ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ທັບມ້າງ ແຜນກໍ່ການຮ້າຍ ໃນ ວັນຄຣິສມັສ


ແມ່ຍິງ 2 ຄົນ ຢືນຢູ່ໃກ້ຕຳຫຼວດ ຕັນທາງ ບໍ່ໃຫ້ຕຳຫຼວດ ເຂົ້າໄປກວດຄົ້ນເຮືອນຫລັງນຶ່ງ ຢູ່ຄຸ້ມ Meadow Heights ໃນເຂດຊານເມືອງ ຂອງນະຄອນ Melbourne ອອສເຕຣເລຍ. (23 ທັນວາ 2016)
ແມ່ຍິງ 2 ຄົນ ຢືນຢູ່ໃກ້ຕຳຫຼວດ ຕັນທາງ ບໍ່ໃຫ້ຕຳຫຼວດ ເຂົ້າໄປກວດຄົ້ນເຮືອນຫລັງນຶ່ງ ຢູ່ຄຸ້ມ Meadow Heights ໃນເຂດຊານເມືອງ ຂອງນະຄອນ Melbourne ອອສເຕຣເລຍ. (23 ທັນວາ 2016)

ຫຼາຍ​ຄົນທີ່​ຖືກ​ກ່າວ​ຫາ​ວ່າວາງ​ແຜນ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ທີ່​ນະຄອນ Melbourne ປະ​ເທດ​ອອສ​ເຕຣ​ເລຍໃນ​ວັນ​ຄຣິສມັສ ໄດ້​ຖືກຈັບ ​ແລະ​ການວາງ​ແຜນ​ດັ່ງກ່າວ ​ໄດ້​ຖືກ​ຄົ້ນພົບ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ຕຳຫຼວດ​ໃນ​ວັນ​ສຸກ​ມື້ນີ້.

ຜູ້​ບັນຊາ​ການ​ຕຳຫຼວດ​ລັດຖະບານ​ກາງ​ອອສ​ເຕຣ​ເລຍ ທ່ານ Andrew Colvin ກ່າວ​ຕໍ່​ນັກ​ຂ່າວ ຢູ່​ນະຄອນ​ຊິດ​ນີວ່າ “ນີ້​ແມ່ນ​ກາ​ນລົບ​ກວນ​ທີ່​ສຳຄັນ​ ຕໍ່​ອັນທີ່​ອາດ​ສາມາດ​ກ່າວ​ໄດ້​ວ່າ ​ເປັນ​ການ​ກໍ່​ການ​ຮ້າຍ​ທີ່​ພວມ​ຈະ​ເກີດ​ຂຶ້ນຢູ່​ນະຄອນ Melbourne. ພວກ​ເຮົາ​ເຊື່ອ​ວ່າພວກ​ ເຮົາ​ໄດ້​ກຳຈັດ​ໄພ​ຂົ່ມຂູ່​ນີ້ ​ໂດຍ​ທັງ​ໝົດ​ແລ້ວ​.”

ຕຳຫຼວດກ່າວ​ວ່າ ຕົ້ນຕໍ​ນັ້ນແມ່ນ​ປະກອບ​ດ້ວຍ 7 ຄົນ ພວກ​ເຂົາ​ທັງ​ໝົດ​ມີ​ອາຍຸ 20 ກວ່າ​ປີ​ຕ່າງກໍ​ໄດ້​ຖືກ​ຈັບ ​ແຕ່​ວ່າ 2 ຄົນ ຊາຍ​ນຶ່ງ​ ຍິງ​ນຶ່ງ ໄດ້​ຖືກ​ປ່ອຍໂຕ​ ໃນວັນ​ສຸກ​ມື້ນີ້. ຕຳຫຼວດ ກ່າວ​ຕື່ມ​ວ່າ ຫ້າ​ຄົນຍັງ​ຖືກ​ຄຸມ​ຂັງຢູ່.

ຜູ້​ບັນຊາ​ການ​ຕຳຫຼວດລັດ​ວິກຕໍ​ເຣຍ ທ່ານ Graham Ashton ກ່າວ​ວ່າ ບັນດາ​ຜູ້​ຕ້ອງ​ສົງ​ໄສ​ເຫຼົ່ານີ້ ​ໄດ້​ກາຍ​ເປັນ​ພວກ​ຫົວ​ຮຸນ​ແຮງ​ດ້ວຍ​ຕົນ​ເອງ​ແລະ​ໄດ້​ຮັບ​ແຮງ​ດົນ​ໃຈ​ຈາກ​ການ​ໂຄສະນາ​ຊວນ​ເຊື່ອ​ຂອງ​ກຸ່ມ​ລັດ​ອິສລາມ. ທ່ານ​ກ່າວ​ຕື່ມ​ວ່າ ພວກ​ເຂົາ​ໄດ້​ວາງ​ແຜນ​ໂຈມ​ຕີ ສະຖານ​ທີ່​ສຳຄັນ​ຕ່າງໆຢູ່​ໃນ​ຫົວ​ເມືອງ​ໃຫຍ່​ສຸດ​ອັນດັບ​ສອງ​ ຂອງ​ອອສ​ເຕຣ​ເລຍ ຮວມທັງ ​ສະຖານີ​ລົດ​ໄຟ​ທີ່ຖະໜົນ Flinders ຈະຕຸ ລັດ Federation ​ແລະ​ພະ​ວິຫານ St. Paul.

ທ່ານ Ashton ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “​ໃນ​ໄລຍະ​ສອງ​ອາທິດ​ຜ່ານ​ມານີ້ພວກ​ເຮົາ​ໄດ້​ທຳ​ການ​ສືບສວນ​ທາງ​ອາຍາ​ ທີ່​ພົວພັນ​ກັບ​ການ​ສ້າງຕັ້ງ​ໃນ​ອັນ​ທີ່​ພວກ​ເຮົາ ​ເຊື່ອ​ວ່າ ​ເປັນ​ການ ວາງ​ແຜນ​ຂອງ​ພວກ​ກໍ່​ການ​ຮ້າຍ. ພວກ​ເຮົາ​ເຊື່ອ​ວ່າ​ ມີ​ຄວາມ​ຕັ້ງ​ໃຈ ທີ່​ຈະ​ດຳ​ເນີນ​ການ ໃນ​ອັນ​ທີ່​ພວກ​ເຮົາ​ເອີ້ນວ່າ ເປັນການ​ໂຈມ​ຕີ​ ຫລາຍຮູບ​ແບບ ​ຊຶ່ງເປັນ​ໄປ​ໄດ້​ອາດມີຂຶ້ນໃນ​ວັນ​ຄຣິສມັສນີ້.”

​ເຈົ້າໜ້າ​ທີ່​ເຊື່ອ​ວ່າ ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນທີ່ໃຊ້​ຕຳຫຼວດປະມານ 400 ຄົນ​ໄດ້​ເຮັດ​ໃຫ້​ໄພ​ຂົ່ມຂູ່​ນີ້ໝົດ​ໄປ. ທ່ານ Ashton ກ່າ​ວວ່າ ການ​ກວດຄົ້ນ ມີ​ຂຶ້ນ​ໃນ​ແລງ​ວັນ​ພະຫັດ ​ແລະ​ເຊົ້າ ວັນສຸກ​ມື້ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG