ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສ​ເຕຣ​ເລຍ​ໄດ້​ນາຍົກ ລມຕ ຄົນ​ໃໝ່ ​


ທ່ານນາງ Julia Gillard ນາຍົກລັດຖະມົນຕີທີ່​ແມ່ຍິງຜູ້ທຳອິດຂອງອອສ​ເຕຣ​ເລຍ​
ທ່ານນາງ Julia Gillard ນາຍົກລັດຖະມົນຕີທີ່​ແມ່ຍິງຜູ້ທຳອິດຂອງອອສ​ເຕຣ​ເລຍ​

ນາຍົກລັດຖະມົນຕີແມ່ຍິງຄົນທຳອິດຂອງອອສເຕຣເລຍ
ໄດ້ສາບານໂຕເຂົ້າຮັບ ໜ້າທີ່ໃນ​ມື້​ນີ້ ຊຶ່ງທ່ານນາງເວົ້າວ່າ
ທ່ານນາງສະມັກເຂົ້າແຂ່ງຂັນເອົາຕຳແໜ່ງນີ້ ກໍຍ້ອນວ່າ
ລັດຖະບານທີ່ດີກຳລັງ​ຈະສູນເສຍທິດທາງ.

ທ່ານນາງ JULIA GILLARD ໃຫ້ທັດສະນະດັ່ງກ່າວ
ໃນວັນພະຫັດມື້ນີ້ ຫຼັງ ຈາກພັກແຮງງານຊຶ່ງເປັນພັກ
ລັດຖະບານຂອງອອສເຕຣເລຍ ໄດ້ລົງຄະແນນສຽງ
ເລືອກເອົາທ່ານນາງ​ເປັນຫົວໜ້າຂອງ​ຕົນ ແທນນາຍົກ
ລັດຖະມົນຕີ KEVIN RUDD. ທະນາຍຄວາມໄວ 48 ປີ ຈາກລັດ WALES ຊຶ່ງເປັນ

ຮອງນາຍົກ ລັດຖະມົນຕີ ​ພາຍ​ໃຕ້ທ່ານ RUDD ນັ້ນ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ
ໃນ ເວລາບໍ່ດົນຕໍ່ມາ.

ທ່ານນາງ GILLARD ໄດ້ຮັບການສະໜັບສະໜຸນຈາກສະມາຊິກສະພາ ຂອງພັກ
ແຮງງານ ຂະນະທີ່ຄະແນນນິຍົມຂອງທ່ານ RUDD ໄດ້ຫຼຸດລົງໃນ ການຢັ່ງຫາງ
ສຽງຫຼາຍຄັ້ງເມື່ອໄວໆມານີ້ ຊຶ່ງເປັນອັນຕະລາຍຕໍ່ໂອກາດທີ່ພັກ ແຮງງານ ຈະໄດ້
ເຂົ້າກຳອຳນາດຕໍ່ໄປ ໃນການເລືອກຕັ້ງສະພາແຫ່ງຊາດ ໃນ ເດືອນຕຸລາຈະມາເຖິງນີ້.

XS
SM
MD
LG