ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປີ 2018 ເລີ່ມຂຶ້ນ ດ້ວຍຄວາມຄຶກຄື້ນ ໃນຂະນະທີ່ທົ່ວໂລກ ຈູດບັ້ງໄຟດອກ ເພື່ອຕ້ອນຮັບປີໃໝ່


ປະຊາຊົນສະເຫຼີມສະຫຼອງ ຫຼັງຈາກການນັບຖອຍຫຼັງເຖິງທ່ຽງ
ຄືນ ໃນຈະຕຸລັດ ໄທມສ໌ (Times Square), 1 ມັງກອນ, 2018.
ປະຊາຊົນສະເຫຼີມສະຫຼອງ ຫຼັງຈາກການນັບຖອຍຫຼັງເຖິງທ່ຽງ ຄືນ ໃນຈະຕຸລັດ ໄທມສ໌ (Times Square), 1 ມັງກອນ, 2018.

ປະຊາຊົນຫຼາຍພັນຄົນ ໄດ້ສູ້ທົນຕໍ່ຄວາມໜາວຈັດ ໃນຄໍ່າຄືນທີ່ອຸນຫະພູມຕໍ່າ ໃນນະ
ຄອນ ນິວຢອກ ເພື່ອສະເຫຼີມສະຫຼອງການເລີ່ມຕົ້ນຂອງປີ 2018 ໃນຈະຕຸລັດ ໄທມສ໌
(Times Square), ເປັນການສະເຫຼີມສະຫຼອງປະຈຳປີ ທີ່ຢ້ອນກັບຄືນໄປຫາ ເມື່ອປີ
1904.

ນາງ ທາຣານາ ເບີກ, ນັກເຄື່ອນໄຫວສື່ສັງຄົມ ຜູ້ທີ່ໄດ້ເລີ່ມຕົ້ນຂະບວນການ #MeToo
ເພື່ອດຶງດູດຄວາມສົນໃຈ ຕໍ່ການລ່ວງລະເມີດທາງເພດ, ໄດ້ເປັນຜູ້ກົດປຸ່ມ ເພື່ອເລີ່ມ
ຕົ້ນການປ່ອຍໝາກບານຫຼື ລູກບອລ ທີ່ມີຊື່ສຽງ, ອັນເປັນເຄື່ອງໝາຍຂອງການສະເຫຼີມ
ສະຫຼອງໃນນະຄອນ ນິວຢອກໃນຮອບ 110 ປີ. ປີ 2017 ໄດ້ມີການປ່ຽນແປງເປັນຢ່າງ
ຍິ່ງ ໃນດ້ານທັດສະນະຄະຕິ ແລະ ສະຕິລະວັງຕົວ ກ່ຽວກັບ ການທຳຮ້າຍທາງເພດ
ແລະ ການລວນລາມທາງເພດ, ໃນຂະນະທີ່ປະຊາຊົນຫຼາຍລ້ານຄົນ ໄດ້ໃຊ້ເຄື່ອງໝາຍ
ສີ່ຫຼ່ຽມ (# ) ເພື່ອສະແດງໃຫ້ເຫັນວ່າ ການລ່ວງລະເມີດນັ້ນ ໄດ້ແຜ່ກະຈາຍໄປຫຼາຍຊໍ່າ
ໃດ ພາຍຫຼັງການກ່າວຫາຕ່າງໆ ຕໍ່ພວກຜູ້ຊາຍ ທີ່ມີຕຳແໜ່ງສູງໆຫຼາຍສິບຄົນ, ລວມ
ທັງຜູ້ທີ່ມີຊື່ສຽງ, ສະມາຊິກລັດຖະສະພາ ແລະ ບັນດານັກທຸລະກິດ.

ນາງ ເບີິກ ໄດ້ກ່າວຕໍ່ໜັງສືພິມ ນິວຢອກ ເດລີ ນິວສ໌ ວ່າ “ພວກເຮົາຕ້ອງກ້າວເຂົ້າສູ່ປີ
ໃໝ່ ດ້ວຍການເລີ່ມຕົ້ນໃໝ່, ພ້ອມຄວາມໝາຍໝັ້ນຊຸດໃໝ່ ເພື່ອໂລກທີ່ມີຄວາມສະ
ຫງົບຂຶ້ນກວ່າເກົ່າ.”

ດັ່ງທີ່ເຂົາເຈົ້າໄດ້ເຮັດທຸກໆປີ, ຝູງຄົນທີ່ຈະຕຸລັດ Times Square ໄດ້ນັບຖອຍຫຼັງ ໃນ
ຂະນະທີ່ລູກແກ້ວໄດ້ເລື່ອນລົງມາຈາກຫຼັກສູງ ຈົນຮອດລຸ່ມສຸດ ໃນຂະນະທີ່ປີ 2018
ໄດ້ເລີ່ມຂຶ້ນ, ພ້ອມໆກັບການວ່ານເຈ້ຍສີສັນຕ່າງໆເມັດນ້ອຍໆ ຫຼື ຄັອນແຟັດຕີ ແລະ
ແສງສີບັ້ງໄຟດອກ.

ຝຸງຊົນນັບເປັນຫຼາຍໆຮ້ອຍພັນຄົນ ໄດ້ຮັບການເຝົ້າຄອຍຮັກສາຄວາມປອດໄພໃຫ້
ໂດຍຕຳຫຼວດແລະໜ່ວຍປ້ອງກັນຄວາມປອດໄພອື່ນໆນັບເປັນພັນໆອັ່ງແໜ້ນຢູ່ໃນ
ຈະຕຸລັດດັ່ງກ່າວ ເຖິງແມ່ນອຸນຫະພູມຈະລົງຕໍ່າ ແຕ່ພຽງປະມານ ລົບ 12 ອົງສາ
ແຊລເຊຍສ໌ກໍຕາມ.

ນາງ ຣີໂມ ສກັອດ ໄດ້ກ່າວຕໍ່ອົງການຂ່າວ AP ວ່າ “ນິ້ວຕີນຂອງພວກເຮົາແຂງໝົດ,
ສະນັ້ນພວກເຮົາມີແຕ່ຮັບມືກັບມັນ ດ້ວຍການເຕັ້ນເທົ່ານັ້ນ.” ນາງໄດ້ເດີນທາງມານະ
ຄອນ ນິວຢອກ ກັບແຟນຂອງລາວຈາກເມືອງ ແຊນ ດີເອໂກ ລັດຄາລິຟໍເນຍ ເພື່ອສະ
ຫຼອງປີໃໝ່.

ບຸນທີ່ມີອາກາດໜາວຈັດ ໃນຈະຕຸລັດ ໄທມສ໌ (Times Square) ລວມມີການສະແດງ
ໂດຍນາງ ມາຣາຍ ແຄຣີ, ວົງດົນຕີ ຊູກາແລນ (Sugarland) ແລະ ນັກຮ້ອງທ້າວ ນິກ
ໂຈນາສ.

ໃນນະຄອນຫຼວງ ລອນດອນ ປະເທດ ອັງກິດ, ດອກໄມ້ໄຟ ແລະ ສຽງຂອງລະຄັງ ບິກ
ເບັນ (Big Ben) ເຊິ່ງເປັນລະຄັງຂະໜາດໃຫຍ່ໃນຫໍຄອຍໂມງ ເອລີຊາເບັດ ນັ້ນ ໄດ້
ດັງສະໜັ່ນຕ້ອນຮັບການເລີ່ມຕົ້ນປີ 2018 ກັບຜູ້ທີ່ໄປຮ່ວມສະເຫຼີມສະຫຼອງໃກ້ແມ່ນໍ້າ
ເທມ (Thames) ປະມານ 100,000 ຄົນ. ລະຄັງ Big Ben ໄດ້ມິດງຽບໄປຕັ້ງແຕ່
ເດືອນສິງຫາທີ່ຜ່ານມາ, ເມື່ອໂຄງການສ້ອມແປງໂມງດັ່ງກ່າວໃໝ່ ໄດ້ເລີ່ມຂຶ້ນ ເຊິ່ງບໍ່ມີ
ກຳນົດທີ່ຈະກັບມາໃຊ້ງານເປັນປົກກະຕິອີກປະມານ 4 ປີ.

ດອກໄມ້ໄຟກໍຍັງໄດ້ເປັນສ່ວນນຶ່ງຂອງການສະເຫຼີມສະຫຼອງ ໃນນະຄອນຫຼວງ ປາຣີ
ປະເທດ ຝຣັ່ງ ແລະ ນະຄອນຫຼວງ ມົສກູ ປະເທດ ຣັດເຊຍ ອີກດ້ວຍ. ໃນນະຄອນຫຼວງ
ຂອງ ຣັດເຊຍ ນັ້ນ, ດອກໄມ້ໄຟໄດ້ຖືກຍິງຂຶ້ນທ້ອງຟ້າຂ້າມວັງ ເຄຣັມລິນ, ໃນຂະນະທີ່
ນະຄອນຫຼວງ ປາຣີ ນັ້ນ ການສະແດງດອກໄມ້ໄຟແມ່ນຖືກຈັດຢູ່ອານຸສາວະລີ ອາກ ເດິ
ທຣີອົມຟ໌ (Arc de Triomphe).

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG