ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່າ​ນນາງ Julia Gillard ໄດ້ຮັບຊະນະ ໃນການ​​ເລືອກຕັ້ງ ຜູ້​ນໍາຂອງພັກລັດຖະບານ ອອສເຕຣເລຍ


ນາຍົກລັດຖະມົນຕີອອສເຕເລຍ ທ່ານນາງJulia Gillard
ນາຍົກລັດຖະມົນຕີອອສເຕເລຍ ທ່ານນາງJulia Gillard


ນາຍົກລັດຖະມົນ​ຕີອອສ​ເຕຣ​ເລຍ ທ່າ​ນນາງ Julia Gillard ​ໄດ້​ປະກາດ ໃນ​ວັນ​ຈັນ​ມື້​ນີ້​ວ່າການ​ວຸ້ນວາຍ​ທາງ​ການ​ເມືອງ​ນັ້ນ ໄດ້​ສິ້ນ​ສຸດລົງ​ແລ້ວ ຫຼັງ​ຈາກ​ທີ່​ຍາດ ໄດ້​ໄຊຊະນະໃນ​ການເລືອກ​ຕັ້ງ​ເອົາ​ຜູ້​ນໍາພັກຢ່າງງ່າຍດາຍ ຈາກ​ຄູ່​ແຂ່ງ ​ທ່ານ Kevin Rudd ຜູ້ທີ່ທ່ານ​ນາງ​ໄດ້ໂຄ່ນ​ລົ້ມຈາ​ກຕໍາ​ແໜ່​ງນາຍົກລັດຖະມົນ​ຕີໃນ​ປີ 2010.




ສື່​ມວນ​ຊົ​ນລາຍ​ງານ​ວ່າ ທ່າ​ນນາງ Gillard ​ຊຶ່ງ​ເປັນນາຍົກລັດຖະມົນ​ຕີ​ແມ່ຍິງ​ຄົນ​ທໍາ​ອິດຂອງ​ອອສ​ເຕຣ​ເລຍ ​ໄດ້​ຊະນະທ່ານ Rudd ຢ່າງ​ຂາດ​ຮອຍ ​ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ 71 ຕໍ່ 31 ​ໃນ​ການ​ລົງ​ຄະ​ແນນ​ສຽງ​ແບບ​ລັບໆໂດຍ​ພວກ​ຜູ້​ແທນສະພາ​ແຫ່ງ​ຊາດ ທີ່​ສັງກັດ​ພັກແຮງ​ງານ​ຂອງ​ລັດຖະບານ​ນັ້ນ.


ທ່ານ Rudd ​ໄດ້​ຮັບປາກ​ໃນ​ອາທິດແລ້ວ​ນີ້​ວ່າ ຖ້າ​ຫາກ​ທ່ານ​ບໍ່​ຖືກ​ເລືອກ ທ່ານ​ຈະ​ບໍ່​ທ້າ​ທາຍ​ຕໍ່​ການ​ນໍາ​ພາຂອງທ່າ​ນນາງ Gillard ອີກ​ ກ່ອນ​ການ​ເລືອກ​ຕັ້ງ​ຄັ້ງ​ຕໍ່​ໄປ.


ທ່າ​ນນາງ Gillard ​ໄດ້ຮຽກ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ ໃນ​ວັນ​ພະຫັດແລ້ວ​ນີ້ ໃນຄວາມ​ພະຍາ
ຍາມເພື່ອຍຸດຕິທ່ານ Rudd ບໍ່​ໃຫ້​ກັບ​ຄືນ​ມາ​ແຂ່ງຂັນ​ເອົາ​ຕໍາ​ແໜ່​ງ​ຜູ້​ນໍາອີກ ຫຼັງ​ຈາກ​ທີ່​ທ່ານ​ໄດ້​
ລາ​ອອກ​ຈາກ​ການ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ນຶ່ງ​ມື້ກ່ອນ​ໜ້າ​ນັ້ນ.

XS
SM
MD
LG