ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ແລະລີທົວເນຍ ໄດ້ຕົກລົງເຫັນດີນຳກັນ ໃນວັນພຸດມື້ນີ້ ທີ່ຈະເພີ້ມທະວີການຮ່ວມມືໃນຄວາມທ້າທາຍທາງຍຸດທະສາດຕ່າງໆ ໂດຍສະເພາະໃນການກົດດັນຈາກຈີນນັ້ນ ອີງຕາມລາຍງານຂອງອົງການຂ່າວເອພີ.
ລັດຖະມົນຕີການຕ່າງປະເທດຂອງລີທົວເນຍ ທ່ານເກບຣີລີອຸສ ແລນສ໌ເບີກິສ (Gabrielius Landsbergis) ແລະຄູ່ຮ່ວມຕຳແໜ່ງຈາກອອສເຕຣເລຍ ທ່ານນາງ ມາຣີສ ເພນນ໌ (Marise Payne) ໄດ້ພົບປະກັນໃນວັນພຸດມື້ນີ້ ຢູ່ທີ່ສະພາຕ່ຳຂອງອອສເຕຣເລຍ.
ບັນດາຜູ້ສົ່ງອອກສິນຄ້າຂອງອອສເຕຣເລຍ ໄດ້ສູນເສຍເງິນຫຼາຍສິບພັນລ້ານໂດລາ ຍ້ອນກຳແພງການຄ້າທີ່ເປັນທາງການແລະບໍ່ເປັນທາງການຂອງຈີນ ທີ່ລວມມີ ຖ່ານຫີນ ເຫຼົ້າແວັງ ຊີ້ນງົວ ກຸ້ງນ້ຳຈືດ ຫຼື crayfish ແລະເຂົ້າບາຣເລ ຊຶ່ງບັງເອີນມີຂຶ້ນໃນຂະນະທີ່ສາຍສຳພັນພວມຊຸດໂຊມລົງກັບປັກກິ່ງ.
ລີທົວເນຍ ປະເທດນຶ່ງທີ່ມີປະຊາກອນ 2 ລ້ານ 8 ແສນຄົນຢູ່ໃນຂົງເຂດທະເລບາລຕິກ ຊຶ່ງບໍ່ດົນມານີ້ ໄດ້ດຶງດູດຄວາມຄຽດແຄ້ນຈາກປັກກິ່ງ ຫຼັງຈາກທີ່ເຊົາປະຕິບັດຕາມທຳນຽມທາງການທູດ ໂດຍການເຫັນດີ ທີ່ວ່າ ສຳນັກງານຂອງໄຕ້ຫວັນ ຢູ່ໃນນະຄອນຫຼວງ ວີລນຽສ ຂອງຕົນນັ້ນ ຈະໃຊ້ຊື່ໄຕ້ຫວັນ ແທນຊື່ ຈີນໄທເປ ທີ່ເປັນຄຳສັບໄດ້ຖືກນຳໃຊ້ໂດຍປະເທດອື່ນໆ ເພື່ອຫລີກເວັ້ນການເຮັດໃຫ້ປັກກິ່ງບໍ່ພໍໃຈ.
ທ່ານແລນສ໌ເບີກິສ ໄດ້ກ່າວວ່າ “ເປັນເວລາໄລຍະນຶ່ງແລ້ວ ອອສເຕຣເລຍ ອາດເປັນນຶ່ງໃນແບບຢ່າງຫຼັກ ທີ່ຈີນນຳໃຊ້ເສດຖະກິດ ແລະການຄ້າເປັນເຄື່ອງມືທາງການເມືອງ ຫຼື ຜູ້ໃດນຶ່ງອາດເວົ້າໄດ້ວ່າ ເປັນອາວຸດທາງການເມືອງ.”