ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍການບິນແຫ່ງຊາດອອສເຕຣເລຍ ກັບຄືນບິນອີກແລ້ວ


ສາຍການບິນ Qantas ຂອງອອສເຕຣເລຍກັບຄືນບິນອີກ.
ວັນທີ 31 ຕຸລາ 2011
ສາຍການບິນ Qantas ຂອງອອສເຕຣເລຍກັບຄືນບິນອີກ. ວັນທີ 31 ຕຸລາ 2011

ສາຍ​ການບິນ​ແຫ່ງ​ຊາດ​ຂອງ​ອອສ​ເຕຣ​ເລຍ​ກັບ​ຄືນ​ບິນ​ອີກ​ແລ້ວ ​ຫລັງ​ຈາກ​ສານ​ສັ່ງ​ໃຫ້​ພວກ
ສະຫະພັນ​ກໍາມະບານຢຸດເຊົາ​ການ​ນັດ​ຢຸດ​ງານ ​ທີ່​ໄດ້ປິດ​ສາຍ​ການບິນ​ລົງ​ແລະ​ໃຫ້​ກັບ​ຄືນ​ສູ່
​ໂຕະ​ເຈລະຈາ​ກັນ.

ຖ້ຽວ​ບິນ​ທໍາ​ອິດ​ຂອງ​ສາຍ​ການບິນ Qantas Airways ​ໄດ້​ເລີ້ມ​ຄືນ​ໃນ​ຕອນ​ບ່າຍ​ວັນ​ຈັນ​ມື້​ນີ້​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ຊຶ່ງ​ເປັນ​ເວລາ​ປະມານ 12 ຊົ່ວ​ໂມງ​ ຫລັງ​ຈາກທີ່ສານສັ່ງ​ໃຫ້​ກັບ​ຄືນ​ໄປ​ເຮັດ​ວຽກ​ນັ້ນ. ທ່ານ Alan Joyce ຫົວໜ້າ​ບໍລິຫານ​ສາຍ​ການບິນ Qantas ກ່າວ​ວ່າ ສາຍ​ການບິນ​ຈະ​ດໍາ​ເນີນ​ການ​ຢ່າງ​ໄວ​ ເພື່ອ​ຊ່ອຍ​ພວກ​ຄົນ​ໂດຍສານ​ທີ່​ຍັງ​ຕົກຄ້າງ​ຢູ່​ໃນ​ສະໜາມ​ບິນ​ແຫ່ງ​ຕ່າງໆ​ໃນ​ທົ່ວອອສ​ເຕຣ​ເລຍ​ແລະ​ໃນ​ທົ່ວ​ໂລກນັ້ນ.

ສານ​ໄດ້​ປະຕິບັດ​ຕາມ​ຄໍາ​ຮຽກຮ້ອງ​ຂອງ​ລັດຖະບານ​ ໃນ​ເວລາ​ບໍ່​ຮອດ 2 ມື້​ ຫລັງ​ຈາກ​ທີ່ Qantas ສັ່ງ​ຫ້າມ​ເຮືອບິນ​ທັງ​ໝົດຂອງ​ຕົນ​ຂຶ້ນ​ບິນໃນ​ການ​ຕອບ​ໂຕ້​ຕໍ່​ການ​ນັດ​ຢຸດ​ງານ ​ເພື່ອ​ຮຽກຮ້ອງ​ຂໍຂຶ້ນ​ຄ່າ​ແຮງ​ງານ​ແລະໃຫ້​ປັບປຸງສະພາບ​ການໃນ​ບ່ອນ​ທໍາ​ງານ​ນັ້ນ.

ພວກ​ສະຫະພັນ​ກໍາມະບານທີ່​ຕໍ່​ຮອງ​ກ່ຽວ​ກັບ​ເລື່ອງ​ນີ້ ​ແມ່ນ​ຕາງໜ້າໃຫ້ພວກ​ນັກ​ບິນ ນັກ​ວິສະວະກອນ ພວກ​ກໍາກັບ​ນໍາ​ຫີບ​ເດີນທາງ ພວກ​ພະນັກງານ​ພາກ​ພື້ນ​ດິນ ​ແລະ​ພວກ​ພະນັກງານ​ຈັດ​ອາຫານ​ໃສ່​ເຮືອບິນ.

XS
SM
MD
LG