ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ມີຜູ້ເສຍຊີວິດ ຍ້ອນໂຄວິດ-19 ສູງທີ່ສຸດ ພາຍໃນມື້ດຽວ


ຜູ້​ຄົນ​ພາ​ກັນ​ລຽນ​ແຖວ​ຍາວ​ເພື່ອ​ລໍ​ຖ້າ​ກວດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ສະ​ຖານ​ທີ່ກວດ​ພະ​ຍາດທີ່​ເປີດ​ໃຫ້​ຄົນ​ກວດ​ແບບບໍ່​ຕ້ອງ​ມີ​ການ​ນັດ​ໝາຍ​ໃນ​ນະ​ຄອນ Melbourne ຂອງອອ​ສ​ເຕ​ຣ​ເລຍ​ໃນ​ວັນ​ທີ 5 ມັງ​ກອນ, 2022
ຜູ້​ຄົນ​ພາ​ກັນ​ລຽນ​ແຖວ​ຍາວ​ເພື່ອ​ລໍ​ຖ້າ​ກວດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ສະ​ຖານ​ທີ່ກວດ​ພະ​ຍາດທີ່​ເປີດ​ໃຫ້​ຄົນ​ກວດ​ແບບບໍ່​ຕ້ອງ​ມີ​ການ​ນັດ​ໝາຍ​ໃນ​ນະ​ຄອນ Melbourne ຂອງອອ​ສ​ເຕ​ຣ​ເລຍ​ໃນ​ວັນ​ທີ 5 ມັງ​ກອນ, 2022

ສາຍ​ພັນ​ໂອ​ໄມ​ຄ​ຣອນຂອງໄວຣັສໂຄໂຣນາທີ່ແຜ່ລາມຢ່າງວ່ອງໄວໃນອອສເຕຣເລຍໄດ້ພາໃຫ້ມີຜູ້ເສຍຊີວິດ ຍ້ອນພະຍາດໂຄວິດ-19 ສູງທີ່ສຸດພາຍໃນມື້ດຽວ.

ກະຊວງສາທາລະນະສຸກໄດ້ບັນ​ທຶກວ່າມີການເສຍຊີວິດ 74 ຄົນຍ້ອນໂຄວິດ-19 ໃນວັນອັງຄານວານນີ້, ໂດຍການເສຍຊີວິດໄດ້ແຜ່ລາມໄປທົ່ວສາມລັດທີ່ມີປະຊາ ກອນຫຼາຍທີ່ສຸດຂອງອອສເຕຣເລຍ: 36 ຄົນເສຍຊີວິດຢູ່ໃນລັດນິວຊາວເວລ​ສ໌, 22 ຄົນເສຍຊີວິດໃນລັດວິກຕໍເຣຍ ແລະ 16 ຄົນໃນລັດຄວີນສ໌ແລນ.
ສະຖິຕິການເສຍຊີວິດຄັ້ງໃໝ່ ກົງກັບສະຖິຕິຂອງຄົນເປັນພະ​ຍາດໂຄວິດ-19 ລາຍໃໝ່ທີ່ເຮັດໃຫ້ໂຮງໝໍອອ​ສ​ເຕ​ຣ​ເລຍຫຍັບ​ເຂົ້າໃກ້ຈຸດພັງ​ທະ​ລາຍ. ເຈົ້າ​ໜ້າ​ທີ່​ໃນ​ລັດວິດ​ຕໍ​ເຣຍ​ໄດ້​ວາງ​ມາດ​ຕະ​ການ​ສຸກ​ເສີນ “ກົດສີ​ນ້ຳ​ຕານ” ສຳ​ລັບ​ໂຮງ​ໝໍ​ໃນ​ນະ​ຄອນແມ​ລ​ເບີນ, ເມືອງ​ເອກ​ຂອງ​ລັດ​ນັ້ນ, ແລະ​ໂຮງ​ໝໍປະ​ຈຳ​ຂົງ​ເຂດ​ຫຼາຍ​ແຫ່ງ. ລັດຖະດຳລັດຮຽກຮ້ອງໃຫ້ໂຮງໝໍ ເລື່ອນຂັ້ນຕອນທີ່ບໍ່ຮີບດ່ວນ ແລະນຳ ເອົາພະນັກງານທີ່ກຳລັງພັກການ​ຢູ່​ກັບຄືນມາເຮັດ​ວຽກ ຫຼືບໍ່​ກໍຂໍໃຫ້ພວກເຂົາເຈົ້າ ເລື່ອນເວລາໃນ​ແຜນຂໍພັກການນັ້ນອອກໄປ.

ລັດຖະມົນຕີກະຊວງສາທາລະນະສຸກໃນລັດຖະບານກາງ, ທ່ານເກ​ຣກ ຮັນ​ທ໌ (Greg Hunt) ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ລັດຖະບານ ກໍາລັງເປີດໃຊ້ແຜນການສຸກເສີນເພື່ອສົ່ງພະຍາບານຫຼາຍກວ່າ 50,000 ຄົນ ແລະພະນັກງານແພດ 100,000 ຄົນຈາກໂຮງໝໍເອກະຊົນໄປເຂດຕ່າງໆ ໃນທົ່ວປະເທດອອສເຕຣເລຍທີ່ໄດ້ຮັບຜົນກະທົບຈາກການລະບາດຢ່າງໜັກ ຂອງ​ພະ​ຍາດນີ້. ແຜນການດັ່ງກ່າວຍັງຮຽກຮ້ອງໃຫ້ລັດຖະບານໃຊ້ຄັງສະສົມ ທາງການແພດແຫ່ງຊາດ ແລະເຮັດ​ໃຫ້ອຸປະກອນປ້ອງກັນສ່ວນບຸກຄົນ​ມີ​ໄວ້ ສໍາລັບລັດ ແລະເຂດແຄວ້ນຕ່າງໆ ໃນກໍລະນີທີ່ມີການຂາດແຄນສິ່ງ​ເຫລົ່າ​ນີ້.

ນັກ​ທ່ອງ​ທ່ຽວ​ໃສ່​ໜ້າ​ກາກ​ປິດ​ປາກ​ຍ່າງ​ເລາະ​ຕາມຮ້ານ​ທີ່​ມີ​ການ​ປະ​ດັບ​ປະ​ດາເພື່ອ​ຕ້ອນ​ຮັບ​ປີ​ໃໝ່ທີ່​ຖະ​ໜົນ Nakamise ຢູ່​ໃກ້ວັດ Senso-ji ໃນເມືອງ Asakusa ຊຶ່ງ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ອັນ​ມີ​ຊື່​ສຽງທ່າມ​ກາງ​ການ​ລະ​ບາດຂອງ​ໂຄວິດ-19 ໃນ​ນະ​ຄອນໂຕ​ກຽວ​ໃນ​ວັນ​ທີ 24 ທັນ​ວາ, 2021.
ນັກ​ທ່ອງ​ທ່ຽວ​ໃສ່​ໜ້າ​ກາກ​ປິດ​ປາກ​ຍ່າງ​ເລາະ​ຕາມຮ້ານ​ທີ່​ມີ​ການ​ປະ​ດັບ​ປະ​ດາເພື່ອ​ຕ້ອນ​ຮັບ​ປີ​ໃໝ່ທີ່​ຖະ​ໜົນ Nakamise ຢູ່​ໃກ້ວັດ Senso-ji ໃນເມືອງ Asakusa ຊຶ່ງ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ອັນ​ມີ​ຊື່​ສຽງທ່າມ​ກາງ​ການ​ລະ​ບາດຂອງ​ໂຄວິດ-19 ໃນ​ນະ​ຄອນໂຕ​ກຽວ​ໃນ​ວັນ​ທີ 24 ທັນ​ວາ, 2021.

ຂະນະ​ດຽວ​ກັນ, ມີລາຍ​ງານ​ວ່າເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ກຳ​ລັງຈະເຮັດ​ແຜນການ​ວາງ​ຂໍ້​ຈຳກັດ​ໃໝ່​ໃຫ້​ແລ້ວ ​ຢູ່ໃນ​ນະຄອນຫຼວງ​ໂຕ​ກຽວ​ແລະ​ເທດ​ສະ​ບານ​ອື່ນ​ອີກ​ຫລາຍ​ແຫ່ງ ​ຍ້ອນ​ວ່າປະ​ເທດນັ້ນມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ​ຂຶ້ນ 20,000 ຄົນໃນ​ວັນ​ຈັນ​ຜ່ານ​ມາ ໂດຍ​ອົງ​ການ​ຂ່າວ​ກຽວ​ໂດລາຍ​ງານ​ວ່າ ເທດ​ສະ​ບານ​ໂອ​ສະ​ກາ ມີ​ການບັນທຶກຜູ້ຕິດເຊື້ອ​ໄວ​ຣັ​ສ​ໂຄ​ໂຣ​ນາໃໝ່ 6,000 ຄົນໃນວັນອັງຄານ ວານນີ້. ຂໍ້ຈໍາກັດໃຫມ່, ເຊິ່ງອາດຈະຖືກເປີດເຜີຍໃນທ້າຍອາທິດນີ້, ລວມທັງເວ ລາເປີດຮ້ານທີ່ສັ້ນລົງສໍາລັບສະ​ໂມ​ສອນ ຫລື ບາ ແລະຮ້ານ ອາຫານ ແລະຈໍາກັດຈຳ​ນວນຄົນເຂົ້າໄປໃນສະຖານທີ່ສາທາລະນະ.

ທາງດ້ານຢາວັກຊີນນັ້ນ, ໂຮງໝໍອິສຣາແອລກ່າວວ່າ ຜົນຂອງການສຶກສາເບື້ອງ ຕົ້ນສະແດງໃຫ້ເຫັນວ່າ ການ​ສັກວັກຊີນກັນໂຄວິດ-19 ເຂັມທີ 4 ແມ່ນ ໃຫ້ພູມຄຸ້ມກັນທີ່ຈຳກັດ ໃນ​ການ​ຕ້ານສາຍ​ພັນໂອ​ໄມ​ຄ​ຣອນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG