ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຈະສົ່ງພວກຂໍລີ້ໄພ ໄປຕ່າງປະເທດ


ແຜນທີ່ອອສເຕຣເລຍ
ແຜນທີ່ອອສເຕຣເລຍ

ອອສເຕຣເລຍກ່າວໃນວັນເສົາມື້ນີ້ວ່າ ເຮືອຂອງຜູ້ຕ້ອງສົງໄສເປັນພວກຂໍລີ້ໄພຈຸຫຼ້າສຸດ ທີ່ເດີນທາງໄປເຖິງອອສເຕຣເລຍນັ້ນຈະຖືກສົ່ງໄປຍັງປະເທດອື່ນເພື່ອດຳເນີນການ.

ເຈົ້າໜ້າທີ່ອອສເຕຣເລຍບໍ່ໄດ້ລະບຸວ່າ ພວກທີ່ເດີນທາງໄປຮອດໃໝ່ສຸດ 32 ຄົນຈະຖືກ
ສົ່ງໄປໃສ ແຕ່ມີທ່າທາງວ່າຈະເປັນປະເທດມາເລເຊຍ.

ໃນສັບປະດາແລ້ວແຄນເບີຣາແລະກົວລາລຳເປີປະກາດວ່າ ຕົນໄດ້ບັນລຸການຕົກລົງໃນ
ດ້ານຄົນເຂົ້າເມືອງ. ພາຍໃຕ້ຂໍ້ຕົກລົງທີ່ວ່ານີ້ ມາເລເຊຍຈະຮັບເອົາ ພວກຂໍລີ້ໄພ 800
ຄົນ ທີ່ເດີນທາງເຂົ້າໄປໃນອອສເຕຣເລຍແບບຜິດກົດໝາຍໂດຍທາງທະເລ ແລະເພື່ອ
ເປັນການຕອບແທນອອສເຕຣເລຍຈະຮັບເອົາ 4,000 ຄົນ ທີ່ໄດ້ຈົດທະບຽນເປັນອົບ
ພະຍົບອາໄສຢູ່ໃນປະເທດມາເລເຊຍໄປຕັ້ງຖິ່ນຖານຢູ່ອອສເຕຣເລຍ.

ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard ກ່າວວ່າ ສູນກາງເຮັດວຽກ ດ້ານຄົນເຂົ້າເມືອງຢູ່ມາເລເຊຍຈະປ້ອງກັນບໍ່ໃຫ້ພວກຄ້າມະນຸດສົ່ງເຮືອໄປຍັງອອສເຕຣ
ເລຍອີກ.

ບັນດາກຸ່ມປົກປ້ອງສິດທິມະນຸດ ໄດ້ຕິຕຽນຂໍ້ຕົກລົງກ່ຽວກັບຄົນເຂົ້າເມືອງຂອງອອສ
ເຕຣເລຍກັບມາເລເຊຍ.

ນອກນັ້ນແລ້ວ ອອສເຕຣເລຍຍັງໄດ້ເຈລະຈາຫາລືກັບປາປົວນິວກີນີກ່ຽວກັບການດຳ
ເນີນການກັບພວກຂໍ້ລີ້ໄພທີ່ນັ້ນ.

ມີຫຼາຍໆພັນຄົນຈາກປະເທດທີ່ປະສົບກັບໄພສົງຄາມເຊັ່ນອີຣັກ ອັຟການິສຖານແລະ
ສຣີລັງກາໄດ້ເດີນທາງໂດຍທາງເຮືອຜ່ານມາເລເຊຍໄປຍັງອອສເຕຣເລຍໃນແຕ່ລະປີ

XS
SM
MD
LG