ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຮືອບິນ​ອອສ​ເຕຣ​ເລຍ​ ລົງ​ຈອດ​ສຸກ​ເສີນ ຢູ່​ສິງ​ກະ​ໂປ


ພວກມອດໄຟ ຫ້ອມລ້ອມເຮືອບິນໂດຍສານ ຂອງສາຍການບິນ Qantas ອອສເຕຣເລຍ ຂະນະທີ່ລົງຈອດສຸກເສີນ ຢູ່ສິງກະໂປ ຫຼັງຈາກເກີດໄຟໄໝ້ ເຄື່ອງຈັກ(4 ພະຈິກ 2010)
ພວກມອດໄຟ ຫ້ອມລ້ອມເຮືອບິນໂດຍສານ ຂອງສາຍການບິນ Qantas ອອສເຕຣເລຍ ຂະນະທີ່ລົງຈອດສຸກເສີນ ຢູ່ສິງກະໂປ ຫຼັງຈາກເກີດໄຟໄໝ້ ເຄື່ອງຈັກ(4 ພະຈິກ 2010)

ສາຍການບິນ Qantas ຂອງອອສເຕຣເລຍໄດ້ສັ່ງໃຫ້
ເຮືອບິນແອຣ໌ບັສທັງໝົດ 6 ລຳຂອງຕົນຢຸດເຊົາບິນຫຼັງ
ຈາກໄດ້ເກີດບັນຫາເລື່ອງເຄື່ອງຈັກ ທີ່ໄດ້ບັງຄັບໃຫ້ເຮືອ
ບິນແອຣ໌ບັສລຳນຶ່ງລົງຈອດສຸກເສີນ ທີ່ສິງກະໂປໃນວັນ
ພະຫັດມື້ນີ້.

ເຮືອບິນແອຣ໌ບັສ ລຸ່ນ A-380 ຊຶ່ງເປັນເຮືອບິນໂດຍ
ສານທີ່ໃຫຍ່ທີ່ສຸດໃນໂລກໄດ້ຖືກບັງຄັບໃຫ້ບິນກັບຄືນ
ໄປຍັງສິງກະໂປຫຼັງຈາກນຶ່ງໃນຈຳນວນ 4 ເຄື່ອງຈັກ
ຂອງເຮືອບິນໄດ້ຢຸດແລ່ນບໍ່ດົນຫຼັງຈາກໄດ້ບິນຂຶ້ນໃນ
ຖ້ຽວບິນໄປຍັງນະຄອນຊິດນີ. ສາຍການບິນ Qantas
ເວົ້າວ່າ ບໍ່ມີຜູ້ໃດໄດ້ຮັບບາດເຈັບໃນຈຳນວນຜູ້ໂດຍສານ ທັງໝົດ 459 ຄົນ.

ພວກຜູ້ໂດຍສານເວົ້າວ່າ ຕົນໄດ້ຍິນສຽງດັງລະເບີດ
ຢ່າງແຮງ ຫຼັງຈາກນັ້ນກໍເຫັນແປວໄຟພຸ່ງອອກຈາກ
ເຄື່ອງຈັກທີ່ໄດ້ຮັບຄວາມເສຍຫາຍ. ຮູບພາບຂອງເຮືອບິນຫຼັງຈາກລົງຈອດ ສະແດງໃຫ້ເຫັນ
ວ່າ ມີຮອຍໄໝ້ແລະຄວັນສີດຳຍັງຕິດຢູ່ກັບເຄື່ອງຈັກ ທີ່​ແຜ່ນ​ເຫລັກ​ປົກ​ຄຸມ​ຂ້າງ​ນອກ​ສ່ວນ​ນື່ງ ໄດ້ຫລຸດອອກໄປ ຫລັງ​ຈາກ​ການລະ​ເບີດນັ້ນ.

ຫົວໜ້າບໍລິຫານຂອງບໍລິສັດ Qantas ທ່ານ Alan Joyce ກ່າວຕໍ່ພວກນັກຂ່າວທີ່ນະ
ຄອນຊິດນີວ່າ ທາງສາຍການບິນຈະສັ່ງໃຫ້ຖ້ຽວບິນທັງໝົດທີ່ໃຊ້ເຮືອບິນແອຣ໌ບັສ A-380
ໂຈະບິນເປັນການຊົ່ວຄາວຈົນກວ່າມີຄວາມໝັ້ນໃຈວ່າຕົນມີຂໍ້ມູນທັງໝົດທີ່ຫາໄດ້ ກ່ຽວກັບ
ອຸບັດຕິເຫດໃນຄັ້ງນີ້.

XS
SM
MD
LG