ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນ້ອຍຢູ່ອອສເຕຣເລຍ ກັບຄືນໄປເຂົ້າ ໂຮງຮຽນອີກ ພາຍຫລັງທີ່ມີການປິດໄວ້ ຍ້ອນ ພະຍາດ COVID-19  


ເດັກນ້ອຍກັບໄປເຂົ້າໂຮງຮຽນລັດຕ່າງໆ ຄືນອີກເປັນມື້ທໍາອິດຢູ່ລັດ New South Wales ທີ່ເປີດໃຫ້ນັກຮຽນທຸກຄົນໄປເຂົ້າໂຮງຮຽນຄືນ ເມື່ອມີການຜ່ອນຜັນມາດຕະການຈໍາກັດ ເພື່ອສະກັດກັ້ນ ພະຍາດ COVID-19 ລົງ ໃນວັນທີ 25 ພຶດສະພາ, 2020
ເດັກນ້ອຍກັບໄປເຂົ້າໂຮງຮຽນລັດຕ່າງໆ ຄືນອີກເປັນມື້ທໍາອິດຢູ່ລັດ New South Wales ທີ່ເປີດໃຫ້ນັກຮຽນທຸກຄົນໄປເຂົ້າໂຮງຮຽນຄືນ ເມື່ອມີການຜ່ອນຜັນມາດຕະການຈໍາກັດ ເພື່ອສະກັດກັ້ນ ພະຍາດ COVID-19 ລົງ ໃນວັນທີ 25 ພຶດສະພາ, 2020

ໂຮງຮຽນແຫ່ງຕ່າງໆ ຢູ່ໃນລັດທີ່ມີພົນລະເມືອງຫລາຍທີ່ສຸດ ຂອງອອສເຕຣເລຍ ໄດ້ເປີດໃຫ້ຄົນໄປກັບໄປໄດ້ແລ້ວ ພາຍຫລັງທີ່ມີການປິດໄວ້ມາໄດ້ຫຼາຍອາທິດ ຍ້ອນພະຍາດ COVID-19. ພວກນັກຮຽນ ຢູ່ໃນລັດນິວຊາວເວລສ໌ (New South Wales) ພ້ອມໆກັນກັບຄືນໄປໂຮງຮຽນ ພ້ອມດ້ວຍຢູ່ໃນລັດຄວີສແລນ (Queensland) ໄດ້ພາກັນມຸ້ງໜ້າໄປເຂົ້າຫ້ອງຮຽນ ຢູ່ໃນການຜ່ອນຜັນຂໍ້ຈໍາກັດໃນການສະກັດກັ້ນໄວຣັສໂຄໂຣນາຫລາຍທີ່ສຸດນີ້, ອີງຕາມລາຍ ງານຂອງ , Phil Mercer ຈາກນະຄອນຊີດນີ.

ມີນັກຮຽນຫລາຍກວ່າ 1 ລ້ານຄົນໄດ້ກັບຄືນໄປເຂົ້າໂຮງຮຽນ ໃນວັນຈັນມື້ນີ້ ໃນຂະນະທີ່ໂຮງຮຽນລັດ ແລະໂຮງຮຽນເອກະຊົນໃນລັດໃນລັດນິວຊາວເວລສ໌ (New South Wales) ກັບມາຮຽນເຕັມເວລາຄືນອີກ ພາຍຫລັງທີ່ມີ ການປິດໄວ້ເປັນເວລາ 2 ເດືອນ. ພວກເຈົ້າໜ້າທີ່ຢູ່ໃນລັດຄວີນສແລນ (Queensland) ທີ່ເປັນລັດໃກ້ຄຽງກັນນັ້ນກໍໄດ້ເປີດຄືນໃຫ້ຄົນໄປເຂົ້າຮຽນ ອີກ. ເດັກນ້ອຍຫລາຍຄົນ ຢູ່ໃນແທັສມາເນຍ ກໍໄດ້ກັບຄືນໄປໂຮງຮຽນຄືກັນ. ລັດວິກຕໍເຣຍ ຈະເລີ້ມໃຫ້ມີການກັບໄປເຂົ້າໂຮງຮຽນແບບເປັນໄລຍະ ໃນວັນອັງຄານມື້ອື່ນນີ້.

ມາດຕະການຢູ່ຫ່າງກັນທາງສັງຄົມມີຍັງຮັກສາໄວ້ຢູ່ ແລະພໍ່ແມ່ຜູ້ປົກຄອງ ແລະ ພວກດູແລເດັກບໍ່ອະນຸຍາດໃຫ້ເຂົ້າໄປໃນເຂດໂຮງຮຽນ.

ລັດຖະມົນຕີກະຊວງສຶກສາປະຈໍາລັດນິວຊາວເວລສ໌(New South Wales), ທ່ານນາງ ຊາຣາ ມິດແຊລ ເວົ້າວ່າ ການເປີດໃຫ້ຄົນກັບໄປເຂົ້າໂຮງ ຮຽນອີກ ໄດ້ເລີ້ມຕົ້ນຂຶ້ນຢ່າງສະດວກດີ.

ທ່ານນາງ ມິດແຊລ (Mitchell) ກ່າວດັ່ງນີ້:
“ມັນເປັນວັນແຫ່ງຄວາມຕື່ນເຕັ້ນສໍາລັບພໍ່ແມ່ ແລະນາຍຄູຫລາຍຄົນ ແລະນັກຮຽນຢູ່ໃນລັດນິວຊາວເວລສ໌ (New South Wales) ນີ້ ໃນຂະນະທີ່ ພວກເຮົາໄດ້ເຫັນລູກເຕົ້າໄດ້ກັບຄືນໄປເຂົ້າຮຽນອີກ. ອີກເທື່ອນຶ່ງ, ພວກເຮົາຮູ້ສຶກ ເຖິງບຸນຄຸນຕໍ່ປະຊາຄົມຂອງໂຮງຮຽນຂອງພວກເຮົາ ທີ່ໄດ້ເຮັດວຽກກະກຽມ ເພື່ອໃຫ້ນັກຮຽນກັບມາເຂົ້າໂຮງຮຽນໄດ້, ໂດຍໄດ້ທໍາຄວາມສະອາດເພີ້ມອີກ ແລະກຽມສິ່ງໃຊ້ໃນການອະນາໄມ ແລະເຮັດທຸກສິ່ງທຸກຢ່າງໃນເຊົ້າມື້ນີ້ ເພື່ອໃຫ້ມັນດໍາເນີນໄປດ້ວຍດີ. ຂ້າພະເຈົ້າຄິດວ່າ ມີຄວາມຕື່ນເຕັ້ນຫລາຍຢ່າງ ຢູ່ໃນຫ້ອງຮຽນ. ມັນຕື່ນເຕັ້ນຫລາຍທີ່ເຫັນເຂົາເຈົ້າກັບຄືນມາເຂົ້າໂຮງຮຽນ ແລະພວກເຮົາຄອງຄອຍວັນທີ່ຈະກັບໄປສູ່ສະພາບປົກກະຕິ ເພື່ອເວົ້າເຖິງການສຶກສາ.”

ໂຮງຮຽນແມ່ນພາກສ່ວນທີ່ມີການຖົກຖຽງກັນຫລາຍທີ່ສຸດ ຢູ່ໃນການຮັບມືຂອງອອສເຕຣເລຍ ຕໍ່ການລະບາດຢ່າງໜັກຂອງພະຍາດນີ້. ລັດຖະບານກາງ ມີແຕ່ກ່າວຢໍ້າແລ້ວຢໍ້າອີກວ່າ ໃຫ້ພວກເຂົາເຈົ້າຢູ່ເຮືອນຈະປອດໄພກວ່າ.

ການເປີດໂຮງຮຽນຄືນ ເປັນບາດກ້າວທີ່ສໍາຄັນ ຢູ່ໃນການຫລຸດຜ່ອນການຄວບຄຸມດ້ານພະຍາດ COVID-19. ການຜ່ອນຜັນເພີ້ມອີກ ຈະມີຜົນບັງຄັບໃຊ້ ຢູ່ໃ ຕົ້ນເດືອນມິຖຸນາ ໂດຍທີ່ຮ້ານກາເຟ, ຮ້ານກິນດື່ມ ຫລື ບາ ແລະຮ້ານອາຫານຫລາຍແຫ່ງໄດ້ຮັບອະນຸຍາດໃຫ້ເປີດຄືນອີກ ຢ່າງມີການຈໍາກັດຈໍານວນຄົນທີ່ເຂົ້າໄປໃນຮ້ານໄດ້. ແຕ່ຢ່າງໃດກໍດີ, ຊາຍແດນຂອງຫລາຍລັດຍັງປິດໄວ້ຢູ່ ແລະອອສເຕຣເລຍ ສືບຕໍ່ຫ້າມຄົນຕ່າງປະເທດທຸກຄົນ ບໍ່ໃຫ້ເຂົ້າໄປໃນ ປະເທດໄດ້.

ອອສເຕຣເລຍ ມີຄົນຕິດເຊື້ອໄວຣັສໂຄໂຣນາ ທີ່ໄດ້ຮັບການຢືນຢັນຫລາຍກວ່າ 7,100 ກໍລະນີ. 102 ຄົນເສຍຊີວິດໄປຍ້ອນໄວຣັສນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG