ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ Williams ຄວ້າເອົາແຊັມເທັນນິສ ອອສເຕຣເລຍ ມາຄອງ ໂດຍຊະນະ ນາງ Sharapova


ນາງ Serena Williams (ຊ້າຍ) ຈາກສະຫະລັດ ແລະນາງ Maria Sharapova ຈາກຣັດເຊຍ ຖ່າຍຮູບຮ່ວມກັນ ພ້ອມດ້ວຍຖ້ວຍລາງວັນ ຈາກການແຂ່ງຂັນ (31 ມັງກອນ 2015)
ນາງ Serena Williams (ຊ້າຍ) ຈາກສະຫະລັດ ແລະນາງ Maria Sharapova ຈາກຣັດເຊຍ ຖ່າຍຮູບຮ່ວມກັນ ພ້ອມດ້ວຍຖ້ວຍລາງວັນ ຈາກການແຂ່ງຂັນ (31 ມັງກອນ 2015)

ນັກກິລາເທັນນິສ ອັນດັບນຶ່ງ ຂອງໂລກ ນາງ Serena Willams
ຈາກສະຫະລັດຄວ້າເອົາຕຳແໜ່ງແຊັມເທັນນິສອອສເຕຣເລຍມາ
ຄອງ ໂດຍຊະນະ ນັກກິລາເທັນນິສຣັດເຊຍ ນາງ Maria Shara-
pova ຊຶ່ງກຳຕຳແໜ່ງອັນດັບສອງຂອງໂລກ ສອງເຊັດຊ້ອນ.

ປັດຈຸບັນ ນາງ Willams ໄດ້ຄອງຕຳແໜ່ງແຊັມ ທັງໝົດ 19 ເທື່ອ
ຮວມທັງໄຊຊະນະໃນເທື່ອນີ້ ຊຶ່ງເປັນເທື່ອທີ 9 ທີ່ນາງສາມາດຄວ້າ
ເອົາຕຳແໜ່ງແຊັມເທັນນິສອອສເຕຣເລຍມາຄອງ. ນອກນັ້ນ ນາງ
ຍັງໄດ້ເອົາຊະນະນາງ Sharapova ໃນການພົບພໍ້ກັນ 16 ເທື່ອທີ່
ຜ່ານມາ.

ໄຊຊະນະ 6-3 ແລະ 7-6 ທີ່ນະຄອນ Melbourn ໃນວັນເສົາມື້ນີ້ເຮັດໃຫ້ນາງ Willams ຍັງຕ້ອງການໄຊຊະນະອີກ 3 ເທື່ອຈຶ່ງຈະທໍ່ກັນກັບນັກຕີເທັນນິສມືເອກຂອງໂລກ ທີ່ເປັນ ຊາວເຢຍຣະມັນ ນາງ Steffi Graf ທີ່ໄດ້ຊະນະ ຕຳແໜ່ງແຊັມ ທັງໝົດ 22 ຄັ້ງນັ້ນ. ນາງ Willams ໃນເວລານີ້ ແມ່ນຕິດອັນດັບສອງ ຄື ໄດ້ລ້ຳໜ້າ ນາງ Martina Navratilova ແລະນາງ Chirs Evert ຈາກໄຊຊະນະ ທີ່ນາງໄດ້ຮັບ ໃນວັນເສົາມື້ນີ້. ທັງນາງ Martina Navratilova ແລະ ນາງ Chirs Evert ກໍໄດ້ໄປເບິ່ງການແຂ່ງຂັນ ຮອບສຸດທ້າຍ ໃນວັນ ເສົາມື້ນີ້.

ໃນການແຂ່ງຂັນຮອບສຸດທ້າຍປະເພດຊາຍ ໃນວັນອາທິດມື້ອື່ນນັ້ນຈະແມ່ນນັກເທັນນິສ ອັນດັບນຶ່ງຂອງໂລກຊາວເຊີເບຍທ້າວ Novak Djokovic ຈະສູ້ກັບນັກເທັນນິສອັນດັບ 6
ຂອງໂລກຊາວ Scottland ທ້າວ Andy Murray.

XS
SM
MD
LG