ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະແນນນິຍົມ ຂອງນາຍົກອອສເຕຣເລຍ ຕົກຮວບລົງ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard

ການຢັ່ງຫາງສຽງທີ່ສຳຄັນສະແດງໃຫ້ເຫັນວ່າ ຄະແນນສຽງສະໜັບສະໜຸນຂອງນາຍົກລັດຖະ
ມົນຕີອອສເຕຣເລຍ ທ່ານນາງ Julia Gillard ໄດ້ຕົກຕໍ່າສຸດເປັນປະວັດການ.

ຜົນການຢັ່ງຫາງສຽງຂອງ AC Nielsen ທີ່ນຳອອກເຜີຍແຜ່ໃນວັນເສົາມື້ນີ້ສະແດງໃຫ້ເຫັນ
ວ່າ ມີແຕ່ 27% ທໍ່ນັ້ນຂອງບັນດາຜູ້ມີສິດປ່ອນບັດຊາວອອສເຕຣເລຍທີ່ເວົ້າວ່າ ເຂົາເຈົ້າສະ
ໜັບສະໜຸນພັກແຮງງານຂອງທ່ານນາງຊຶ່ງເປັນອັດຕາຕໍ່າສຸດສຳລັບພັກການເມືອງທີ່ສຳຄັນໆ
ໃນປະວັດການຢັ່ງຫາງສຽງທີ່ມີມາເປັນເວລາ 39 ປີ.

ບັນດາຜູ້ມີສິດປ່ອນບັດມີຄະແນນສຽງເອນອຽງຢ່າງຖ້ວມລົ້ນໄປທາງອະດີດນາຍົກລັດຖະມົນຕີ
Kevin Rudd ຜູ້ທີ່ທ່ານນາງ Gillard ໄດ້ຂັບໄລ່ອອກຈາກຕຳແໜ່ງ ໃນການກໍ່ລັດຖະປະ
ຫານພາຍໃນພັກປີກາຍນີ້ໂດຍ 60% ເຫັນພ້ອມກັບທ່ານ Rudd ຕໍ່ 31% ເຫັນພ້ອມກັບ
ທ່ານນາງ Gillard.

ການຢັ່ງຫາງສຽງໃນຕົ້ນເດືອນນີ້ສະແດງໃຫ້ເຫັນວ່າບັນດາຜູ້ມີສິດປ່ອນບັດຊາວອອສເຕຣເລຍ
ໄດ້ມີຄະແນນສຽງຄັດຄ້ານຢ່າງແຂງຂັນ ຕໍ່ແຜນການຂອງທ່ານນາງ Gillard ທີ່ຈະເກັບພາສີ
ຄາບອນຈາກບັນດາບໍລິສັດໃຫຍ່ໆທີ່ປ່ອຍແກັສພາໃຫ້ອາກາດເປື້ອນເປິະນັ້ນ.

XS
SM
MD
LG