ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລົດຄັນນຶ່ງ ແລ່ນຕຳ ກຸ່ມຄົນຍ່າງ ໃນເມືອງໃຫຍ່ ອັນດັບສອງ ຂອງອອສເຕຣເລຍ


ພາບນີ້ ໄດ້ມາຈາກວີດີໂອ ຂອງບໍລິສັດ ກະຈາຍສຽງ ອອສ
ເຕຣເລຍ, ທີ່ສະແດງໃຫ້ເຫັນ ລົດ SUV ສີຂາວ ຈອດຢຸດຢູ່ ຫຼັງຈາກປາກົດວ່າ ໄດ້ແລ່ນຕຳພວກຄົນຍ່າງ, ວັນທີ 21 ທັນວາ 20217, ໃນນະຄອນແມລເບີນ ຂອງອອສເຕຣເລຍ.
ພາບນີ້ ໄດ້ມາຈາກວີດີໂອ ຂອງບໍລິສັດ ກະຈາຍສຽງ ອອສ ເຕຣເລຍ, ທີ່ສະແດງໃຫ້ເຫັນ ລົດ SUV ສີຂາວ ຈອດຢຸດຢູ່ ຫຼັງຈາກປາກົດວ່າ ໄດ້ແລ່ນຕຳພວກຄົນຍ່າງ, ວັນທີ 21 ທັນວາ 20217, ໃນນະຄອນແມລເບີນ ຂອງອອສເຕຣເລຍ.

ມີຫຼາຍເຖິງ 19 ຄົນ ໄດ້ຮັບບາດເຈັບ ຫຼັງຈາກທີ່ລົດຄັນນຶ່ງ ໄດ້ແລ່ນໄປຕຳ ກຸ່ມຄົນ ທີ່
ຍ່າງຢູ່ໃນ ນະຄອນແມລເບີນຣ໌ ຂອງອອສເຕຣເລຍ ໃນວັນພະຫັດມື້ນີ້.

ຄົນຂັບລົດ ປະເພດ SUV ທີ່ຫຍໍ້ມາຈາກ ສະປອດ ຢູທີເລີຕີ ວີຫິກໂກລ ດັ່ງກ່າວ ແລະ
ຊາຍອີກຄົນນຶ່ງ ໄດ້ຖືກຈັບກຸມ ຢູ່ທີ່ຈຸດເກີດເຫດ ຫຼັງຈາກລົດຄັນນີ້ ໄດ້ແລ່ນໄປຕຳຫລັກ
ເສົາໄຟສັນຍານ ຢູ່ນອກບ່ອນຈອດຂອງລົດສາທາລະນະທີ່ໃຊ້ສາຍເຄເບິລ. ຕຳຫຼວດ
ກ່າວວ່າ ເຫດການນີ້ ເປັນ “ການກະທຳໂດຍເຈດຕະນາ” ແຕ່ບໍ່ໄດ້ຕັດສິນຢ່າງເປັນ
ທາງການວ່າ ມັນເປັນການກໍ່ການຮ້າຍ.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນ ຢູ່ຖະໜົນສາຍຫຼັກ ໃນໃຈກາງນະຄອນ ແມລເບີນຣ໌
ໃນຂະນະທີ່ພວກຄົນຍ່າງ ກຳລັງພາກັນຊອກຊື້ເຄື່ອງຂອງສຳລັບວັນຄຣິສມັສ ໃນນາທີ
ສຸດທ້າຍຢູ່ນັ້ນ. ຜູ້ເຫັນເຫດການຄົນນຶ່ງ ໄດ້ບອກສະຖານີວິດທະຍຸຂອງແມລເບີນຣ໌ ວ່າ
ນາງໄດ້ເຫັນ “ຜູ້ຄົນທັງຫຼາຍ ຟົ້ງຂຶ້ນເທິງຟ້າ ໄປທົ່ວທຸກຫົນແຫ່ງ” ໃນຂະນະທີ່ ລົດ SUV
ດັ່ງກ່າວ ແລ່ນຕຳຝຸງຊົນ.

ຕຳຫຼວດ ແລະໜ່ວຍງານບໍລິການດ້ານການສຸກເສີນ ໃຫ້ການດູແລພວກຜູ້ເຄາະຮ້າຍ ຢູ່ທີ່ຈຸດເກີດເຫດ ທີ່ກ່ຽວຂ້ອງກັບລົດແລ່ນຕຳ ຄົນຍ່າງ ໃນຖະໜົນ ຟລິນເດີສ໌, ໃນຂະນະທີ່ເຫັນໄດ້ຈາກຖະໜົນ ສະວານຊັນ, ໃນນະຄອນແມລເບີນຣ໌ ຂອງອອສເຕຣເລຍ, ວັນທີ 21 ທັນວາ 2017.
ຕຳຫຼວດ ແລະໜ່ວຍງານບໍລິການດ້ານການສຸກເສີນ ໃຫ້ການດູແລພວກຜູ້ເຄາະຮ້າຍ ຢູ່ທີ່ຈຸດເກີດເຫດ ທີ່ກ່ຽວຂ້ອງກັບລົດແລ່ນຕຳ ຄົນຍ່າງ ໃນຖະໜົນ ຟລິນເດີສ໌, ໃນຂະນະທີ່ເຫັນໄດ້ຈາກຖະໜົນ ສະວານຊັນ, ໃນນະຄອນແມລເບີນຣ໌ ຂອງອອສເຕຣເລຍ, ວັນທີ 21 ທັນວາ 2017.

ຢ່າງໜ້ອຍ 10 ຄົນ ໄດ້ເຂົ້າໂຮງໝໍ ຮວມທັງ ເດັກນ້ອຍຄົນນຶ່ງ ຜູ້ທີ່ໄດ້ຮັບບາດເຈັບ
ສາຫັດທີ່ຫົວ. ສ່ວນຜູ້ເຄາະຮ້າຍ ອີກສອງຄົນ ໄດ້ຮັບການປະຖົມພະຍາບານ ຢູ່ທີ່
ຈຸດເກີດເຫດ.

ເຫດການຂອງວັນພະຫັດມື້ນີ້ ແມ່ນເປັນຄັ້ງທີສອງ ແບບດຽວກັນ ທີ່ໄດ້ເກີດຂຶ້ນໃນປີນີ້
ຢູ່ໃນເມືອງໃຫຍ່ອັນດັບສອງຂອງອອສເຕຣເລຍ. ຫົກຄົນໄດ້ເສຍຊີວິດ ໃນເວລາ ລົດ
ຄັນນຶ່ງໄດ້ແລ່ນຕຳກຸ່ມຄົນຍ່າງ ເມື່ອເດືອນມັງກອນປີນີ້.

Australia Pedestrians Hit
please wait

No media source currently available

0:00 0:00:42 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG