ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການໃຊ້ຫຸ່ນຍົນດຳນ້ຳ ຊອກຫາເຮືອບິນມາເລເຊຍ ອາດຈະຍຸຕິລົງ ໃນນຶ່ງອາທິດ (ສະໄລດ໌/ວີດີໂອ)


Malaysia Plane SOTVO
please wait
Embed

No media source currently available

0:00 0:00:51 0:00
ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ກ່າວ
​ວ່າ ຫຸ່ນ​ຍົນດຳ​ນ້ຳ​ ທີ່​ຖືກສົ່ງ​ລົງ​ໄປພາບຖ່າຍ​ ​ໃຕ້ນ້ຳໃນ​ພື້ນ​ມະ
ຫາສະມຸດ​ອິນ​ເດຍ ໃນ​ການ​ຄົ້ນ​ຫາສາຍ​ການບິນ​ມາ​ເລ​ເຊຍ
ທີ່ຫາຍ​ສາບ​ສູນນັ້ນ ຈະຍຸຕິການຄົ້ນຫາ ພາຍໃນນຶ່ງອາທິດ.

ທ່ານ Abbott ​ໄດ້​ບອກ​ກັບ ໜັງສື​ພິມ Wall Street Journal
ວ່າ ຖ້າ​ຫາກ​ວ່າ​ຫຸ່ນ​ຍົນດຳ​ນ້ຳ​ Bluefin-21 ບໍ່​ພົບ​ພໍ້​ຊິ້ນ​ສ່ວນ​ໃດໆ
ພາຍ​ໃນ​ເວລາ​ນັ້ນ​ແລ້ວ ພວກ​ເຈົ້າ​ໜ້າ​ທີ່​ກໍ​ຈະ​ຢຸດ​ເຊົາ​ການ​ຄົ້ນ​ຫາ
ແລ້ວ​ກໍຈະ​ປະຊຸມ​ກັນ​ໃໝ່ ​ແລະ​ປຶກສາ​ກັນ​ວ່າ ​ຈະ​ດຳ​ເນີນ​ການ​ຕໍ່​ໄປ​ແບບ​ໃດ.

ທາງອົງການຂອງອອສ​ເຕຣ​ເລຍ ທີ່​ເປັນ​ຜູ້​ປະສານ​ງານ​ການ​ຄົ້ນ​ຫາ​ນີ້ ກໍ​ໄດ້ກ່າວ​ໃນ​ວັນພະຫັດ
ມື້​ນີ້​ວ່າ​ ​ຫຸ່ນ​ຍົນດຳ​ນ້ຳ​ ໄດ້​ປະ​ຕິ​ບັດ​ງານ ຢ່າງ​ເຕັມອັດຕາ ຄື 16 ຊົ່ວ​ໂມງ ​ໃນ​ມື້​ນີ້ ຫຼັງ​ຈາກ​ທີ່​ໄດ້
ຕັດ​ເວລາ​ໃຫ້​ສັ້ນ​ລົງ ​ໃນ​ສອງ​ຄັ້ງກ່ອນ​ໜ້າ​ນີ້ ​ຍ້ອນ​ມີ​ບັນ​ຫາຂັດຂ້ອງ​ທາງ​ເທັກນິກ.

ມາ​ຮອດ​ມື້​ນີ້ ຫຸ່ນ​ຍົນດຳ​ນ້ຳ​ Bluefin-21 ​ໄດ້​ຊອກ​ຄົ້ນ​ຫາ ​ໃນ​ບໍລິ​ເວນ 90 ຕາລາງ​ກິ​ໂລແມັດ
ຢູ່ພື້ນ​ທະ​ເລ​. ​ແຕ່​ວ່າ ທາງ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕົນ​ບໍ່ໄດ້​ຄົ້ນ​ພົບ​ຫຍັງ​ສຳຄັນ​ເປັນ​ພິເສດຈາກ
​ຮູບ​ພາບ 3 ມິ​ຕິ ​ທີ່​ລະບົບ sonar ​ຂອງ​ຫຸ້ນ​ຍົນເກັບ​ກຳ​ ມາ​ໄດ້ນັ້ນ.

ເຈົ້າ​ໜ້າ​ທີ່​ທະຫານ​ເຮືອ​ສະຫະລັດ ​ໄດ້​ເຕືອນ​ກ່ອນ​ໜ້ານີ້​ແລ້ວວ່າ ມັນ​ອາດ​ຈະ​ໃຊ້​ເວລາ
ດົນ​ເຖິງ 2 ​ເດືອນ ​ກ່ວາຫຸ່ນ​ຍົນດຳ​ນ້ຳ ​ຈະ​ຊອກ​ຄົ້ນ​ຫາໄດ້​ທົ່ວ ບໍລິ​ເວນຄົ້ນ​ຫາ ທີ່​ກ້ວາງ ​600 ຕາລາງ​ກິ​ໂລແມັດ ນັ້ນ.

ສ່ວນ​ຢູ່​ເທິງໜ້າ​ນ້ຳ​ນັ້ນ ກໍມີເຮືອ​ບິນ 12 ລຳ ແລະ​ກຳ​ປັ່ນ​ອີກ 11 ລຳ ​ເຂົ້າຮ່ວມ​ ໃນ​ການ​ຊອກ​ຄົ້ນ​ຫາ​ຊິ້ນ​ສ່ວນ​ຂອງ​ເຮືອບິນ Boeing 777 ​ທີ່​ຫາຍ​ສາບ​ສູນ​ນີ້. ເຈົ້າ​ໜ້າ​ທີ່ອອສ​ເຕຣ​ເລຍ ​ໄດ້​ເຕືອນ​ຄື​ກັນວ່າ ຈະ​ຍົກ​ເລີກຄວາມ​ພະຍາຍາມ​ໃນ​ການ​ຊອກ​ຄົ້ນ​ຫາ​ ໃນ​ໄວໆ​ນີ້​ເຊັ່ນ​ກັນ ຖ້າ​ຫາກ​ວ່າ ບໍ່​ໄດ້​ມີ​ການ​ພົບ​ເຫັນ​ສິ້ນ​ສ່ວນ​ໃດໆ​ຂອງ​ເຮືອບິນ​ລຳນີ້ ທີ່​ໄດ້​ຫາຍ​ສາບ​ສູນ​ໄປ​ຫຼາຍ​ກວ່າ 5 ສັບປະດາ​ແລ້ວ ນັ້ນ. ​

ເບິ່ງຮູບແລະລາຍງານວີດີໂອ ລຳດັບເຫດການ ກ່ຽວກັບຖ້ຽວບິນມາເລເຊຍ ທີ່ຫາຍສາບສູນ:
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG