ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເປີດປະເທດຄືນສຳລັບນັກທ່ອງທ່ຽວ ໃນຂະນະທີ່ການປິດເຂດຊາຍແດນ COVID-19 ຈະສິ້ນສຸດລົງ


ພະນັກງານຂັບລົດຂອງເຂົາເຈົ້າຢູ່ທາງແລນຂອງເຮືອບິນ ໃນຕອນເຊົ້າຢູ່ສະໜາມບິນ ຊິດນີ. 29 ພະຈິກ, 2021.
ພະນັກງານຂັບລົດຂອງເຂົາເຈົ້າຢູ່ທາງແລນຂອງເຮືອບິນ ໃນຕອນເຊົ້າຢູ່ສະໜາມບິນ ຊິດນີ. 29 ພະຈິກ, 2021.

ປະເທດ ອອສເຕຣເລຍ ຈະເປີດຊາຍແດນຂອງເຂົາເຈົ້າສຳລັບນັກເດີນ ທາງຕ່າງປະເທດ ທີ່ໄດ້ສັກຢາວີຊີນໃນວັນທີ 21 ກຸມພານີ້. ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນໃນຮອບເກືອບສອງປີ ຫຼັງຈາກເຂດຊາຍແດນຕ່າງໆໄດ້ປິດອັນ​ເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຄວບຄຸມການແຜ່ລາມຂອງໂຄວິດ-19. ນັກຂ່າວວີໂອເອ ຟິລ໌ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການປີດເຂດຊາຍແດນຍ້ອນໂຣກລະບາດຂອງ ອອສເຕຣເລຍ ແມ່ນນຶ່ງໃນມາດຕະການທີ່ເຄັ່ງຄັດທີ່ສຸດໃນໂລກ. ຊີວິດການເປັນຢູ່ແມ່ນໄດ້ຖືກລົບກວນ ແລະ ຄອບຄົວຕ່າງໆໄດ້ແຍກຈາກກັນ, ແຕ່ການແຍກປ່ຽວຈາກສາກົນຂອງ ອອສເຕຣເລຍ ແມ່ນໃກ້ທີ່ຈະສິ້ນສຸດລົງແລ້ວ. ບັນດານັກທ່ອງທ່ຽວຕ່າງປະເທດຜູ້ທີ່ໄດ້ສັກຢາກັນ ໂຄວິດ-19 ສອງເຂັມຈະໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນປະເທດ. ຜູ້ທີ່ບໍ່ໄດ້ສັກຢາວັກຊີນຕ້ອງໄດ້ຂໍສະໝັກການຍົກເວັ້ນ, ແລະຖ້າປະສົບຄວາມສຳເລັດ, ເຂົາເຈົ້າຕ້ອງໄດ້ປະເຊີນກັບຂໍ້ບັງຄັບກັກຕົວກວດໂຣກຢູ່ໂຮງແຮມ.

ນາຍົກລັດຖະມົນຕີ ທ່ານ ສກັອດ ມໍຣິສສັນ ເວົ້າວ່າ ກົດລະບຽບຕ່າງໆແມ່ນກະຈ່າງແຈ້ງ.

ທ່ານ ສກັອດ ມໍຣິສສັນ ກ່າວວ່າ “ເງື່ອນໄຂກໍແມ່ນເຈົ້າຕ້ອງໄດ້ສັກຢາວັກຊີນສອງເຂັມເພື່ອທີ່ຈະເຂົ້າມາ ອອສເຕຣເລຍ. ນັ້ນແມ່ນກົດລະບຽບ. ທຸກຄົນແມ່ນຄາດວ່າຈະໄດ້ປະຕິບັດຕາມມັນ ແລະ ມັນສຳຄັນຫຼາຍທີ່ປະຊາຊົນຈະເຂົ້າໃຈຂໍ້ຮຽກຮ້ອງນັ້ນ ຖ້າເຂົາເຈົ້າພະຍາຍາມທີ່ຈະເດີນທາງມາ ອອສເຕຣເລຍ. ແຕ່ຖ້າເຈົ້າໄດ້ສັກຢາສອງເຂັມແລ້ວ, ພວກເຮົາຫວັງທີ່ຈະຕ້ອນຮັບທ່ານ ກັບຄືນມາ ອອສເຕຣເລຍ ແລະ ຂ້າພະເຈົ້າຮູ້ວ່າອຸດສາຫະກຳການທ່ອງທ່ຽວກໍຫວັງແນວນັ້ນຄືກັນ ແລະ ໃນສອງອາທິດຂ້າງໜ້າ ເຂົາເຈົ້າຈະມີໂອກາດພ້ອມທັງນັກທ່ອງທ່ຽວທີ່ຈະມາ ແລະ ໃຫ້ເຂົາເຈົ້າກຽມພ້ອມຕ້ອນຮັບນັກທ່ອງທ່ຽວຕ່າງປະເທດກັບຄືນມາ ອອສເຕຣເລຍ.”

ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ການເນລະເທດນັກກິລາເທັນນິສຊື່ດັງຊາວ ເຊີເບຍ ທີ່ບໍ່ໄດ້ສັກຢາວັກຊີນ ທ້າວ ໂນວັກ ໂຈໂກວິຈ ເມື່ອເດືອນແລ້ວນີ້ໄດ້ສົ່ງຂໍ້ຄວາມທີ່ຊັດເຈນຫຼາຍໃຫ້ໂລກຮູ້ ກ່ຽວກັບ ສະຖານະຂອງ ອອສເຕຣເລຍ ກ່ຽວ ກັບ ການສັກຢາວັກຊີນນັ້ນ.

ມັນໄດ້ມີການລົບລ້າງຂໍ້ຫ້າມ ໂຄວິດ-19 ຂອງ ອອສເຕຣເລຍ ເທື່ອລະເລັກລະນ້ອຍ. ນັກສຶກສາຕ່າງປະເທດທີ່ໄດ້ສັກຢາວັກຊີນ, ກຳມະກອນທີ່ມີສີມືບາງຄົນ ແລະ ນັກເດີນທາງເປ້ກະເປົາແມ່ນໄດ້ຖືກອະນຸຍາດໃຫ້ເຂົ້າໃນປະເທດເມື່ອເດືອນທັນວາປີກາຍນີ້. ຂໍ້ຫ້າມຕ່າງໆຕໍ່ນັກເດີນທາງຈາກປະເທດ ສິງກະໂປ ກໍໄດ້ສິ້ນສຸດລົງໃນເດືອນພະຈິກປີກາຍນີ້.

ປະຊາຊົນ ອອສເຕຣເລຍ ທີ່ມີສິດ 93 ເປີເຊັນແມ່ນໄດ້ສັກຢາວັກຊີນສອງໂດສ ແລະ ລັດຖະບານເຊື່ອວ່າ ເວລາແມ່ນເໝາະສົມທີ່ຈະເຊື່ອມຕໍ່ກັບສ່ວນທີ່ເຫຼືອຂອງໂລກຄືນ.

ອອສເຕຣເລຍ ໄດ້ບັນທຶກໄວຣັສໂຄໂຣນາ 2 ລ້ານ 3​ ແສນກໍລະນີ ນັບຕັ້ງແຕ່ໂຣກລະບາດໄດ້ເລີ່ມຂຶ້ນ. ປະມານ 4,200 ຄົນໄດ້ເສຍຊີວິດ ອີງຕາມຂໍ້ມູນຢ່າງເປັນທາງການ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG