ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຄົນ ​​ເລີ້ມ​ຕົ້ນ​ປີ​ໃໝ່ ໂດຍ​​ການ​​ຈັດ​ງານ ສະ​ເຫຼີມ​ສະ​ຫຼອງ​ກັນ ຢ່າງ​ຄຶ​ກ​ຄື້ນ ຢູ່ທົ່ວ​ໂລ​ກ​


ບັ້ງໄຟ​ດອກໄດ້​ສົ່ງ​ແສງ​ປະ​ກາຍ​ເຮືອງ​ເຮື່ອຢູ່​ໃນ​ຕົວ​ເມືອງ​ຕ່າງໆ ຢູ່ທົ່ວ​ໂລ​ກ​ໃນ​ວັນ​ອັງ​
ຄານມື້ນີ້ ໃນ​ຂະ​ນະ​ທີ່​ຜູ້​ຄົນ​ທັງ​ຫລາຍ​ພາ​ກັນ​ສະ​ຫລອງວັນ​ເລີ້ມ​ຕົ້ນ​ຂອງ​ປີ 2019 ນີ້.

ຫລາຍ​ສິບ​ພັນ​ຄົນ​ພາ​ກັນ​ໄປຊຸມ​ນຸມ​ກັນ​ທີ່​ຈະ​ຕຸ​ລັດໄທ​ມສ໌ຫລື Times Square ໃນ​
ນະ​ຄອນ​ນີວຢອກບ່ອນ​ທີ່​ການ​ຢ່ອນ​ໝາກ​ບ້ານ​ແກ້ວລົງ​ຕາມ​ປ​ະ​ເພ​ນີ​ມີ​ຄວາມ​ໝາຍ
ຫລາຍກວ່ານັ້ນ​ອີກ ​ໃນ​ປີນີ້ ໂດຍ​ເປັນ​ການສະ​ແດງເຖິງ ​ຄວາມ​ສຳ​ຄັນຂອງ​ວຽກສື່​ສານ
ມວນ​ຊົນ ແລະ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ.

​ການ​ຢ່ອນ​ໝາກ​ບ້ານ​ແກ້ວລົງ​ຕາມ​ປ​ະ​ເພ​ນີ ຊຶ່ງຫລາຍ​ສິບ​ພັນ​ຄົນ​ພາ​ກັນ​ໄປຊຸມ​ນຸມ​ກັນ​ທີ່​ຈະ​ຕຸ​ລັດໄທ​ມສ໌ຫລື Times Square ໃນ​ນະ​ຄອນ​ນີວຢອກ
​ການ​ຢ່ອນ​ໝາກ​ບ້ານ​ແກ້ວລົງ​ຕາມ​ປ​ະ​ເພ​ນີ ຊຶ່ງຫລາຍ​ສິບ​ພັນ​ຄົນ​ພາ​ກັນ​ໄປຊຸມ​ນຸມ​ກັນ​ທີ່​ຈະ​ຕຸ​ລັດໄທ​ມສ໌ຫລື Times Square ໃນ​ນະ​ຄອນ​ນີວຢອກ

ສິ່ງໃໝ່​ອີກ​ອັນນຶ່ງທີ່ບໍ່​ເຄີຍ​ມີມາ​ກ່ອນ​ກໍ​ຄື ຕຳ​ຫລວດ​ໃນ​ນະ​ຄອນ​ນີວຢອກ ໃຊ້​ເຮືອ​ບິນ
ບໍ່​ມີ​ຄົນ​ຂັບ ເພື່ອກວດຕິດ​ຕາມ​ເບິ່ງ​ຝູງ​ຊົນຕ່າງໆ. ເຮືອ​ບິນບໍ່​ມີ​ຄົນ​ຂັບ ໄດ້ບັນ​ຈຸກ້ອງ​
ຖ່າຍ​ວີ​ດິ​ໂອ​ທີ່​ຢູ່ນິ້ງໆ 1,200 ອັນ ຖືກ​ໃຊ້​ໂດຍ​ຕຳ​ຫລວດ.

ຢູ່​ນະ​ຄອນ​ປາ​ຣີນັ້ນ ພວກ​ໄປ​ສະ​ຫລອງ​ງານ​ໄດ້​ພາ​ກັນ​ເຕົ້າ​ໂຮມ​ກັນຢູ່​ຕາມ​ຖະ​ໜົນ​ຫລວງ
Champs-Elysees ເພື່ອ​ເບິ່ງ​ບັ້ງ​ໄຟດອກພ້​ອມ​ທັງແສງ​ໄຟ​ເຮືອງ​ເຮື່ອ​ຢູ່​ເທິງ​ອາ​ນຸ​ສາ​ວະ
​ລີ Arc de Triomphe ເຖິງ​ແມ່ນ​ວ່າ ຈະ​ມີ​ການ​ປະ​ທ້ວງ​ຕ້ານລັດ​ຖະ​ບານ ​ຍັງດຳ​ເນີນ​ໄປ
ຢູ່​ກໍ​ຕາມ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງ​ໂທ​ລະ​ພາບນັ້ນ, ທ່ານ ເອັມມາ​ນູ​ແອ​ລ ມາກ​ຣົງ
(Emmanuel Macron)ຫ ປະ​ທາ​ນາ​ທິ​ບໍ​ດີຝ​ຣັ່ງ ໄດ້​ຮັບ​ຮູ້​ໃນ​ວັນ​ຈັນ​ວານນີ້ວ່າລັດ​ຖະ
​ບານຝ​ຣັ່ງ "ສາ​ມາດ​ເຮັດ​ໄດ້​ດີກວ່າຜ່ານ​ມາ" ເພື່ອ​ຊ່ວຍ​ປະ​ຊາ​ຊົນ​ໃນດ້ານ​ເສດ​ຖະ​ກິດ.

ຢູ່​ທາງ​ນະ​ຄອນ​ເບີ​ລິນນັ້ນ, ປະ​ຊາ​ຊົນຢູ່​ທີ່​ນັ້ນ ພ້ອມ​ກັບ​ພວກ​ນັກ​ທ່ອງ​ທ່ຽວພາ​ກັນ​ມ່ວນ​ຊື່ນ​
ກັບ​ການ​ເບິ່ງ​ງານ​ສະ​ແດງ​ຄອນ​ເສີດ​ກາງ​ແຈ້ງ​ທີ່​ໃຫຍ່ໂຕ​ມະ​ໂຫ​ລານ ຢູ່ທີ່​ປະ​ຕູແບ​ຣນ​ເດັນ​
ເບີກ (Brandenburg Gate) ໂດຍ​ມີ​ການ​ຍິງບັ້ງ​ໄຟ​ດອກ​ໃນ​ຕອນ​ທ່ຽງ​ຄືນ.

ບັ້ງ​ໄຟ​ດອກ​ໄດ້​ຮຸ່ງ​ສະ​ຫວ່າງ​ປະ​ຈັກ​ຕາ ຢູ່​ໃນນະ​ຄອນລອນດອນ ໃນໂອ​ກາດ​ຕ້ອນ​ຮັບ​ປີ​ໃໝ່ 2019
ບັ້ງ​ໄຟ​ດອກ​ໄດ້​ຮຸ່ງ​ສະ​ຫວ່າງ​ປະ​ຈັກ​ຕາ ຢູ່​ໃນນະ​ຄອນລອນດອນ ໃນໂອ​ກາດ​ຕ້ອນ​ຮັບ​ປີ​ໃໝ່ 2019

ສ່ວນ​ຊາວນະ​ຄອນລອນດອນນັ້ນ ພາ​ກັນ​ຟັງ​ສຽງດັງຂອງ​ເຂັມ​ໂມງ​ໃຫຍ່ຕີ ເມື່ອ​ມັນ​ຮອດ​ທ່ຽງ​ຄືນດັ່ງ​ທີ່​ເຄີຍ​ໄດ້​ຍິນ​ມາ ເຖິງ​ແມ່ນ​ວ່າ​ໂມງ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໜ່ວຍ ນັ້ນ ກຳ​ລັງຢູ່​ໃນ​ຊ່ວງ​ສ້ອມ​ແປງ​ຄື​ນໃໝ່ ແລະ​ຖືກ​ປົດ​ໄວ້ແລ້ວ​ກໍ​ຕາມ. ກົນ​ໄກ​ທາງ​ດ້ານ​ໄຟ​ຟ້າ ທີ່ຖືກ​ສ້າງ​ຂຶ້ນແບບ​ພິ​ເສດນັ້ນ ແມ່ນ​ໃຊ້​ເພື່ອ​ເຮັດ​ໃຫ້​ຄ້ອນ​ຕີຢູ່​ໃນ​ໂມງ​ມີ​ພະ​ລັງ​ງານ. ພວກ​ໄປ​ສະ​ຫລອງ​ງານ​ຢູ່​ໃນ​ນະ​ຄອນ​ລອນດອນ ຍັງ​ເບິ່ງບັ້ງ​ໄຟ​ດອກ ທີ່​ສົ່ງ​ແສ​ງ​ສະ​ຫວ່າງ​ຢູ່​ເທິງ​ໜ້າ​ແມ່​ນ້ຳເທມ​ສ໌ (Thames) ອີກ​ດ້ວຍ.

​ຣັດ​ເຊຍເລີ້ມ​ຕົ້ນ​ປີ​ໃໝ່ ໄປ​ຕາມ​ຂົງເຂດ​ໂມງທີ່​ຕ່າງ​ກັນໂດຍ​ໄດ້​ເລີ້​ມ​ຂຶ້ນ ຢູ່​ໃນ​ເມືອງກາມ​ຈັທກາ (Kamchatka) ຢູ່​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ປະ​ເທດ.

ມີ​ການ​ຍິງບັ້ງ​ໄຟ​ດອກ​ຂຶ້ນ​ເທິງ​ຟ້າ​ຢູ່​ເຂດ​ຈະ​ຕຸ​ລັດ​ແດງ​ຂອງ​ມົ​ສ​ກູ ແລະ​ການ​ສະ​ແດງ​ຄອນ​ເສີດ ພ້ອມ​ທັງ​ການ​ໄຕ້ໄຟ​ສະ​ຫວ່າງ​ສະ​ໄຫວ​ ໄປ​ທົ່ວ​ສວນ​ສາ​ທາ​ລະ​ນະຕ່າງໆ ຂອງ​ຕົວ​ເມືອງນັ້ນ. ຍັງ​ມີ​ການ​ເປີດ​ລານ​ຫລິ້ນ​ສະ​ເກັດ​ນ້ຳ​ແຂງ ຫລາຍກວ່າ 1,000 ແຫ່ງ ​ຢູ່​ໃນ​ນະ​ຄອນ​ຫລວງ​ຂອງ​ປະ​ເທດ​ດັ່ງ​ກ່າວ ເພື່ອ​ໃຫ້​ຄົນ​ໄປ​ສະ​ຫລອງ​ກັນ​ຢູ່​ທີ່ນັ້ນ.

ໄຟ​ແສງ​ສີ​ຕ່າງໆ ​ທີ່ສົ່ງ​ແສງ​ສະ​ຫວ່າງ​ຢູ່​ເທິງ​ຫໍ​ ເບີ​ຈ ຄາ​ລີ​ຟາ (Burj Khalifa) ທີ່​ສູງ​ທີ່​ສຸດ​ຂອງ​ໂລກ ຢູ່​ນະ​ຄອນ​ດູ​ບາຍ ໃນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ 2018 ແລະ​ຕ້ອນ​ຮັບ​ປີ​ໃໝ່
ໄຟ​ແສງ​ສີ​ຕ່າງໆ ​ທີ່ສົ່ງ​ແສງ​ສະ​ຫວ່າງ​ຢູ່​ເທິງ​ຫໍ​ ເບີ​ຈ ຄາ​ລີ​ຟາ (Burj Khalifa) ທີ່​ສູງ​ທີ່​ສຸດ​ຂອງ​ໂລກ ຢູ່​ນະ​ຄອນ​ດູ​ບາຍ ໃນ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ 2018 ແລະ​ຕ້ອນ​ຮັບ​ປີ​ໃໝ່

ພວກ​ໄປສະ​ຫລອງ​ງານ​ຢູ່​ໃນ​ນະ​ຄອນ​ດູ​ບາຍ ພາ​ກັນ​ເບິ່ງບັ້ງ​ໄຟ​ດອກ ແລະ​ໄຟ​ແສງ​ສີ​ຕ່າງໆ ​ທີ່ສົ່ງ​ແສງ​ສະ​ຫວ່າງ​ຢູ່​ເທິງ​ຫໍ​ ເບີ​ຈ ຄາ​ລີ​ຟາ (Burj Khalifa) ທີ່​ສູງ​ທີ່​ສຸດ​ຂອງ​ໂລກ. ສ່ວນ​ຢູ່​ບ່ອນ​ອື່ນ​ ໃນ​ສະ​ຫະ​ລັດອາ​ຣັບເອເມີ​ເຣັສ ກໍ​ມີ​ການ​ຍິງບັ້ງ​ໄຟ​ດອກ​ ຢ່າງ​ສະ​ຫວ່າງ​ໄຫວ ​ຢູ່​ເມືອງຣາ​ຊ ອາ​ລ-ຄາຍ​ມາ (Ras al-Khaimah) ສູງ​ເກືອບເຖິງ 12 ກິ​ໂລ​ແມັດ ໃນ​ການ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ສະ​ຖິ​ຕິໃໝ່ ທີ່​ເປັນ​ປະ​ຫວັດ​ການ ໃນປຶ້ມບັນ​ທຶກ​ສິ່ງ​ເດັ່ນໆ​ຂອງ​ໂລກ ທີ່​ເອີ້ນ​ວ່າ Guinness World Record.

ສ່ວນ​ຢູ່​ໃນ​ອອ​ສ​ເຕ​ຣ​ເລຍ ນິວ​ຊີ​ແລນ ແລະ​ບັນ​ດາ​ປະ​ເທດ​ຕັ້ງຢູ່​ແຄມມະ​ຫາ​ສະ​ໝຸດປາ​ຊີ​ຟິກ​ທີ່​ຢູ່​ໃກ້​ຄຽງ​ກັນນັ້ນ ເປັນ​ປະ​ເທດ​ທີ່​ສະ​ຫລອງ​ປີ​ໃໝ່ 2019 ກ່ອນ ​ໝູ່​ໝົດ ໂດຍ​ມີ​ການ​ຍິງ​ບັ້ງ​ໄຟ​ດອກ ແລະ​ການ​ສະ​ຫລອງ​ແບບ​ອື່ນໆ​ອີກ.

ຄົນ​ພາກ​ັນ​ສະ​ຫລອງ​ປີ​ໃໝ່ ​ຢູ່​ນະ​ຄອນ​ຫລວງ​ໂຊ​ລ​ຂອງ​ເກົາ​ຫລີ​ໃຕ້
ຄົນ​ພາກ​ັນ​ສະ​ຫລອງ​ປີ​ໃໝ່ ​ຢູ່​ນະ​ຄອນ​ຫລວງ​ໂຊ​ລ​ຂອງ​ເກົາ​ຫລີ​ໃຕ້

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG