ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກ ອອສເຕຣເລຍ ຮຽກຮ້ອງໃຫ້ ສະມາຊິກພັກ ຈົ່ງປ່ອນບັດເອົາ ຜູ້ນໍາຂອງຕົນ


ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ
ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ

ເມື່ອ​ວັນ​ພະຫັດ​ມື້​ນີ້ ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ​ໄດ້​ຮຽກ
ຮ້ອງ​ໃຫ້ພັກ​ກໍາມະກອນ ຫຼື Labor Party ຂອງ​ທ່ານນາງ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້
ຈົ່ງ​ພາກັນ​ລົງ​ຄະ​ແນນ​ສຽງ ​ໃຫ້​ແກ່​ຜູ້​ນໍາ​ຂອງ​ຕົນ ​ອັນ​ເປັນ​ການ​ສິ້ນ​ສຸດ ​ຂອງການ​ຖົກ​ຖຽງທີ່
ໜ້າຂີ້ດຽດ​ກັບ​ຜູ້​ທີ່ ທ່ານ​ນາງ​ສືບ​ຕໍາ​ແໜ່​ງ​ແທນ​ແລະ​ລັດຖະມົນຕີ​ຕ່າງປະ​ເທດທ່ານ Kevin
Rudd ນັ້ນ.

ທ່ານ​ນາງ Gillard ກ່າວ​ວ່າ ການ​ລົງ​ຄະ​ແນນ​ສຽງ​ບັ້ນ​ພິ​ເສດ​ນີ້ ຈະ​ຈັດຂຶ້ນ​ໃນ​ຕອນ​ເຊົ້າວັນ
ຈັນ​ອາທິດ​ໜ້າ​ນີ້ ​ແລະ​ນັ້ນ​ ທ່ານ​ນາງ​ຫວັງ​ວ່າ​ ພວກ​ສະມາ​ຊິກ​ພັກ​ຂອງ​ທ່ານ​ນາງ​ຈະ​ເລືອກ
ແລະ​ຮັບຮອງ​ເອົາ​ທ່ານ​ນາງ​ໃຫ້​ຄອງ ຕໍາແໜ່​ງນາຍົກລັດຖະມົນຕີຕໍ່​ໄປ.

ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ທ່ານ Rudd ​ໄດ້​ປະກາດ​ລາອອກ​ຈາກ​ຕໍາ​ແໜ່​ງ​
ໃນ​ລະຫວ່າງ ​ການ​ຢ້ຽມຢາມກຸງວໍ​ຊິງ​ຕັນ​ຢ່າງ​ເປັນ​ທາງ​ການ ທ່າມກາງ​ການ​ຄາດ​ຄະ​ເນ​ກັນ
ວ່າ​ທ່ານ​ພະຍາຍາມ​ຈະ​ໂຄ່ນ​ລົ້ມ​ທ່ານ​ນາງ Gillard. ເພື່ອ​ການ​ຕອບ​ໂຕ້​ນັ້ນ ພວກ​ສະ​ໜັບ
ສະ​ໜຸນ​ທ່ານ​ນາງ Gillard ​ໄດ້​ຮຽກຮ້ອງ​ໃຫ້ປົດ​ທ່ານ Rudd ອອກ​ຈາກ​ຕຳ​ແໜ່​ງ. ທ່ານ
Rudd ຈົ່ມ​ທຸກ​ວ່າ ທ່ານ​ນາງ Gillard ບໍ່​ສາມາດ​ບອກປະຕິ​ເສດ ຕໍ່​ຄຳ​ຮຽກຮ້ອງ​ຕ້ອງການ
ເຫຼົ່ານັ້ນ.

ເວ​ລາ​ນີ້​ທ່ານ Rudd ຍັງ​ບໍ່​ໄດ້​ປະກາດ​ໃຫ້​ມະຫາຊົນ​ຊາບ​ກ່ຽວ​ກັບ​ຄວາມ ມຸ້ງ​ຫວັງທາງ​ການ
ເມືອງ​ຂອງ​ຕົນ​ນັ້ນ​ເທື່ອ ​ໂດຍ​ພຽງ​ແຕ່​ກ່າວ​ວ່າ ທ່ານ​ຈະຕັດສິນ​ໃຈໃນ​ເລຶ່ອງອະນາຄົດ​ຂອງຕົນ
ຫຼັງຈາກ​ທ່ານ​ເດີນທາງ​ກັບ​ຄືນ​ອອສ ​ເຕຣ​ເລ​ຍ​ແລ້ວ.

ຄວາມ​ຮູ້ສຶກ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບຸກຄົນ​ທັງ​ສອງ​ນີ້ແມ່ນ​ຢ້ອນ​ຫຼັງ​ໄປປີ 2010 ​ເວລາທ່ານ​
ນາງ Gillard ​ໂຄ່ນ​ລົ້ມ​ທ່ານ Rudd ​ເວລາ​ທ່ານ​ ເປັນນາຍົກລັດຖະມົນຕີ. ນັ​ບວ່າມັນເປັນ
ເລຶ່ອງຂາຍໜ້າ​ທາງ​ການ​ເມືອງ ແກ່​ທ່ານ​ Rudd ພໍສົມຄວນ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້
ເປັນ​ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດນັ້ນ.

XS
SM
MD
LG