ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໖ ມີນາ ໒໐໒໓

ສາຍການບິນ Qantas ຍັງບໍ່ຂຶ້ນບິນ ເປັນມື້ທີສອງ


ເຄົາເຕີ້ຂອງສາຍການບິນ Qantas ຂອງອອສເຕຣເລຍ ບໍ່ມີຄົນ ຍ້ອນເຮືອບິນບໍ່ຂຶ້ນບິນບໍລິການ, ວັນທີ 29 ຕຸລາ 2011.

ຍົນຂອງສາຍການບິນ Qantas Airways ຂອງອອສເຕຣເລຍຍັງບໍ່​ຂຶ້ນບິນ ເປັນມື້ທີ່ສອງ
ໃນວັນອາທິດມື້ນີ້ ສົ່ງຜົນໃຫ້ຜູ້ໂດຍສານຫລາຍໝື່ນຄົນໃນທົ່ວໂລກ ຕົກຄ້າງໄປໃສມາໃສ
ບໍ່ໄດ້.

ພວກເຈົ້າໜ້າທີ່ສາຍການບິນ Qantas ແລະພວກກໍາມະບານ​ທີ່ຕາງໜ້າຄົນງານ
ຕະຫລອດ​ທັງພວກຜູ້ນໍາວົງການລັດຖະບານແລະທຸລະກິດ ໄດ້ໄປປາກົດຕົວຕໍ່ໜ້າສານ
ແຮງງານ ແຕ່ກໍຍັງບໍ່ໄດ້ບັນລຸຂໍ້​ແກ້​ໄຂ​ໃດໆ​ຕໍ່​ການ ຂັດແຍ້ງກັນດ້ານແຮງງານນີ້ເທື່ອ.

ທ່ານນາງ Julia Gillard ນາຍົກລັດຖະມົນຕີອອສເຕຣເລຍ ກ່າວເມື່ອວັນເສົາວານນີ້ວ່າ
ທ່ານນາງໄດ້ຮ້ອງຂໍ ໃຫ້ອົງ​ກອນຄວບຄຸມການອຸດສາຫະກໍາຂອງປະເທດ​ເຂົ້າມາພົວພັນ
ເພື່ອຫາທາງຍຸຕິການນັດຢຸດງານຕິດ​ຕໍ່​ກັນມາຫລາຍບັ້ນ ທີ່ຍັງດໍາເນີນໄປຢູ່ໃນເວລານີ້.
ທ່ານນາງກ່າວວ່າ ທີ່ທ່ານນາງຕັດສິນໃຈເຄື່ອນໄຫວ​ແບບນີ້ ກໍ​ຍ້ອນ​ວ່າການຂັດແຍ້ງກັນທີ່
ນັບມື້ນັບຮ້າຍ​ແຮງຂື້ນໄປນັ້ນ ອາດສາມາດສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ເສດຖະກິດໄດ້.

ທ່ານ Alan Joyce ຫົວໜ້າບໍລິຫານສາຍການບິນ Qantas ໄດ້ສັ່ງຫ້າມຍົນສາຍການ
ບິນQantas ທັງໝົດ ຂຶ້ນ​ບິນ​ໃນ​ວັນ​ເສົາ​ວານ​ນີ້ ຍ້ອນການນັດຢຸດງານດັ່ງກ່າວ ໂດຍ
ປະກາດວ່າພວກພະນັກງານນັດຢຸດງານທັງໝົດ ແມ່ນຈະບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ບໍລິ
ສັດ ເລິ່ມຕົ້ນໃນຕອນແລງວັນຈັນ ມື້ອື່ນນີ້.

ສາຍການບິນ Qantas ພະຍາຍາມ​ຈະ​ຫາ​ທາງ​ຍຸດຕິ​ການ​ຕໍ່ສູ້​ທີ່​ຍືດ​ເຍື້ອມາ ກັບ​ພວກ​ກໍາ
ມະບານ ກ່ຽວ​ກັບ​ບັນຫາ​ຄ່າ​ຈ້າງ ສະພາບ​ການ​ໃນ​ທີ່​ທໍາ​ງານ ​ແລະ​ແຜນການ​ຈະ​ຈັດ​ຕັ້ງ​
ສາຍການບິນ​ໃໝ່​ຂຶ້ນ​ໃນ​ເອ​ເຊຍ.

XS
SM
MD
LG