ຕຳຫລວດອອສເຕຣເລຍ ໄດ້ຈັບກຸມຊາຍຄົນໜຶ່ງ ທີ່ເຂົາເຈົ້າ
ເວົ້າວ່າ ພະຍາຍາມສົ່ງເງິນໃຫ້ແກ່ພົນລະເມືອງອາເມຣິກັນຄົນໜຶ່ງ
ທີ່ເຂົາເຈົ້າ ເຊື່ອວ່າ ພວມທຳການສູ້ລົບໃຫ້ແກ່ພວກອິສລາມຫົວຮຸນ
ແຮງ ຢູ່ໃນຊີເຣຍ.
ຜູ້ຊາຍໄວ 23 ປີ ທີ່ບໍ່ໄດ້ລະບຸຊື່ຄົນດັ່ງກ່າວຖືກຈັບກຸມເມື່ອວັນ
ອັງຄານມື້ນີ້ ໃນລະຫວ່າງການບຸກເຂົ້າໄປກວດຄົ້ນເຮືອນ ຫຼາຍຫຼັງ
ຢູ່ນະຄອນ Melbourne ທາງພາກໃຕ້ຂອງປະເທດ.
ຮອງຜູ້ບັນຊາການຕຳຫຼວດລັດຖະບານກາງອອສເຕຣເລຍ ທ່ານ Neil Gaughan ກ່າວວ່າ ຜູ້ຕ້ອງສົງໄສດັ່ງກ່າວ ພະຍາຍາມ ທີ່ຈະໂອນເງິນ ຈຳນວນ 10,500 ດອນລາ ໄປໃຫ້ຊາຍຊາວອາເມຣິກັນທີ່ພວມ ສູ້ລົບຢູ່ໃນຊີເຣຍ.
ທ່ານ Gaughan ເວົ້າວ່າ “ຂ້າພະເຈົ້າສາມາດຢືນຢັນໄດ້ວ່າ ຊາຍໄວ 23 ປີ ຈາກ
ເມືອງ Seabrook ຄົນນີ້ ຈະຖືກຟ້ອງໃນຂໍ້ຫາ ຕັ້ງອົກຕັ້ງໃຈສະໜອງເງິນສະໜັບ
ສະໜຸນໃຫ້ແກ່ອົງການກໍ່ການຮ້າຍ ທັງໆທີ່ຮູ້ດີວ່າ ອົງການນັ້ນເປັນອົງການກໍ່ການ
ຮ້າຍ.”
ຕຳຫລວດເຊື່ອວ່າຜູ້ຕ້ອງສົງໄສ ແມ່ນປະຕິບັດງານຕາມລຳພັງ ແລະ ບໍ່ໄດ້ສະແດງໃຫ້ເຫັນວ່າ ເປັນໄພຂົ່ມຂູ່ ຕໍ່ມວນຊົນແຕ່ຢ່າງໃດ.
ເຂົາເຈົ້າຍັງກ່າວວ່າ ຜູ້ກ່ຽວບໍ່ໄດ້ມີສ່ວນກ່ຽວພັນ ກັບຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ຖືກຕຳຫລວດຍິງຕາຍ ໃນອາທິດແລ້ວນີ້ ຢູ່ທີ່ນະຄອນ Melbourne ນັ້ນ.