ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອອສເຕຣຍເລຍ ຈັບກຸມສາຍລັບຂອງ ເກົາຫຼີເໜືອ ຍ້ອນການພະຍາຍາມ ຂາຍອາວຸດ ທຳລາຍລ້າງຜານ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ກ່າວຄຳປາໄສ ໃນຂະນະທີ່ ລັດຖະມົນຕີກະຊວງຍຸຕິທຳ ອອສເຕຣເລຍ ທ່ານ ໄມເຄິລ ຄີນານ ຢືນຟັງ ໃນລະຫວ່າງ
ກອງປະຊຸມຖະແຫຼງຂ່າວໃນນະຄອນ ຊິດນີ, ອອສເຕຣເລຍ. 30 ກໍລະກົດ , 2017.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ມາລຄອມ ເທີນບູລ ກ່າວຄຳປາໄສ ໃນຂະນະທີ່ ລັດຖະມົນຕີກະຊວງຍຸຕິທຳ ອອສເຕຣເລຍ ທ່ານ ໄມເຄິລ ຄີນານ ຢືນຟັງ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວໃນນະຄອນ ຊິດນີ, ອອສເຕຣເລຍ. 30 ກໍລະກົດ , 2017.

ເຈົ້າໜ້າທີ່ ອອສເຕຣເລຍ ກ່າວວ່າ ຜູ້ຊາຍຄົນນຶ່ງທີ່ເກີດຢູ່ໃນ ເກົາຫຼີໃຕ້ ໄດ້ຖືກຈັບ
ແລະ ຖືກກ່າວຫາວ່າ ເປັນສາຍລັບດ້ານເສດຖະກິດໃຫ້ແກ່ ເກົາຫຼີເໜືອ.

ຈານ ຮັນ ຈອຍ ທີ່ຕັດສັນຊາດເປັນຊາວ ອອສເຕຣເລຍ ໄດ້ຖືກຈັບ ໃນວັນເສົາວານນີ້
ຢູ່ນະຄອນ ຊິດນີ ບ່ອນທີ່ຜູ້ກ່ຽວໄດ້ໃຊ້ຊີວິດຢູ່ມາເປັນເວລາຫຼາຍທົດສະວັດ.

ຕຳຫຼວດລັດຖະບານກາງຂອງ ອອສເຕຣເລຍ ກ່າວວ່າ ຖ້າທ້າວ ຈອຍ ໄດ້ຮັບຜົນສຳ
ເລັດ ໃນວຽກງານທີ່ຜິດກົດໝາຍ ອັນມີລວມທັງການຄ້າອາວຸດຂ້າລ້າງຜານຂະໜາດ
ໃຫຍ່ນີ້ ກໍແມ່ນວ່າ ເຂົາຈະໄດ້ເງິນ “ຫຼາຍໆສິບລ້ານໂດລາ” ໄປໃຫ້ ເກົາຫຼີເໜືອ.

ທ່ານ ນຽວ ກອນ ຮອງຫົວໜ້າຂ່າວສານ ເອ ແອັຟ ພີ ກ່າວວ່າ ຄະດີດັ່ງກ່າວ ເປັນ “ຄ້າຍ
ກັບວ່າ ສິ່ງທີ່ເຮົາບໍ່ເຄີຍເຫັນມາຈັກເທື່ອ ຢູ່ໃນດິນແດນຂອງ ອອສເຕຣເລຍ.” ອີງຕາມ
ທ່ານ ກອນ ແລ້ວແມ່ນວ່າ ທ້າວ ຈອຍ ຖືກກ່າວຫາວ່າ ໄດ້ຕິດຕໍ່ພົວພັນມາ ກັບເຈົ້າໜ້າ
ທີ່ຂັ້ນສູງຂອງ ເກົາຫຼີເໜືອ.

ທ່ານ ກອນ ກ່າວວ່າ “ຄົນຜູ້ນີ້ ເປັນສາຍລັບທີ່ຈົງຮັກພັກດີ ຕໍ່ເກົາຫຼີເໜືອ ໂດຍເຊື່ອວ່າ
ຜູ້ກ່ຽວຮັບໃຊ້ດ້ວຍຈຸດປະສົງຮັກຊາດ ໃນຂັ້ນສູງ.”

ນາຍົກລັດຖະມົນຕີ ມາລຄອມ ເທີນບູລ ແຫ່ງ ອອສເຕຣເລຍ ໄດ້ຮັບແຈ້ງ ກ່ຽວກັບ ຄະ
ດີນີ້ ແລະໄດ້ເວົ້າວ່າ “ເປັນເລື່ອງທີ່ຮ້າຍແຮງທີ່ສຸດ.”

XS
SM
MD
LG