ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອອສເຕຣເລຍອາດຖືກຫ້າມ ບໍ່ໃຫ້ຄຸມຂັງ ພວກອົບພະຍົບ ຢູ່ນອກປະເທດ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard

ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard ກ່າວວ່າ ການຕັດສິນຂອງສານ
ສູງເພື່ອສະກັດກັ້ນການແລກປ່ຽນອົບພະຍົບກັບມາເລເຊຍນັ້ນແມ່ນການຂຽນລັດຖະທຳມະນູນ
ອອສເຕຣເລຍໃໝ່ແລະພາໃຫ້ເກີດມີຄວາມສົງໄສກ່ຽວກັບສິດທິຂອງປະເທດໃນການທີ່ຈະໂອນ ພວກຂໍລີ້ໄພໄປໃຫ້ປະເທດໃດ ປະເທດນຶ່ງນັ້ນ.

ທ່ານນາງ Gillard ກ່າວໃນວັນພະຫັດມື້ນີ້ແມ່ນຮວມທັງສະຖານທີ່ຕ່າງໆບ່ອນທີ່ພວກຂໍລີ້ໄພ ອອສເຕຣເລຍຖືກຄຸມຂັງໃນອະດີດຜ່ານມາ ຮວມທັງເກາະ Manus ປາປົວນິວກີນີ ແລະປະ
ເທດເກາະ Nauru.

ທີ່ມາເລເຊຍ ພວກປົກປ້ອງສິດທິມະນຸດໄດ້ກ່າວຊົມເຊີຍການຕັດສິນຂອງສານອອສເຕຣເລຍ
ໃນມື້ວັນພຸດວານນີ້ ຊຶ່ງອີງຕາມຄວາມຈິງທີ່ວ່າ ມາເລເຊຍບໍ່ໄດ້ລົງນາມ ໃນສົນທິສັນຍານາໆ
ຊາດ ກ່ຽວກັບການທໍລະມານ ແລະການປະຕິບັດ ຕໍ່ພວກອົບພະຍົບ. ປະທານຂອງກຸ່ມປົກ
ປ້ອງສິດທິມະນຸດ Suaram ກ່າວວ່າ ການຕັດສິນທີ່ວ່ານີ້ ອາດຈະຜັກດັນໃຫ້ມາເລເຊຍປັບ
ປຸງການປະຕິບັດຕໍ່ພວກຂໍລີ້ໄພໃຫ້ດີຂຶ້ນກວ່າເກົ່າ.

XS
SM
MD
LG