ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ​ອອສ​ເຕຣ​ເລຍ ​ຍິງສັງຫານ ຜູ້​ສົງ​ໄສ​ວ່າ ເປັນຜູ້​ກໍ່​ການ​ຮ້າຍ


ແຜນທີ່ປະເທດອອສເຕຣເລຍ
ແຜນທີ່ປະເທດອອສເຕຣເລຍ

ຕຳຫລວດ​ອອສ​ເຕຣ​ເລຍ ​ໄດ້​ຍິງ ​ແລະ​ສັງຫານ “ຜູ້​ສົງ​ໄສ​ວ່າ
ເປັນຜູ້​ກໍ່​ການ​ຮ້າຍ”
ຫຼັງຈາກ​ທີ່​ຜູ້ກ່ຽວ​ໄດ້​ແທງ ​ຕຳຫລວດ 2 ຄົນ
ຢູ່​ນອກ​ສະຖານີ​ຕຳຫລວດ ​ໃນ​ນະຄອນ Melbourne.

ຜູ້ກ່ຽວ ຊຶ່ງ​ເປັນ​ໜຸ່ມໄວ 18 ປີ ​ໄດ້​ໂຈມ​ຕີ​ຕຳຫລວດ​ສອງຄົນ​ນັ້ນ
ດ້ວຍ​ມີດ ໃນ​ແລງວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່ ຖືກ​ສອບ​ປາກຄຳ
ກ່ຽວ​ກັບ​ພຶດຕິ​ກຳ ທີ່​ເຈົ້າໜ້າ​ທີ່​ເຫັນ​ວ່າ​ ພາ​ໃຫ້ມີ​ຄວາມ​ກັງວົນ​ໃຈ.

ເຈົ້າໜ້າ​ທີ່ກ່າວ​ວ່າ ຕຳຫລວດ​ຄົນ​ນຶ່ງ ​ໄດ້ຍິງ​ຕອບ​ໂຕ້​ເພື່ອ​ປ້ອງ​ກັນ
​ຕົວ ​ເຮັດ​ໃຫ້ຊາຍໜຸ່ມດັ່ງກ່າວ​ເສຍ​ຊີວິດ. ​ຕຳຫລວດ 2 ຄົນ​ທີ່​ຖືກ​
ທຳຮ້າຍ​ນັ້ນ ​ແມ່ນມີ​ອາການ​ທຸ່ນ​ທ່ຽງ​ແລ້ວ​ ໃນ​ເວລາ​ນີ້.

​ເຫດການ​ດັ່ງກ່າວມີ​ຂຶ້ນ ໃນ​ຂະນະ​ທີ່ອອສ​ເຕຣ​ເລຍກຳລັງ​ຢູ່​ໃນ​ສະພາບ ລະວັງ​ໂຕ​ສູງ ຕໍ່
ການ​ໂຈມ​ຕີ​ທີ່ອາດມີ​ຂຶ້ນ​ ​ໂດຍ​ພວກ​ທີ່​ຖືກກຸ່ມຫົວ​ຮຸນ​ແຮງ​ຈັດລັດ​ອິສລາມ ດົນ​ບັນດານ​ໃຈ​ນັ້ນ.

ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ຜູ້ກ່ຽວໄດ້​ທຳ​ການ​ໂຈມ​ຕີ​ຕາມ​ລຳພັງຜູ້​ດຽວ ຫຼືມີ​ການ​ພົວພັນ​ກັບ​ກຸ່ມ​
ດັ່ງກ່າວ​ ທີ່​ໃນ​ອາທິດ​ນີ້ ​ໄດ້ຂົ່ມຂູ່​ຈະ​ຂ້າ​ພົນລະ​ເມືອງ​ຊາວ​ອອສ​ເຕຣ​ເລຍ.

ທ່ານ Andrew Colvin ຮັກສາ​ການ​ຊົ່ວຄາວ ຕາງໜ້າຜູ້​ບັນຊາ​ການ​ຕຳຫລວດ​ແຫ່ງຊາດ
ອອສ​ເຕຣ​ເລຍ ກ່າວ​ວ່າ ​ເຈົ້າໜ້າ​ທີ່​ໄດ້ຕິດຕາມເບິ່ງກິດຈະກຳ​ຕ່າງໆ​ ຂອງ​ຜູ້ຕ້ອງ​ສົງ​ໄສ
ຄົນ​ນັ້ນ ມາ​ກ່ອນ​ແລ້ວ.

ສື່​ຂ່າວທ້ອງ​ຖິ່ນ ​ໄດ້​ລາຍ​ງານ​ວ່າ ​ໄດ້​ມີ​ຄົນ​ເຫັນ​ໄວ​ລຸ້ນຄົນ​ນັ້ນ ຖືທຸງ​ຂອງກຸ່ມ​ລັດ​ອິສ​ລາມ ​ເມື່ອ​ ບໍ່​ດົນ​ມາ​ນີ້​. ເຈົ້າໜ້າ​ທີ່​ກ່າວວ່າ ​ເຂົາ​ເຈົ້າ ກຳລັງ​ກວດ​ສອບເບິ່ງ​ລາຍ​ງານ​ເຫຼົ່ານັ້ນ.

​ໃນ​ອາທິດ​ນີ້ ກຸ່ມຫົວ​ຮຸນ​ແຮງຈັດ ລັດ​ອິສລາມ ​ໄດ້​ຊຸກ​ຍູ້​ໃຫ້​ສັງຫານ​ບັນດາພົນ​ລະ​ເມືອງ
ຂອງ ​ອອສ​ເຕຣ​ເລຍ ກາ​ນາ​ດາ ຝຣັ່ງ ​ແລະປະ​ເທດ​ອື່ນໆ ທີ່​ຮ່ວມ​ຢູ່​ໃນແນວ​ໂຮມ​ໂລກ
ຕໍ່ຕ້ານພວກ​ນັກ​ຕໍ່​ສູ້​ເພື່ອ​ສາສະ ໜາອິສລາມ​ ຫຼື jihadists ນັ້ນ.

XS
SM
MD
LG