ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນຫາເຄື່ອງຈັກກາງອາກາດ ຂອງສາຍການບິນ Qantas

ເຈົ້າໜ້າທີ່ດັບເພີງ ກໍາລັງມອດໄຟທີ່ໄໝ້ເຮືອບິນໂດຍສານ ແອຣ໌ບັສ A-380 ຂອງ Qantas ທີ່ບັນທຸກຜູ້ໂດຍ ສານ 459 ຄົນ ແລະໄດ້ລົງຈອດຢ່າງກະທັນຫັນທີ່ສະໜາມບິນສາກົນ Changi ຂອງສິງກະໂປ ໃນວັນພະຫັດ ທີ 4 ພະຈິກ, 2010 ນີ້ ຍ້ອນເຄື່ອງຈັກມີບັນຫາ. (AP Photo/Wong Maye-E)

ສາຍການບິນ Qantas ຂອງອອສເຕຣເລຍກ່າວວ່າ ບັນ
ຫາເຄື່ອງຈັກກາງອາກາດທີ່ບັງຄັບໃຫ້ເຮືອບິນຂອງຕົນ
ຕ້ອງໄດ້ລົງຈອດສຸກເສີນສອງມື້ລຽນຕິດນັ້ນ ບໍ່ໄດ້ກ່ຽວ
ຂ້ອງກັນ.

ໂຄສົກຍິງຄົນນຶ່ງຂອງສາຍການບິນ Qantas ກ່າວວ່າ
ບັນຫາເຄື່ອງຈັກທີ່ບັງ ຄັບໃຫ້ເຮືອບິນໂບອິ້ງ 747-400
ທີ່ເດີນທາງໄປຍັງນະຄອນຊິດນີຕ້ອງກັບຄືນໄປສິງກະໂປ
ໃນມື້ວັນສຸກວານນີ້ ແມ່ນແຕກຕ່າງກັບບັນຫາທີ່ໄດ້ເກີດ
ຂຶ້ນກັບເຮືອບິນແອຣ໌ບັສ A-380 ໃນມື້ວັນພະຫັດ.

ໂຄສົກກ່າວໃນວັນເສົາມື້ນີ້ວ່າ ເຄື່ອງຈັກຂອງເຮືອບິນສອງ
ລໍານີ້ ແມ່ນເປັນຄົນລະຊະນິດແຕ່ບໍ່ໄດ້ໃຫ້ການຊີ້ແຈງວ່າ ແມ່ນຫຍັງຄືສາເຫດທີ່ພາໃຫ້ເຄື່ອງ
ຈັກຂອງເຮືອບິນທັງສອງລໍາມີບັນຫາ.

ຜູ້ໂດຍສານໃນຖ້ຽວບິນມື້ວານນີ້ເວົ້າວ່າ ຕົນໄດ້ຍິນສຽງດັງຢ່າງແຮງ ແລະຫຼັງຈາກນັ້ນ
ກໍເຫັນແປວໄຟອອກມາຈາກເຄື່ອງຈັກ. ເຮືອບິນທີ່ມີຜູ້ໂດຍສານແລະພະນັກງານ 431
ຄົນໄດ້ລົງຈອດຢ່າງປອດໄພທີ່ສະໜາມບິນ Changi ຂອງສິງກະໂປ ບໍ່ດົນລຸນຫຼັງທີ່
ໄດ້ບິນຂຶ້ນ.

ສ່ວນຜູ້ໂດຍສານໃນຖ້ຽວບິນຂອງສາຍການບິນ Qantas ໃນມື້ວັນພະຫັດເວົ້າວ່າ
ຕົນກໍໄດ້ຍິນສຽງດັງລະເບີດຂຶ້ນຄືກັນ ແລະຫຼັງຈາກນັ້ນກໍເຫັນແປວໄຟພົ່ນອອກມາ
ຈາກເຄື່ອງຈັກທີ່ມີບັນຫາ.

XS
SM
MD
LG