ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກອງທັບເຮືອ ອອສເຕຣເລຍ ສະຫຼອງ ຄົບຮອບ 100 ປີ (ສະໄລດ໌/ວີດີໂອ)


Maharba da Kayan Yakinsu, 14 ga Nuwamba 2014.
Maharba da Kayan Yakinsu, 14 ga Nuwamba 2014.
ກໍາ​ປັ່ນ​ລົບ​ຈາກ 17 ປ​ະ​ເທດ ຮວມ​ທັງ ສະຫະລັດ ​ແລະ ຈີນ ​ໄດ້
ໄປ​ເຖິງ​ທ່າ​ກຳ​ປັ່ນ​ນະຄອນ Sydney ເພື່ອ​ສະ​ເຫຼີມສະຫຼອງຄົບ
ຮອບ 100 ປີ ໃນ​ການສ້າງ​ຕັ້ງ ກອງທັບ​ເຮືອອອສ​ເຕ​ຣເລຍ.

ຫລາຍ​ພັນ​ຄົນ​ພາກັນຢືນ​ລຽນ​ແຖ​ວຢູ່​ຕາມ​ແຄມ​ຝັ່ງ ​ໃນ​ວັນ​ສຸກ
​ມື້​ນີ້ເພື່ອເບິ່ງ​ກໍາ​ປັ່ນ ​ລົບຂອງ​ປະ​ເທດ​ຕ່າງໆ ​ແລ່ນ​ເຂົ້າຈອດຢູ່ທີ່​
ທ່າ​ກຳ​ປັ່ນ ​ໃນ​ຫົວ​ເມືອງ​ທີ່​ໃຫຍ່​ທີ່​ສຸດ ຂອງປະ​ເທດ​ອອສ​ເຕຣ​ເລຍ.​

​ກໍາ​ປັ່ນ​ລົບອອສ​ເຕຣ​ເລຍ ​ເຈັດ​ລໍາ ​ກໍ​ໄດ້​ແລ່ນ​ເປັນ​ແຖວ​ດຽວເຂົ້າ​
ສູ່​ທ່າ​ກຳ​ປັ່ນ​ດັ່ງ ກ່າວ ​ເພື່ອ​ເປັນ​ຂີດ​ໝາຍ ສະ​ເຫຼີມສະຫຼອງວັນ​ທີ
4 ​ເດືອນ​ຕຸລາ ປີ 1913 ຊຶ່ງ​ໃນ​ເວລາ​ນັ້ນ ​ກໍາ​ປັ່ນ​ລົບ​ເຈັດ​ລໍາ ​ໄດ້​
ແລ່ນ​ເຂົ້າ​ສູ່​ທ່າກຳ​ປັ່ນ​ດັ່ງກ່າວ​ເປັນ​ເທື່ອ​ທໍາ​ອິດ ທີ່​ເຮັດ​ໃຫ້ອອສ​ເຕຣ​ເລຍ ​ກາຍເປັນມະຫາອໍານາດ ທີ່​ເປັນ​ອິດສະຫຼະ ທາງ​ທະ​ເລ.

ກ່ອນ​ໜ້າ​ນັ້ນ ອອສ​ເຕຣ​ເລຍ ​ໄດ້​ຖືກ​ປົກ​ປ້ອງ​ ​ໂດຍກໍາ​ປັ່ນ​ລົບ​ຂອງອັງກິດ.

ເບິ່ງສະໄລດ໌:


ເບິ່ງວີດີໂອ:
australia
please wait
Embed

No media source currently available

0:00 0:00:52 0:00


XS
SM
MD
LG