ພວກຂໍລີ້ໄພຫລາຍກວ່າ 600 ຄົນ ບໍ່ຍອມອອກຈາກສູນຄຸມຂັງຊາວອົບພະຍົບ ທີ່ຄວບ
ຄຸມໂດຍອອສເຕຣເລຍ ໃນວັນອັງຄານມື້ນີ້ ຍ້ອນຢ້ານວ່າພວກເຂົາເຈົ້າຈະໄດ້ຮັບການ
ປະຕິບັດຕໍ່ດ້ວຍການໃຊ້ຄວາມຮຸນແຮງຈາກພວກຄົນທ້ອງຖິ່ນ.
ພວກຖືກຄຸມຂັງພາກັນຢືນຢັນຢ່າງໜັກແໜ້ນວ່າ ເຂົາເຈົ້າຈະຢູ່ທີ່ສູນໃນເກາະ Manus
ຂອງPapua New Guinea ຊຶ່ງຕັ້ງຢູ່ໃນມະຫາສະໝຸດປາຊີຟິກແຫ່ງນັ້ນຕໍ່ໄປ, ເຖິງ
ແມ່ນວ່າເຈົ້າ ໜ້າທີ່ຈະມີແຜນທີ່ປິດນໍ້າ ແລະໄຟຢູ່ໃນສູນດັ່ງກ່າວໄວ້ ໃນຕອນບ່າຍວັນ
ອັງຄານມື້ນີ້ ກໍຕາມ. ພວກທະນາຍຄວາມຂອງຜູ້ຊາຍຈໍານວນ 600 ປາຍຄົນ ໄດ້ຮ້ອງຂໍ
ໃຫ້ສານສູງສຸດ Papua New Guinea ອອກຄໍາສັ່ງຫ້າມ ເພື່ອບໍ່ໃຫ້ສູນດັ່ງກ່າວປິດ
ລົງເປັນການຊົ່ວຄາວ.
ພວກຂໍລີ້ໄພເວົ້າວ່າ ຜູ້ຊາຍໃນທ້ອງຖິ່ນກຸ່ມນຶ່ງໂດຍບໍ່ຮູ້ວ່າແມ່ນໃຜ ໄດ້ເຂົ້າໄປໃນສູນ
ແລະຂົນເອົາເຄື່ອງເຟີນີເຈີ ແລະສິ່ງຂອງອື່ນໆ ຢູ່ໃນສະຖານທີ່ແຫ່ງນັ້ນອອກໄປ.
ພວກຖືກຄຸມຂັງພາກັນເວົ້າອີກວ່າ ກໍາລັງປ້ອງກັນຄວາມສະຫງົບ ທີ່ຈ້າງໂດຍ Canberra
ໃຫ້ຍາມສູນດັ່ງກ່າວ ໄດ້ພາກັນໜີຈາກສູນ Manus ໄປແລ້ວ. ເຈົ້າໜ້າທີ່ Papua New
Guinea ເວົ້າວ່າ ສູນຄຸມຂັງດັ່ງກ່າວ ຈະຖືກໂອນໄປຢູ່ໃນຄວາມຄຸ້ມຄອງຂອງກໍາລັງປ້ອງ
ກັນຄວາມສະຫງົບຂອງຕົນໃນວັນພຸດມື້ອື່ນແລະຖ້າຫາກຜູ້ໃດຍັງເຫລືອຢູ່ໃນສູນແຫ່ງນັ້ນ
ກໍຈະຖືວ່າເປັນຜູ້ລ່ວງລໍ້າເຂົ້າໄປໃນຄ້າຍທະຫານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ