ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ປະຕິເສດຂໍ້ຮຽກຮ້ອງຂອງຈີນ ທີ່ຈະເລີ້ມການເຈລະຈາຄືນໃໝ່ອີກຄັ້ງ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະລັດຖະມົນຕີສໍາລັບສະຕີທ່ານນາງ ມາຣິສ ເພນ, ກັບລັດຖະມົນຕີຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ, ບໍ່ໄດ້ປະກົດໂຕ, ຈັດງານຖະແຫຼງຂ່າວຮ່ວມກັນທີ່ກະຊວງການຕ່າງປະເທດໃນວັນສຸກ, ທີ 13 ພຶດສະພາ, ປີ 2021 ໃນນະຄອນຫຼວງວໍຊິງຕັນ.(LeahMillis/Pool via AP)
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແລະລັດຖະມົນຕີສໍາລັບສະຕີທ່ານນາງ ມາຣິສ ເພນ, ກັບລັດຖະມົນຕີຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ, ບໍ່ໄດ້ປະກົດໂຕ, ຈັດງານຖະແຫຼງຂ່າວຮ່ວມກັນທີ່ກະຊວງການຕ່າງປະເທດໃນວັນສຸກ, ທີ 13 ພຶດສະພາ, ປີ 2021 ໃນນະຄອນຫຼວງວໍຊິງຕັນ.(LeahMillis/Pool via AP)

ລັດຖະມົນຕີການຕ່າງປະເທດ, ທ່ານນາງ ມາຣີສ ເພນ (Marise Payne) ກ່າວວ່າອອສເຕຣເລຍຈະບໍ່ຍອມຮັບການຮຽກຮ້ອງຂອງຈີນໃຫ້ປ່ຽນແປງນະໂຍບາຍ ເພື່ອທີ່ຈະເລີ່ມການເຈລະຈາສອງຝ່າຍຄືນໃໝ່ໄດ້, ອີງຕາມອົງການ ຂ່າວຣອຍເຕີສ໌ (Reuters).

"ພວກເຮົາໄດ້ຮັບການແນະນຳຈາກຈີນວ່າເຂົາເຈົ້າຈະເຂົ້າຮ່ວມການສົນທະນາລະດັບສູງ ກໍຕໍ່ເມື່ອພວກເຮົາຫາກໄດ້ເຮັດຕາມເງື່ອນໄຂໃດນຶ່ງເທົ່ານັ້ນ. ອອສເຕຣເລຍບໍ່ໄດ້ວາງເງື່ອນໄຂອັນໃດກ່ຽວກັບການສົນທະນາກັນນີ້. ພວກເຮົາບໍ່ສາມາດ ເຮັດຕາມເງື່ອນໄຂຂອງເຂົາເຈົ້າໄດ້ໃນເວລານີ້,” ນັ້ນຄືຄໍາເວົ້າຂອງທ່ານນາງເພນ ທີ່ກ່າວຢູ່ໃນຄໍາປາໄສຂອງເພິ່ນໃນຕອນບ່າຍວັນພະຫັດວານນີ້ ຢູ່ນະຄອນຫລວງ ແຄນເບີຣາ.

ຄວາມສໍາພັນກັບຈີນ, ມີຄວາມຜັນຜວນໄປແລ້ວ ຫຼັງຈາກອອສເຕຣເລຍຫ້າມ ບໍລິສັດຮົວເວີຍ (Huawei) ບໍ່ໃຫ້ສ້າງເຄືອຂ່າຍໂທລະສັບໄຮ້ສາຍຄວາມໄວສູງ 5G ໃນປີ 2018, ແລ້ວຍັງມີຄວາມເຢັນຊາລົງໄປຕື່ມອີກພາຍຫຼັງທີ່ແຄນເບີຣາໄດ້ຮຽກຮ້ອງໃນປີກາຍນີ້ ໃຫ້ມີການສືບສວນທີ່ເປັນເອກະລາດກ່ຽວກັບຕົ້ນກໍາເນີດໃນການລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ຮັບການລາຍງານຄັ້ງທໍາອິດຢູ່ໃນພາກກາງຂອງຈີນ ເມື່ອປີກາຍນີ້.

ຈີນຕອບໂຕ້ຄືນໂດຍການເກັບພາສີຕໍ່ສິນຄ້າຂອງອອສເຕຣເລຍລວມທັງເຫຼົ້າວາຍແລະເຂົ້າບາເລ ແລະຈຳກັດຈຳນວນການນຳເຂົ້າຊີ້ນງົວ, ຖ່ານຫີນແລະໝາກອາງຸ່ນ ຂອງອອສເຕຣເລຍ.
ສະຖານທູດຈີນປະຈຳນະຄອນຫຼວງແຄນເບີຣາ ບໍ່ໄດ້ຕອບໃນທັນທີຕໍ່ຄຳຮ້ອງຂໍຄວາມເຫັນກ່ຽວກັບຄຳປາໄສຂອງທ່ານນາງເພນ (Payne).

ເຖິງແມ່ນວ່າຈະມີຄວາມເຄັ່ງຕຶງໃນການພົວພັນສອງຝ່າຍກໍຕາມ, ຈີນຍັງຄົງເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອອສເຕຣເລຍຢູ່.

ໃນ 12 ເດືອນຈົນມາຮອດເດືອນມີນາຜ່ານມາ, ອອສເຕຣເລຍໄດ້ສົ່ງອອກສິນຄ້າໄປຍັງຈີນມູນຄ່າ 110 ຕື້ 100 ລ້ານໂດລາ, ຫຼຸດລົງ 0.6 ເປີເຊັນ ຈາກປີກາຍນີ້, ແຕ່ການສົ່ງອອກໄດ້ຮັບການສະໜັບສະໜູນຈາກລາຄາທີ່ແພງສໍາລັບແຮ່ເຫຼັກ, ຊຶ່ງເປັນລາຍການດຽວທີ່ໃຫຍ່ທີ່ສຸດໃນການຄ້າກັບຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG