປະເທດອອສເຕຣເລຍ ວັນທີ 19 ສິງຫາ, 2021.

ອອສເຕຣເລຍ ໄດ້ລາຍງານຈຳນວນກໍລະນີໂຄວິດ-19 ສູງເປັນປະຫວັດການ ຢູ່ໃນສອງລັດທີ່ມີປະຊາຊົນອາໄສຢູ່ໜາແໜ້ນ ໃນວັນພະຫັດວານນີ້ ຊຶ່ງໄດ້ພາໃຫ້ ມີການປິດເມືອງອີກເທື່ອໃໝ່.

ລັດນິວຊາວເວລສ໌ ມີປະຊາຊົນອາໄສຢູ່ຫຼາຍທີ່ສຸດ ໄດ້ລາຍງານວ່າ ມີ 681 ກໍລະນີ ໃນໄລຍະ 24 ຊົ່ວໂມງຜ່ານມານີ້.

ລັດວິກຕໍເຣຍ ໄດ້ລາຍງານວ່າ ມີຜູ້ຕິດເຊື້ອໃໝ່ 57 ກໍລະນີ ທີ່ນະຄອນແມລ-ເບີນ ຊຶ່ງເປັນເມືອງເອກຂອງລັດ. ນະຄອນດັ່ງກ່າວໄດ້ມີການປິດເມືອງ ເປັນ ເທຶ່ອທີຫົກ ນັບແຕ່ໄດ້ມີການແຜ່ລະບາດ ໃນຂະນະທີ່ອອສເຕຣເລຍ ຕໍ່ສູ້ກັໍບການມີຜູ້ຕິດສາຍພັນໃໝ່ແດລຕ້າ ເພີ້ມຂຶ້ນ.

ໃນວັນພຸດທີ່ຜ່ານມາມີກໍລະນີໃໝ່ 747 ກໍລະນີທີ່ໄດ້ຮັບການຢືນຢັນ ຊຶ່ງສູງເປັນ ປະຫວັດການຢູ່ໃນປະເທດດັ່ງກ່າວ.

ປະມານ 22 ເປີເຊັນ ຂອງຊາວອອສເຕຣເລຍໄດ້ຮັບການສັກຢາວັກຊີນເຕັມ ອັດຕາ ຕ້ານໄວຣັສ ອີງຕາມສູນກາງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮອບກິນສ໌.

ໃນຂະນະທີ່ຫຼາຍປະເທດພວມດິ້ນລົນ ເພື່ອຈະໄດ້ຮັບການສັກຢາວັກຊີນໂດສທຳອິດສຳລັບປະຊາຊົນຂອງເຂົາເຈົ້າ ແຕ່ບາງປະເທດໄດ້ປະກາດໂຄງການສັກຢາວັກ ຊີນເພີ້ມໃຫ້ແກ່ບັນດາປະຊາຊົນທີ່ມີຄວາມຫຼໍ່ແຫຼມສຸດ.

ອິສຣາແອລ ໄດ້ເລີ້ມສັກຢາວັກຊີນເພີ້ມໃຫ້ແກ່ບັນດາຜູ້ທີ່ມີອາຍຸ 60 ປີ ໃນ ເດືອນກໍລະກົດຜ່ານ ໂດຍໄດ້ປະກາດໃນວັນພະຫັດວານນີ້ວ່າ ນາຍຄູທັງໝົດ ແລະຜູ້ໃດກໍຕາມທີ່ມີ ອາຍຸ 40 ປີຂຶ້ນໄປ ຈະສາມາດສັກຢາວັກຊີນເພີ້ມໄດ້.

ການປະກາດດັ່ງກ່າວ ມີຂຶ້ນນຶ່ງມື້ ຫຼັງຈາກ ສະຫະລັດກ່າວວ່າ ຕົນຈະເລີ້ມ ສັກຢາວັກຊີນເພີ້ມ ໃຫ້ແກ່ປະຊາຊົນ ທີ່ຕົກຢູ່ໃນອັນຕະລາຍ ໃນເດືອນໜ້ານີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG