ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເມືອງໃນອອສເຕຣເລຍ


ນາຍົກລັດຖະມຸນຕີອອ໊ສເຕຣເລຍ ທ່ານນາງ Julia Gillard ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ທີ່ທໍານຽບລັດຖະບານ ໃນນະຄອນຫລວງ Canberra, ວັນທີ 14 ກັນຍາ 2010
ນາຍົກລັດຖະມຸນຕີອອ໊ສເຕຣເລຍ ທ່ານນາງ Julia Gillard ໃນພິທີສາບານໂຕເຂົ້າຮັບຕໍາແໜ່ງ ທີ່ທໍານຽບລັດຖະບານ ໃນນະຄອນຫລວງ Canberra, ວັນທີ 14 ກັນຍາ 2010

ນາຍົກລັດຖະມົນຕີແມ່ຍິງຄົນທຳອິດຂອງອອສເຕຣເລຍ ສາບານໂຕເຂົ້າຮັບຕຳແໜ່ງຕື່ມອີກ ໃນວັນອັງຄານມື້ນີ້ ບໍ່ຮອດ 3 ເດືອນ ຫຼັງຈາກທ່ານນາງໄດ້ໂຄ່ນລົ້ມນາຍົກ ລັດຖະມົນຕີຄົນກ່ອນຂອງອອສເຕຣເລຍ.

ທ່ານນາງ Julia Gillard ໄດ້ເຂົ້າຮັບຕຳແໜ່ງເທື່ອນີ້ ໃນ ຖານະຜູ້ນຳລັດຖະບານສຽງສ່ວນນ້ອຍ ຫຼັງຈາກທ່ານນາງ ໄດ້ສູນເສຍສຽງສ່ວນຫຼາຍຢູ່ໃນສະພາແຫ່ງຊາດ ໃນການ ເລືອກຕັ້ງເມື່ອວັນທີ 21 ສິງຫາຜ່ານມາ ແລະຈັດຕັ້ງລັດ ຖະບານປະສົມທີ່ບໍ່ຄ່ອຍມີຄວາມໝັ້ນຄົງຂຶ້ນ ໃນສັບປະ ດາແລ້ວ ຮ່ວມກັບສະມາຊິກສະພາແຫ່ງຊາດ ທີ່ບໍ່ສັງກັດ ພັກສອງທ່ານ.

ພັກແຮງງານທີ່ເປັນກາງອຽງຊ້າຍຂອງທ່ານນາງ ໄດ້ຄວບ ຄຸມ 76 ບ່ອນນັ່ງ ຢູ່ໃນສະພາແຫ່ງຊາດ ທີ່ມີສະມາຊິກ ທັງໝົດ 150 ທ່ານ ໝາຍຄວາມວ່າ ຖ້າຫາກມີການໂຕນພັກ ລາອອກ ຫຼືເສຍຊີວິດ ຂອງສະມາຊິກສະພາພຽງຄົນດຽວ ໃນຄະນະຂອງທ່ານນາງ ກໍສາມາດເຮັດໃຫ້ລັດຖະ ບານຂອງທ່ານນາງ ລົ້ມໄດ້.

ລັດຖະບານ ຂອງທ່ານນາງ Gillard ກໍສາບານໂຕ ເຂົ້າຮັບຕຳແໜ່ງ ໃນວັນອັງຄານມື້ນີ້. ໃນມື້ວັນເສົາແລ້ວ ທ່ານນາງໄດ້ແຕ່ງຕັ້ງໃຫ້ທ່ານ Kevin Rudd ອະດີດນາຍົກລັດຖະມົນ ຕີ ຄົນກ່ອນຂອງອອສເຕຣເລຍ ໃຫ້ເປັນລັດຖະມຸນຕີການຕ່າງປະເທດຂອງທ່ານນາງ ບໍ່ ຮອດ 3 ເດືອນຫຼັງຈາກທ່ານນາງ ໄດ້ໂຄ່ນທ່ານ Rudd ລົງຈາກອຳນາດໃນການທ້າທາຍ ຕໍ່ການນຳພາຂອງທ່ານ ຢູ່ພາຍໃນພັກ ແບບທີ່ບໍ່ມີການຄາດຄິດກັນ.

XS
SM
MD
LG