ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ເປັນຫ່ວງ ນຳຊາວການາດາ ທີ່ຖືກຈັບ ຢູ່ໃນປະເທດຈີນ


ທ່ານນາງ Marise Payne ກ່າວຢູ່ໃນກອງປະ​ຊຸມນັກຂ່າວ ຮ່ວມ
ກັບ ລມຕ ຕ່າງປະເທດຈີນ ທ່ານ Wang Yi ທີ່ເຮືອນຕ້ອນ
ຮັບແຂກເມືອງ ດຽວຢູໄຕ ໃນປັກກິ່ງ ວັນທີ 8 ພະຈິກ ປີ 2018.
ທ່ານນາງ Marise Payne ກ່າວຢູ່ໃນກອງປະ​ຊຸມນັກຂ່າວ ຮ່ວມ ກັບ ລມຕ ຕ່າງປະເທດຈີນ ທ່ານ Wang Yi ທີ່ເຮືອນຕ້ອນ ຮັບແຂກເມືອງ ດຽວຢູໄຕ ໃນປັກກິ່ງ ວັນທີ 8 ພະຈິກ ປີ 2018.

ອອສເຕຣເລຍໄດ້ອອກຖະແຫຼງການສະບັບນຶ່ງສະແດງຄວາມເປັນ ຫ່ວງກ່ຽວກັບການ
ກັກຂັງຊາວການາດາສອງຄົນລຸນຫຼັງທີ່ພວກນັກຊ່ຽວຊານດ້ານ ນະໂຍບາຍຕ່າງປະ
ເທດ ໄດ້ຕັ້ງ​ຄຳຖາມວ່າ ເປັນຫຍັງແຄນແບຣາຈຶ່ງມິດງຽບຢູ່. ການຈັບກຸມນັກທຸລະກິດ
Michael Spavor ກັບອະດີດນັກການທູດ Michael Fovrig ໃນຕົ້ນເດືອນແລ້ວນີ້
ໄດ້ມີຂຶ້ນ ຫຼັງຈາກການາດາ ໄດ້ກັກຂັງຜູ້ບໍລິຫານ ບໍລິສັດ ຫົວໄຫວ ໃນນະຄອນແວນຄູ
ເວີ້ ຕາມຄຳຮ້ອງຂໍຂອງ ສະຫະລັດ. ຟຽລ ເມີເຊີ ສົ່ງລາຍງານນີ້ ມາຈາກນະຄອນຊິດນີ
ດັ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນດັບຕໍ່ໄປ.

ໄດ້ມີການປະນາມໃນທັນທີທັນໃດ ໂດຍສະຫະພາບຢູໂຣບ ປະເທດອັງກິດ ແລະຝຣັ່ງ ເລື້ອງການຈັບກຸມຊາວການາດາສອງຄົນນັ້ນ. ພວກເຂົາເຈົ້າມີຄວາມ ເປັນຫ່ວງກ່ຽວ
ກັບວ່າ ມັນເປັນທີ່ແຈ້ງຂາວວ່າ ໄດ້ມີການກະຕຸ້ນ ທາງດ້ານການ ເມືອງ ໃນການຈັບ
ກຸມຄຸມຂັງພວກເຂົາເຈົ້າ. ຈີນໄດ້ກ່າວຫາວ່າ ທ່ານ Michael Spavor ກັບ ທ່ານ
Michael Fovrig ເປັນໄພອັນຕະລາຍ ຕໍ່ຄວາມປອດໄພ ຂອງຊາດ.

ເຖິງແມ່ນວ່າ ຈະໄດ້ມີການຮ້ອງໂຮຂອງນາໆຊາດກໍຕາມ ແຕ່ອອສເຕຣເລຍ ຊຶ່ງ ເປັນ
ພັນທະມິດທີ່ສຳຄັນ ໃນໂລກຕາເວັນຕົກ ຂອງການາດາ ກໍຍັງເມີນເສີຍມິດ ງຽບຢູ່. ບໍ່
ໄດ້ມີຄຳອະທິບາຍຢ່າງເປັນທາງການໃດໆ ແຕ່ຄົນກຸ່ມນຶ່ງລວມມີພວກ ນັກການສຶກ
ສາ ແລະອະດີດນັກການທູດປະມານ 30 ຄົນ ໄດ້ພາກັນເຊັນໜັງສື ຮ້ອງທຸກ ຊຸກຍູ້ໃຫ້
ແຄນແບຣາ ຮຽກຮ້ອງໃຫ້ມີການປ່ອຍໂຕພວກສອງຄົນນັ້ນ.

ທ່ານ Rory Medcalf ຫົວ​ໜ້າຂະແໜງຄວາມປອດໄພແຫ່ງຊາດ ທີ່ມະຫາວິ ທະຍາ
ໄລແຫ່ງຊາດອອສເຕຣເລຍກ່າວວ່າ ອອສເຕຣເລຍຈະຕ້ອງຢືນຢູ່ຄຽງບ່າ ຄຽງໄຫລ່
ກັບການາດາ ໂດຍເວົ້າວ່າ “ຖ້າພວກປະເທດປະຊາທິປະໄຕຂະໜາດ ກາງ ບໍ່ຢືນຢູ່
ຮ່ວມກັນຕ້ານການປະພຶດທີ່ເກາະຜິດໂດຍປະເທດຈີນ ໃນເວທີສາ ກົນແລ້ວ ພວກເຂົາ
ເຈົ້າເທື່ອລະຄົນ ຄືພວກເຮົາ ກໍຈະຖືກໃສ່ໂທດແບບຄ້າຍຄື ກັນ ຫຼືບໍ່ກໍຈະຖືກຂົ່ມເຫັງ
ໃນໂອກາດເຊັ່ນນັ້ນ ເມື່ອໃດຜົນປະໂຫຍດຂອງພວກ ເຮົາຂັດ​ແຍ້ງ​ກັນກັບຂອງປະເທດ
ຈີນ.”.

ໃນການຕອບໂຕ້ນັ້ນ ທ່ານນາງ Marise Payne ລັດຖະມົນຕີຕ່າງປະເທດອອສເຕຣ
ເລຍ ໄດ້ອອກຖະແຫຼງການສັ້ນໆ ໂດຍທີ່ບໍ່ໄດ້ໃຫ້ການສະໜັບສະ ໜູນຄຳຮຽກຮ້ອງ
ອງການາດາ ເພື່ອໃຫ້ປ່ອຍໂຕພວກຜູ້ຊາຍທັງສອງທັນທີ.

ທ່ານນາງເພນກ່າວວ່າ “ລັດຖະບານອອສເຕຣເລຍ ມີຄວາມເປັນຫ່ວງເລື້ອງ ການກັກ
ຂັງເມື່ອມໍ່ໆມານີ້ ຊາວການາດາສອງຄົນຢູ່ໃນປະເທດຈີນ. ພວກເຮົາ ຈະມີຄວາມກັງ
ວົນຫຼາຍທີ່ສຸດ ຖ້າກໍລະນີຂອງພວກເຂົາເຈົ້າ ຫາກມີສ່ວນພົວ ພັນກັບ ການດຳເນີນ
ການທາງ​ດ້ານກົດໝາຍ ທີ່​ພວມມີ​ຂຶ້ນຢູ່ໃນການາດາໃນປັດຈຸບັນ ທີ່ກ່ຽວຂ້ອງກັບພົນ
ລະເມືອງຈີນ ທ່ານນາງ ເມັງ ວັນຊູ ນັ້ນ.

ປະເທດຈີນ ເປັນຄູ່ຄ້າຂາຍທີ່ໃຫຍ່ທີ່ສຸດ ຂອງອອສເຕຣເລຍ. ແຕ່ວ່າສາຍພົວ ພັນໄດ້
ຂົມ​ຂື່​ນລົງ ໃນເວລາບໍ່ດົນນີ້ ຍ້ອນການກ່າວຫາວ່າ ປັກກິ່ງ ໄດ້ມົ້ວສຸມ ກັບການເມືອງ
ພາຍໃນ ຂອງອອສເຕຣເລຍ ຊຶ່ງໃນເວລາດຽວກັນ ແຄນແບຣາ ກໍໄດ້ກ່າວຫາຈີນວ່າ ທຳການສອດແນມທາງຄອມພິວເຕີ້ຂອງຕົນ.

ໃນຕົ້ນເດືອນນີ້ ອອສເຕຣເລຍກ່າວວ່າ ພວກບໍລິສັດຂອງຕົນ ກໍແມ່ນພວກທີ່ໄດ້ ຮັບ
ເຄາະຈຳນວນນຶ່ງຢູ່ໃນໂລກ ດ້ວຍການໂຈມຕີທາງຄອມພິວເຕີ້ ທີ່ໃຫ້ການສະ ໜັບສະ
ໜູນໂດຍລັດຖະບານຈີນ.

ທາງແຄນແບຣາເວົ້າວ່າ ການໂຈລະກຳທາງຄອມພິວເຕີ້ “ເປັນການສ້າງຄວາມ ເສຍຫາຍບົ່ມຊ້ອນ ຕໍ່ການຈະເລີນເຕີບໂຕຂອງເສດຖະກິດໂລກ ຕໍ່ຄວາມປອດ
ໄພ ແລະສະເຖຍລະພາບຂອງລະຫວ່າງຊາດ.”

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG